ຖ້າເບິ່ງໄດ້ເລີຍ! Squid Game 2 ເຜີຍຮູບພາບທຳອິດ


ຫຼັງຈາກປະສົບຄວາມສຳເລັດອັນໃຫຍ່ຫຼວງ ເອີ້ນໄດ້ວ່າກາຍເປັນໂກໂກວາກັນທົ່ວໂລກເລີຍ ກັບຊີຣີ້ Squid Game ພາກທຳອິດ ເມື່ອປີ 2021 ແລະ ບໍ່ຕ້ອງໄດ້ຖ້າກັນດົນ ເພາະທາງ Netflix ໄດ້ປະກາດສ້າງ Squid Game ຊີຊັນ 2 ຕໍ່ທັນທີ ພ້ອມກ່າວວ່າຈັກກະວານຊີຣີ້ເລື່ອງນີ້ຫາກໍເລີ່ມຕົ້ນ!

ຫຼ້າສຸດທາງໂຊຊຽວມີເດຍຂອງ  Netflix ກໍໄດ້ປ່ອຍຮູບພາບຈາກຊີຣີ້ Squid Game ຊີຊັນ 2 ອອກມາໃຫ້ໄດ້ຊົມເອີ້ນໄດ້ວ່າເປັນການເອີ້ນແຂກທີ່ດີຫຼາຍ ແນ່ອນວ່າມີທັງຜູ້ຫຼິ້ນເກົ່າທີ່ເຮົາຄຸ້ນເຄີຍ ຕົວລະຄອນເກົ່າກໍກັບມາ ແຕ່ມາພ້ອມຜູ້ຫຼິ້ນໜ້າໃໝ່ທີ່ຈະມາເຂົ້າຮ່ວມການເອົາຊີວິດລອດໃນຄັ້ງນີ້ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/