ຫຼໍ່ເກີນຕ້ານ! Jaehyun ຮັບບົດນຳໃນຮູບເງົາ You Will Die After Six Hours


ໜຸ່ມຫຼໍ່ໃບໜ້າຟ້າປະທານ ຢ່າງ JAEHYUN ສະມາຊິກວົງ NCT ທີ່ມີຄວາມໂດດເດັ່ນທັງເລື່ອງໜ້າຕາ ແລະ ການຮ້ອງທີ່ບໍ່ເປັນສອງຮອງໃຜ ແຕ່ໃນຕອນນີ້ຈະກັບເຂົ້າສູ່ວົງການການສະແດງອີກຄັ້ງ ດ້ວຍການຮັບບົດນຳໃນຮູບເງົາແນວລະທຶກຂວັນເລື່ອງ YOU WILL DIE AFTER SIX HOURS ທີ່ສ້າງຈາກນິຍາຍຂອງປະເທດຍີ່ປຸ່ນ.

ເຊິ່ງໃນເລື່ອງ JAEHYUN ຮັບບົດເປັນ ຈຸນອູ ຊາຍຜູ້ທີ່ມີພະລັງການທຳນາຍຄວາມຕາຍ ພ້ອມປະກົບຄູ່ກັບ Park Ju-hyun ນາງເອກສາວທີ່ມາແຮງໃນຕອນນີ້ ຮັບບົດເປັນ ຈອງຍຸນ. ໂດຍຮູບເງົາເລື່ອງນີ້ໄດ້ຖ່າຍທຳແລ້ວເປັນທີ່ຮຽບຮ້ອຍ ແລະ ມີກຳນົດອອກສາຍໃນເຄິ່ງຫຼັງປີ 2024 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/