ຜົນວິໄຈຢືນຢັນ ກິນກິມຈິ ຊ່ວຍຫຼຸດຄວາມສ່ຽງໂຣກຕຸ້ຍໄດ້


ຜົນການວິໄຈໄດ້ຮັບການເຜີຍແຜ່ໃນວາລະສານ British Medical Journal Open ໂດຍມີໃຈຄວາມສຳຄັນວ່າ ການຮັບປະທານ ກິມຈິຜັກກາດຂາວ ມື້ລະ 3 ຄັ້ງ ຈະຊ່ວຍຫຼຸດອັດຕາຄວາມສ່ຽງທີ່ຈະປ່ວຍເປັນໂຣກຕຸ້ຍໃນກຸ່ມຜູ້ໃຫຍ່ ໂດຍແບ່ງເປັນຫຼຸດຄວາມສ່ຽງໃນກຸ່ມເພດຊາຍໄດ້ປະມານ 10% ແລະ ເພດຍິງຢູ່ທີ່ 8%. ນອກຈາກນີ້ການຮັບປະທານ ກິມຈິຫົວຜັກກາດຂາວ ກໍໃຫ້ຜົນແບບດຽວກັນ ຕ່າງພຽງແຕ່ໃນກຸ່ມເພດຊາຍປະມານ 8% ແລະ ເພດຍິງຢູ່ທີ່ 11% ນັ້ນເອງ.

ໂດຍການວິໄຈໃນຄັ້ງນີ້ເປັນການຮ່ວມມືກັນກັບແຜນວິໄຈຂອງສະຖາບັນກິມຈິໂລກ (World Institute of Kimchi) ແຫ່ງເກົາຫຼີໃຕ້ ມີກຸ່ມຜູ້ເຂົ້າຮ່ວມອາຍຸລະຫວ່າງ 40-49 ປີ ຈຳນວນ 115,726 ຄົນ ປາກົດວ່າກິມຈິເປັນແຫຼ່ງວິຕາມິນຫຼາຍຊະນິດ ແລະ ມີແຮ່ທາດຫຼາຍກວ່າ 10 ພ້ອມທີມວິໄຈເອງຍັງໄດ້ບອກວ່າ ຂະບວນການໝັກດອງກິມຈິ ມີແບັກທີເຣຍໂພຣໄບໂອຕິກ ເຊິ່ງມີປະໂຫຍດຕໍ່ການຫຼຸດນ້ຳໜັກ.

ຢ່າງໃດກໍຕາມ ທາງທີມວິໄຈເອງຕັ້ງຂໍ້ສັງເກດວ່າ ຫາກຮັບປະທານກິມຈິເກີນ 5 ຄັ້ງຕໍ່ມື້ ອາດຈະເປັນການເພີ່ມຄວາມສ່ຽງຕໍ່ໂຣກຕຸ້ຍໄດ້ງ່າຍ ເຊິ່ງຄາດວ່າເປັນເພາະກິມຈິເປັນອາຫານທີ່ໃຫ້ພະລັງງານສູງ ພ້ອມທັງຍັງມີປະລິມານຄາໂບໄຮເດຣດ,ໄຂມັນ ແລະ ໂຊດຽມສູງ ເຊິ່ງເປັນສານອາຫານທີ່ສ່ຽງຕໍ່ການເປັນໂຣກຕຸ້ຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/