FTX ປະກາດຍຸຕິທີ່ຈະເລີ່ມຕົ້ນໃໝ່ ແຕ່ຈະຊໍາລະໜີ້ຄືນເຕັມຈຳນວນໃຫ້ແກ່ລູກຄ້າຕາມລາຄາໃນປີ 2022


ບໍລິສັດ FTX, ກະດານເທຣດ crypto ທີ່ລົ້ມລະລາຍໄປແລ້ວໄດ້ປະກາດວ່າ ຈະຊົດໃຊ້ເງິນໃຫ້ແກ່ລູກຄ້າເກົ່າເຕັມຈຳນວນ. ເຖິງແມ່ນວ່າພວກເຂົາໄດ້ຕັດສິນໃຈທີ່ຈະບໍ່ກັບຄືນໄປເປີດບໍໃຫ້ລິການເວັບເທຣດອີກຕໍ່ໄປກໍຕາມ.

Andy Dietderich ທະນາຍຄວາມຂອງ FTX ກ່າວຕໍ່ຜູ້ພິພາກສາໃນວັນພຸດທີ່ຜ່ານມາ ໃນລະຫວ່າງການໄຕ່ສວນຄະດີວ່າ “ໃນປັດຈຸບັນພວກເຮົາຄາດຫວັງວ່າພວກເຮົາຈະມີເງິນພຽງພໍທີ່ຈະຊໍາລະເງິນຊົດເຊີຍໃຫ້ແກ່ລູກຄ້າ ແລະ ເຈົ້າໜີ້ທີ່ໄດ້ຮັບອະນຸຍາດທັງໝົດຂອງພວກເຮົາ.

ເວັບເທຣດ FTX ເຊິ່ງກໍ່ຕັ້ງໂດຍ Sam Bankman-Fried ໄດ້ມີການເຈລະຈາຫາລືກັນຜູ້ປະມູນ ແລະ ນັກລົງທຶນທີ່ມີສັກກະຍາພາບເປັນເວລາຫຼາຍເດືອນ. ແຕ່ບໍ່ມີໃຜເຕັມໃຈທີ່ຈະຊຸມເງິນລົງທຶນຫຼາຍພໍທີ່ຈະສ້າງມັນຄືນໃໝ່”

ການເຈລະຈາທີ່ລົ້ມເຫຼວໄດ້ຕອກຢ້ຳຄວາມຈິງທີ່ວ່າ FTX ບໍ່ເຄີຍເປັນຄືສິ່ງທີ່ຄິດໄວ້ ແລະ Bankman-Fried ຍັງບໍ່ເຄີຍສ້າງເຕັກໂນໂລຊີຂັ້ນພື້ນຖານ ຫຼື ການບໍລິຫານທີ່ຈໍາເປັນໃນການດໍາເນີນທຸລະກິດຂອງບໍລິສັດໃນຖານະທຸລະກິດທີ່ມີສັກກະຍາພາບ.

ຢ່າງໃດກໍຕາມ, ບໍລິສັດຈະມຸ່ງເນັ້ນໄປທີ່ການເທຂາຍສິນຊັບເພື່ອຊໍາລະເງິນໃຫ້ແກ່ຄືນລູກຄ້າທີ່ໄດ້ລັອກສະກຸນເງິນດິຈິຕອນເອົາໄວ້ໃນຕອນທີ່ບໍລິສັດຍື່ນການລົ້ມລະລາຍໃນເດືອນພະຈິກປີ 2022​.

FTX ໄດ້ຮັບສິນຊັບມາຫຼາຍກວ່າ 7 ຕື້ໂດລາເພື່ອຈ່າຍຄືນລູກຄ້າ ແລະ ມັນໄດ້ບັນລຸຂໍ້ຕົກລົງກັບໜ່ວຍງານດູແລຄຸ້ມຄອງຂອງລັດຖະບານທີ່ຕົກລົງທີ່ຈະລໍຖ້າຈົນກ່ວາລູກຄ້າໄດ້ຮັບການຊໍາລະຄືນເຕັມຈຳນວນ.

ການຊຳລະເງິນເຕັມຈຳນວນໃຫ້ແກ່ລູກຄ້າແມ່ນອີງຕາມມູນຄ່າຂອງໜີ້ສິນໃນວັນທີ່ຍື່ນຄຳຮ້ອງ. ໂດຍໜີ້ສິນແມ່ນອີງໃສ່ມູນຄ່າຂອງ cryptocurrency ຫຼື ອີງໃສ່ລາຄາໃນເວລາທີ່ FTX ລົ້ມລະລາຍໃນເດືອນພະຈິກ 2022 ນັ້ນເອງ.

ທີ່ມາ:

theringer

coindesk

theblock

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/