Mark Zuckerberg ຂໍໂທດຄອບຄົວເຍົາວະຊົນທີ່ໄດ້ຮັບຜົນກະທົບຈາກໂຊຊຽວມີເດຍ


Mark Zuckerberg ປະທານເຈົ້າໜ້າທີ່ບໍລິຫານ Meta ລຸກຂຶ້ນມາກ່າວຂໍໂທດພໍ່ແມ່ຜູ້ປົກຄອງ ຕໍ່ຜົນເສຍຂອງໂຊຊຽວມີເດຍທີ່ມີຕໍ່ເຍົາວະຊົຍ ໃນການໄຕ່ສວນຂອງວຸດທິສະພາສະຫະລັດອາເມຣິກາ ອັນເນື່ອງມາຈາກເລື່ອງທີ່ມີພໍ່ແມ່ຜູ້ປົກຄອງສະແດງຮູບພາບຂອງລູກຫຼານທີ່ໄດ້ຮັບຜົນກະທົບ.

ໂດຍ Mark Zuckerberg ໄດ້ເຂົ້າຮ່ວມການໄຕ່ສວນພ້ອມຢືນຂຶ້ນ ແລະ ກ່າວວ່າ “ຂ້ອຍຮູ້ສຶກເສຍໃຈສຳລັບທຸກສິ່ງທີ່ພວກທ່ານຕ້ອງພົບເຈິ ບໍ່ມີໃຜຄວນທີ່ຈະຕ້ອງພົບສິ່ງທີ່ຄອບຄົວຂອງທ່ານພົບ” ພ້ອມຍັງບອກວ່າທາງບໍລິສັດ Meta ໄດ້ລົງທຶນຈຳນວນມະຫາສານ ແລະ ສົ່ງເສີມມາດຕະການປ້ອງກັນທີ່ເກີດຂຶ້ນໃນລະດັບອຸດສາຫະກຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/