Bitcoin ຍັງຮັກສາລະດັບຄົງທີ່ຢູ່ທີ່ 43,000 ໂດລາ ທ່າມກາງຄວາມກັງວົນທີ່ເພີ່ມຂຶ້ນຕໍ່ກັບການຫຼຸດລົງຂອງຮຸ້ນທະນາຄານສະຫະລັດ


ປັດຈຸບັນ ລາຄາ Bitcoin (BTC) ຍັງຄົງຮັກສາລະດັບຢູ່ທີ່ 43,000 ໂດລາ, ເຖິງແມ່ນວ່າຮຸ້ນຂອງທະນາຄານໃນພາກພື້ນຂອງສະຫະລັດຈະຫຼຸດລົງ, ເຊິ່ງນີ້ເຮັດໃຫ້ເກີດຄວາມກັງວົນຕໍ່ສຸຂະພາບທາງດ້ານການເງິນຂອງສະຖາບັນການເງິນຂອງສະຫະລັດ ​ແລະ ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ວິ​ກິດ​ການທາງ​ການ​ເງິນ​ທີ່ຊ້ຳຮອຍໃນ​​ເດືອນ​ມີນາທີ່​ຜ່ານ​ມາ.

ຮຸ້ນຂອງ New York Community Bancorp (NYCB) ໄດ້ຫຼຸດລົງໜ້ອຍກວ່າ 40%, ເຊິ່ງເປັນຕົວເລກທີ່ໃກ້ຄຽງກັບຕົວເລກທີ່ເຄີຍເກີດຂຶ້ນໃນເດືອນມີນາຂອງປີທີ່ຜ່ານມາ. ຫຼັງຈາກທີ່ມີການລາຍງານວ່າ ເກີດການສູນເສຍຈາກເງິນກູ້ອະສັງຫາລິມະສັບການຄ້າ ແລະ ​ການ​ຫຼຸດ​ຜ່ອນ​ການ​ຈ່າຍ​ເງິນ​ປັນ​ຜົນ.​ ໃນຂະນະດຽວກັນ, ດັດຊະນີຮຸ້ນ KBW Nasdaq Regional Bank Index (KBR) ເຊິ່ງເປັນຕົວຊີ້ວັດທີ່ສໍາຄັນຂອງທະນາຄານໃນພາກພື້ນ, ຫຼຸດລົງອີກ 2% ຫຼັງຈາກທີ່ມື້ວານນີ້ໄດ້ຫຼຸດລົງເຖິງຈຸດຕໍ່າສຸດນັບຕັ້ງແຕ່ເດືອນມີນາ.

ໃນດ້ານຂອງນັກວິເຄາະ, ພວກເຂົາເຈົ້າໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງຖະແຫຼງການຂອງ FED ທີ່ບໍ່ໄດ້ກ່າວເຖິງ “ລະບົບທະນາຄານຂອງສະຫະລັດ ແຂງແຮງ ແລະ ມີຄວາມຍືດຫຍຸ່ນ” ໃນຖະແຫຼງການກອງປະຊຸມໃນວັນພຸດ ແລະ ຍັງຄົງສືບຕໍ່ຮັກສາອັດຕາດອກເບ້ຍໄວ້ເຊັ່ນເດີມ.

Quinn Thompson ຫົວໜ້າຝ່າຍຕະຫຼາດເງິນທຶນ ແລະ ການພັດທະນາຂອງ Maple Finance, ໄດ້ສະແດງຄວາມຄິດເຫັນສ່ວນບຸກຄົນໃນແພລັດຟອມ X ໂດຍກ່າວວ່າ ລາວປະຫຼາດໃຈກັບຖ້ອຍຄຳທີ່ບໍ່ໄດ້ກ່າວອອກມາຈາກ FED, ເຊິ່ງມັນໄດ້ກາຍເປັນບັນຫາທີ່ສໍາຄັນທີ່ສຸດຈາກກອງປະຊຸມໃນມື້ວານນີ້. ນອກຈາກນີ້, ລາວຍັງຊີ້ໃຫ້ເຫັນວ່າລາຄາຄໍາ, ເຊິ່ງເປັນສິນຊັບທີ່ປອດໄພມີລາຄາເພີ່ມຂຶ້ນສວນທາງກັບຮຸ້ນທະນາຄານ.

ຈາກໄລຍະວິກິການທະນາຄານທີ່ໄດ້ເກີດຂຶ້ນໃນເດືອນມີນາ ປີ 2023, ລາຄາຂອງ Bitcoin ໄດ້ມີການເພີ່ມສູງຂຶ້ນຫຼາຍຈາກທີ່ຢູ່ໃນລະດັບ 20,000 ໂດລາມາດົນ ຈົນແຕະລະດັບ 30,000 ໂດລາໄດ້ໃນທີ່ສຸດ ເນື່ອງຈາກນັກລົງທຶນແນມເຫັນວ່າ Bitcoin ອາດເປັນຫຼຸມຫຼົບໄພທີ່ດີທີ່ສຸດ ຍ້ອນວ່າສິນຊັບດັ່ງກ່າວບໍ່ໄດ້ຜູກມັດກັບລະບົບຂອງທະນາຄານແບບດັ້ງເດີມ.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ໃນລະດັບ 42,000 – 43,000 ໂດລາ ເຊິ່ງບໍ່ໄດ້ມີການເພີ່ມຂຶ້ນ ຫຼື ຫຼຸດໜ້ອຍລົງພຽງເລັກນ້ອຍເທົ່ານັ້ນ.

ທີ່ມາ:

coinmarketcap

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/