Mastercard ປະກາດເປີດຕົວ Generative AI ທີ່ສາມາດກວດຈັບການເຮັດທຸລະກໍາທີ່ເຂົ້າຂ່າຍສໍ້ໂກງໄດ້ຢ່າງຖືກຕ້ອງຂຶ້ນເຖິງ 300%


Mastercard ຜູ້ໃຫ້ບໍລິການຊໍາລະເງິນລະດັບໂລກ ໄດ້ປະກາດການເປີດຕົວ Generative AI ທີ່ພັດທະນາຂຶ້ນເອງ, ເພື່ອຊ່ວຍໃຫ້ທະນາຄານຮຸ້ນສ່ວນຫຼາຍພັນແຫ່ງທົ່ວໂລກສາມາດກວດ​ຈັບ ​ແລະ ​ປ້ອງ​ກັນ​ການ​ສໍ້​ໂກງ​ໃນການ​ເຮັດ​ທຸ​ລະ​ກໍາທີ່ໜ້າສົງໄສໃນເຄືອຂ່າຍແບບ real-time ​ໄດ້ຢ່າງວ່ອງ​ໄວ ແລະ ຖືກຕ້ອງຫຼາຍຂຶ້ນເຖິງ 300%​​.

ໂດຍໂມເດວ AI ດັ່ງກ່າວມີຊື່ວ່າ Decision Intelligence Pro, ທີ່ນໍາໃຊ້ເຕັກໂນໂລຊີເຄືອຂ່າຍ Recurrent Neural Network ເຊິ່ງຖືກພັດທະນາຂຶ້ນໂດຍທີມຮັກສາຄວາມປອດໄພທາງດ້ານອິນເຕີເນັດ ແລະ ຝ່າຍປ້ອງກັນການສໍ້ໂກງຂອງ Mastercard ເອງ. ແຕ່ກໍມີບາງສ່ວນທີ່ຈຳເປັນຕ້ອງໄດ້ເພິ່ງ Open souce ຢູ່.

Algorithm ຂອງໂມເດວນີ້ແມ່ນໄດ້ຮັບການເຝິກອົບຮົມຫຼາຍກວ່າ 125 ຕື້ທຸລະກໍາໃນເຄືອຂ່າຍ Mastercard ໃນແຕ່ລະປີ ເພື່ອຮຽນຮູ້ຮູບແບບການໃຊ້ຈ່າຍຂອງຜູ້ຖືບັດ, ການວິເຄາະພຶດຕິກໍາ ແລະ ສາມາດຈໍາແນກໄດ້ຢ່າງຖືກຕ້ອງລະຫວ່າງການເຮັດທຸລະກໍາທີ່ແທ້ຈິງ ແລະ ປອມໂດຍການອີງໃສ່ປະຫວັດການໄປຢ້ຽມຢາມຮ້ານຂອງຜູ້ຖືບັດເພື່ອເບິ່ງວ່າຮ້ານທີ່ກ່ຽວຂ້ອງກັບການເຮັດທຸລະກໍາດັ່ງກ່າວ ແມ່ນສະຖານທີ່ທີ່ລູກຄ້າຊື້ໄປຊື້ແທ້ຫຼືບໍ່.

ຈຸດເດັ່ນຂອງ Decision Intelligence Pro:

  • ວິເຄາະຂໍ້ມູນໃນການເຮັດທຸລະກຳຫຼາຍກວ່າ 1 ຕື້ທຸລະກໍາຕໍ່ມື້.
  • ກວດຈັບຮູບແບບພຶດຕິກໍາການໃຊ້ຈ່າຍທີ່ຜິດປົກກະຕິ
  • ຮຽນຮູ້ ແລະ ປັບຕົວໃຫ້ເຂົ້າກັບກົນລະຍຸດການສໍ້ໂກງຮູບແບບໃໝ່ຢູ່ສະເໝີ.
  • ຊ່ວຍຫຼຸດຜ່ອນຄວາມສ່ຽງຈາກທຸລະກໍາການສໍ້ໂກງໄດ້ຢ່າງມີປະສິດທິພາບ.

ຜົນປະໂຫຍດທີ່ໄດ້ຮັບ:

  • ທະນາຄານສາມາດອະນຸມັດທຸລະກໍາທີ່ຖືກຕ້ອງໄດ້ໄວຂຶ້ນ.
  • ລູກຄ້າໄດ້ຮັບປະສົບການການຈ່າຍເງິນທີ່ລຽບງ່າຍ ແລະ ປອດໄພ.
  • ປ້ອງກັນການສູນເສຍຈາກການສໍ້ໂກງໃນການເຮັດທຸລະກໍາ

ຕົວຢ່າງຂອງການໃຊ້ Decision Intelligence Pro:

  • ກວດຈັບການເຮັດທຸລະກໍາຊື້ເຄື່ອງອອນລາຍໂດຍໃຊ້ບັດເຄຣດິດທີ່ຖືກລັກ.
  • ປ້ອງກັນການໂອນເງິນເຂົ້າບັນຊີຜິດ
  • ກໍານົດການເຮັດທຸລະກໍາທີ່ມີຄວາມສ່ຽງສູງເຊັ່ນ: ການຊື້ສິນຄ້າລາຄາແພງຢູ່ຕ່າງປະເທດ.

ການນຳເອົາ AI ເຂົ້າມາໃຊ້ງານຂອງ Mastercard ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການພັດທະນາເຕັກໂນໂລຊີທີ່ທັນສະໄໝ ເພື່ອປົກປ້ອງຄວາມປອດໄພຂອງຂໍ້ມູນການຊຳລະເງິນ ແລະ ສ້າງຄວາມໝັ້ນໃຈໃຫ້ກັບຜູ້ໃຊ້ບໍລິການ.

ທີ່ມາ:

infoquest

moneyandbanking

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/