ທ່າແຮງຈາກລົດໄຟຄວາມໄວສູງຈີນ-ລາວ ຊ່ວຍເພີ່ມໂອກາດທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງໄທ


ສູນການຄົ້ນຄວ້າກຸງໄທ COMPASS ໄດ້ແນມເຫັນສັກກະຍາພາບຂອງ ຈີນ ແລະ ລາວ ວ່າເປັນຕະຫຼາດທີ່ມີທ່າແຮງໃນການຂະຫຍາຍຕົວສູງ ຈາກການສະໜັບສະໜູນຂອງລົດໄຟຄວາມໄວສູງຈີນ-ລາວ, ເພື່ອເປັນແຮງໜຸນໃນການສົ່ງອອກສິນຄ້າຈາກໄທໄປຈີນຜ່ານທາງລົດໄຟຄວາມໄວສູງທີ່ອາດຈະເພີ່ມຂຶ້ນ 27 ຕື້ບາດໃນອີກ 7 ປີຂ້າງໜ້າ.

ດຣ ພັດຊະຣາພົດ ນັນທະຣາມ, ຮອງປະທານບໍລິຫານ ແລະ ຫົວໜ້ານັກເສດຖະສາດຂອງທະນາຄານກຸງເທບເປີດເຜີຍວ່າ: ປັດຈຸບັນທາງລົດໄຟຄວາມໄວສູງຈີນ-ລາວ ໄດ້ມີການຂະຫຍາຍໄລຍະທາງໃນການຂົນສົ່ງຜູ້ໂດຍສານຂ້າມປະເທດຈາກນະຄອນຫຼວງວຽງຈັນຂອງ ສປປ ລາວ. ໄປເຖິງນະຄອນຄຸນໝິງ ປະເທດຈີນ. ຈາກທີ່ໃນໄລຍະທຳອິດ ໄດ້ມີການເປີດໃຫ້ບໍລິການພຽງພາຍໃນປະເທດເທົ່ານັ້ນ.

ດ້ວຍ​ເຫດ​ນີ້, ມັນ​ຈຶ່ງ​ສົ່ງຜົນໃຫ້ສາມາດ​ຂົນ​ສົ່ງ​ສິນຄ້າ ​ແລະ ​ຜູ້​ໂດຍສານ​ລະຫວ່າງ​ຈີນ-ລາວ ​ແລະ ​ໄທ​ໄດ້​ຫຼາຍ​ຂຶ້ນ ເຊິ່ງຖື​ເປັນ​ໂອກາດທີ່ສຳຄັນ​ຂອງ​ຜູ້​ປະກອບ​ການ​ໄທ​ໃນການແນມຫາແນວທາງທີ່ຈະຂະຫຍາຍ​ການ​ຄ້າ ​ການ​ລົງທຶນ​ຢູ່ໃນຈີນ ​ແລະ ​ລາວ ລວມທັງໂອກາດທີ່ຈະຮອງຮັບນັກທ່ອງທ່ຽວຊາວຈີນ ແລະ ລາວ ທີ່ມີທ່າອ່ຽງຈະເດີນທາງໄປໄທຫຼາຍຂຶ້ນ.

ປະເທດຈີນຍັງ​ຖື​ວ່າ​ເປັນ​ຕະຫຼາດ​ສົ່ງ​ອອກ​ທີ່​ສຳຄັນ​ຂອງ​ໄທ ດ້ວຍ​ອັດຕາ​ສ່ວນ​ປະມານ 12% ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າ​ທັງ​ໝົດ, ​ໃນ​ປີ 2023 ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ໄທ​ໄປ​ຈີນ​ບັນລຸ 1,200 ຕື້​ບາດ ແລະ ​ໄດ້​ຫົດ​ຕົວ​ລົງ​ເລັກ​ໜ້ອຍທີ່ -1,3%YoY.

​ແນວ​ໃດ​ກໍ​ດີ, ການ​ສົ່ງ​ອອກ​ຂ້າມ​ຊາຍ​ແດນ​ໄປ​ຈີນ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ ໂດຍສະເພາະການສົ່ງອອກສິນຄ້າຂອງໄທໄປຈີນດ້ວຍລົດໄຟຄວາມໄວສູງຈີນ-ລາວຜ່ານດ່ານໜອງຄາຍທີ່ຄາດວ່າໃນປີ 2023 ຈະແຕະລະດັບເກືອບ 10 ຕື້ບາດ ຫຼື ເພີ່ມຂຶ້ນ 4 ເທົ່າ ແລະ ຄາດວ່າໃນປີ 2030 ຈະມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ເປັນ​ປະ​ມານ 27 ຕື້​ບາດ ຫຼື​ ເພີ່ມ​ຂຶ້ນ​ເກືອບ 2 ເທົ່າ​ຈາກ​ປີ 2023.

ນອກຈາກນັ້ນ ນັກທ່ອງທ່ຽວຈີນ ໂດຍສະເພາະຈາກແຂວງຢຸນນານ ​ເຊິ່ງເປັນສະຖານີຕົ້ນທາງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-ລາວ ລວມ​ທັງ 4 ​ເຂດ​ໃກ້​ຄຽງ​ທີ່​ສາມາດ​ເດີນທາງໄປຫາກັນໄດ້​ດ້ວຍ​ລົດ​ໄຟ​ຄື: ​ແຂວງ​ເສ​ສວນ, ​ແຂວງ​ກຸ້ຍ​ໂຈ່​ວ, ​ແຂວງ​ຈົງ​ກິ່ງ ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ. ໂດຍມີພຽງແຕ່ 1% ຫຼື ປະມານ 2.5 ລ້ານຄົນ ທີ່ຈະເຂົ້າມາທ່ອງທ່ຽວໃນເຂດພາກຕາເວັນອອກສຽງເໜືອຂອງປະເທດໄທ ເຊິ່ງຈະສ້າງລາຍຮັບຈາກການທ່ອງທ່ຽວຢ່າງໜ້ອຍ 4.685 ຕື້ບາດຕໍ່ປີ.

​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-ລາວ ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 2 ທັນວາ ປີ 2023, ເຮັດໃຫ້ເກີດ​ໂອກາດທີ່ສຳຄັນທາງ​ດ້ານ​ການ​ຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ​ໃໝ່ ໃຫ້ແກ່ຜູ້ປະກອບການໄທໃນຕະຫຼາດຈີນ ແລະ ລາວລວມມີດັ່ງນີ້:

  • ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ໄທ​ໄປ​ຈີນ​ຜ່ານ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-ລາວ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 27 ຕື້​ບາດ​ໃນ 7 ປີ​ຕໍ່ໜ້າ, ໂດຍສິນຄ້າ​ຂອງ​ໄທ​ທີ່​ມີ​ທ່າ​ແຮງ​ລວມມີ​ຜັກ ​ແລະ ໝາກ​ໄມ້​ສົດທີ່ແຊ່ເຢັນ ​ແລະ ແຊ່​ແຂງ, ຜະລິດຕະພັນມັນ​ຕົ້ນ, ຜະລິດຕະພັນການລ້ຽງສັດ ແລະຜະລິດຕະພັນໄມ້
  • ຂະ​ແໜງ​ການ​ທ່ອງ​ທ່ຽວ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ຈາກ​ນັກ​ທ່ອງ​ທ່ຽວ​ຈີນ ​ແລະ ​ລາວ​ທີ່​ມາ​ທ່ອງ​ທ່ຽວ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-ລາວ.
  • ທຸລະກິດການຂົນສົ່ງ ແລະ logistics ຈະໄດ້ຮັບຜົນປະໂຫຍດຈາກທ່າອ່ຽງທີ່ເພີ່ມຂຶ້ນຂອງການຂົນສົ່ງຂ້າມແດນ.
  • ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ​ ຈະ​ໄດ້​ຮັບ​ຜົນ​ດີ​ຈາກ​ການ​ເຕີບ​ໂຕ​ຂອງ​ນັກ​ທ່ອງ​ທ່ຽວ​ຊາວຈີນ ​ແລະ ​ລາວ.
  • ຂະແໜງອຸດ​ສາ​ຫະ​ກໍາ​ຍານ​ພາ​ຫະ​ນະ​ໄຟ​ຟ້າ​ ແລະ ຊິ້ນສ່ວນ​ຂອງ​ໄທ​ ມີໂອກາດໄດ້ຮັບການລົງທຶນຈາກຈີນຫຼາຍຂຶ້ນ.
  • ຂະແໜງອະສັງຫາລິມະຊັບພາກຕາເວັນອອກສຽງເໜືອຂອງປະເທດໄທ ມີໂອກາດໄດ້ຮັບການລົງທຶນຈາກລາວຫຼາຍຂຶ້ນ.
  • ຜູ້ປະກອບການໄທມີໂອກາດໄປລົງທຶນຢູ່ຈີນ ແລະລາວ ໃນທຸລະກິດທີ່ໄທມີທ່າແຮງ ແລະ ຊ່ຽວຊານ.

ທັງນີ້ຜູ້ປະກອບການໄທຄວນສຶກສາກົດລະບຽບ ແລະ ເງື່ອນໄຂການລົງທຶນທີ່ກ່ຽວຂ້ອງ ລວມທັງການວິເຄາະທິດທາງຂອງຜະລິດຕະພັນໃນຕະຫຼາດຈີນ ແລະ ລາວທີ່ມີທ່າອ່ຽງທີ່ຈະເຕີບໂຕ ແລະ ໄດ້ຮັບຜົນປະໂຫຍດຈາກການຂົນສົ່ງທາງລົດໄຟຄວາມໄວສູງຈີນ-ລາວ ໂດຍສະເພາະແມ່ນຜະລິດຕະພັນທີ່ຕອບສະໜອງຕໍ່ທ່າອ່ຽງ ESG. ນອກຈາກນັ້ນ, ຜູ້ປະກອບການໄທຄວນພິຈາລະນາປັດໄຈຄວາມສ່ຽງຕ່າງໆ ໃນ​ການ​ດໍາ​ເນີນ​ທຸ​ລະ​ກິດ​ເຊັ່ນ​: ຄວາມຜັນຜວນ​ຂອງ​ສະ​ກຸນ​ເງິນ,​ ອັດຕາເງິນເຟີ້ສູງ ແລະອື່ນໆ.

ທີ່ມາ:

thaipbs

ryt9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/