ຜູ້ຊ່ຽວຊານຊີ້ ປີນີ້ ເສດຖະກິດ ASEAN+3 ຈະເຕີບໃຫຍ່ຢ່າງເຂັ້ມແຂງ


ສຳນັກງານວິໄຈເສດຖະກິດມະຫາພາກ ປະຈຳພາກພື້ນອາຊຽນ+3 (AMRO)  ທີ່ມີສະມາຊິກ ອາຊຽນ 10 ປະເທດ ບວກກັບ ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຄາດວ່າປີນີ້ ເສດຖະກິດ Asean+3 ຈະເຕີບໃຫຍ່ຢ່າງເຂັ້ມແຂງ ໂດຍຄາດວ່າຈະມີການເຕີບໂຕທາງເສດຖະກິດໃນປີ 2024 ນີ້ເຖິງ 4,5% ເນື່ອງຈາກອຸປະສົງພາຍໃນປະເທດທີ່ເຂັ້ມແຂງ ອັດຕາເງິນເຟີ້ລະດັບປານກາງ ແລະ ການຄ້າທີ່ມີການພັດທະນາຢ່າງຕໍ່ເນື່ອງ.

ນອກຈາກນີ້ AMRO ຍັງຕັ້ງຂໍ້ສັງເກດວ່າມີແຮງກົດດັນເພື່ອໃຫ້ລາຄາສິນຄ້າຫຼຸດລົງຢ່າງຕໍ່ເນື່ອງທົ່ວທັງກຸ່ມປະເທດໃນສະມາຊິກ ອາຊຽນ ສະທ້ອນໃຫ້ເຫັນເຖິງທ່າອ່ຽງຂອງລາຄາສິນຄ້າອຸປະໂພກທົ່ວໂລກ. ນອກ​ນີ້, ອັດຕາ​ເງິນ​ເຟີ້​ໃນ​ປີ​ນີ້​ໃນ​ພາກ​ພື້ນ​ອາ​ຊຽນ+3, ທີ່ບໍ່​ລວມ ສປປ ລາວ ​ແລະ ມຽນມາ ຄາດ​ວ່າ​ຈະ​ຢູ່​ລະດັບ​ປານ​ກາງ 2,6% ຈາກ​ປະມານ 2,8% ​ໃນ​ປີ 2023.

ຢ່າງໃດກໍຕາມ, AMRO ເນັ້ນໜັກວ່າຍັງມີຄວາມສ່ຽງຕໍ່ການເພີ່ມຂື້ນອີກຂອງອັດຕາເງິນເຟີ້ ແລະ ອັດຕາເງິນເຟີ້ພື້ນຖານໃນຫຼາຍປະເທດຍັງຢູ່ໃນລະດັບສູງ.

ທ່ານ Hoe Ee Khor, ຫົວໜ້ານັກເສດຖະສາດຂອງ AMRO ກ່າວວ່າ ການຟື້ນຕົວທາງດ້ານເຕັກໂນໂລຊີຂອງໂລກສາມາດຮັບຮູ້ໄດ້ ຈາກປະສິດທິພາບຂອງການສົ່ງອອກ ໃນພາກພື້ນ. ແຕ່ການສົ່ງອອກທີ່ບໍ່ກ່ຽວຂ້ອງກັບເຕັກໂນໂລຊີຍັງມີການຟື້ນຕົວຊ້າ ເຊິ່ງເປັນເຫດຜົນທີ່ວ່າການສໍາຫຼວດຄວາມເຊື່ອໝັ້ນດ້ານການຜະລິດເມື່ອບໍ່ດົນມານີ້ ຈຶ່ງໄດ້ຮັບຄໍາຕອບທີ່ຫຼາກຫຼາຍ.

ເຖິງແມ່ນ​ວ່າ​ລາຄາ​ສິນຄ້າ​ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ​ຍັງ​ຄົງ​ເປັນ​ຄວາມ​ສ່ຽງ​ສຳຄັນຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​, ​ແຕ່​ຍັງ​ມີ​ຫຼາຍ​ປັດ​ໄຈ​ອື່ນໆ​ທີ່​ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້ ເຊັ່ນ: ພາວະເສດຖະກິດຖົດຖອຍ ແລະ ການເລືອກຕັ້ງໃນອາເມຣິກາ ທີ່ຈະເກີດຂຶ້ຶ້ນໃນປາຍປີນີ້ ທີ່ຈະເຮັດໃຫ້ເກີດຄວາມບໍ່ແນ່ນອນ ແລະ ຄວາມຜັນຜວນໃນຕະຫຼາດການເງິນເພີ່ມຂຶ້ນ.

https://www.phnompenhpost.com/business/robust-growth-predicted-for-asean-3?fbclid=IwAR1mGJ7RalYm94W-LSTsRBl62DzDNaRA1N0qaRc-2dnjDy2FiV3ZO5x0o7g

https://www.facebook.com/photo/?fbid=917107670419709&set=a.543495231114290

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/