Universal Music Group ຖອນເພງທັງໝົດອອກຈາກ TikTok


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເພງບັນທຶກທັງໝົດທີ່ໄດ້ຮັບອະນຸຍາດ ແລະ ຢຸ່ພາຍໃຕ້ລິຂະສິດຂອງ Universal Music Group ຈະຖືກລຶບອອກຈາກຄັງເພງຂອງແອັບພິເຄຊັນຊື່ດັງຢ່າງ TikTok ແລະ ຄິບວິດີໂອທັງໝົດທີ່ມີເພງດັ່ງກ່າວ ກໍຈະຖືກປິດສຽງເຊັ່ນກັນ.

ອັນເນື່ອງມາຈາກສັນຍາລະຫວ່າງ Universal Music Group ແລະ TikTok ທີ່ໄດ້ສິ້ນສຸດລົງ ພ້ອມມີການເຈລະຈາ ແຕ່ກັບບໍ່ປະສົບຜົນ ແລະ ບໍ່ມີການຕໍ່ສັນຍາໃດໆ ໂດຍທາງ Universal Music Group ໄດ້ອອກມາອ້າງວ່າ ທາງ TikTok ພະຍາຍາມສ້າງງທຸລະກິດກ່ຽວກັບດົນຕີ ໂດຍບໍ່ຈ່າຍມູນຄ່າທີ່ຍຸຕິທຳໃຫ້ກັບເພງ.

ພ້ອມຍັງກ່າວເຖິງປະເດັນການຄຸ້ມຄອງ, ການຊົດເຊີຍທີ່ເໝາະສົມ, ຄວາມປອດໄພທາງອອນລາຍສຳລັບຜູ້ໃຊ້ ແລະ ການຄຸ້ມຄອງສີລະປິນຈາກອັນຕະລາຍຂອງປັນຍາປະດິດ ຕະຫຼອດຈົນຮອດບັນຫາອື່ນໆ. ແຕ່ເຖິງຢ່າງໃດ TikTok ໃນຕອນນີ້ກໍກາຍເປັນສື່ອອນລາຍທີ່ສັງຄົມນິຍົມ ທັງຍັງເປັນສື່ທີ່ເປັນເຄື່ອງມືໃນການສົ່ງເສີມການຂາຍ ແລະ ການຄົ້ນຫາແບບບໍ່ມີຄ່າໃຊ້ຈ່າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/