ທ່າມກາງສະພາບເສດຖະກິດທີ່ເຕັມໄປດ້ວຍສິ່ງທ້າທາຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເລັ່ງເຄື່ອງເຕັມສູບເພື່ອຊຸກຍູ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ຜ່ານຍຸດທະສາດ 5 ປີ. ເປົ້າໝາຍສຳຄັນແມ່ນການແກ້ໄຂບັນຫາການຂາດແຄນຫຼັກຊັບຄ້ຳປະກັນ, ການສະໜອງແຫຼ່ງທຶນດອກເບ້ຍຕ່ຳພິເສດ ແລະ ການຍົກລະດັບຜູ້ປະກອບການລາວໃຫ້ກ້າວທັນຍຸກ AI ເພື່ອສ້າງຄວາມເຂັ້ມແຂງໃຫ້ເສດຖະກິດພາຍໃນຢ່າງຍືນຍົງ.
ໃນລາຍການ ອຄ ສື່ສານ, ທ່ານ ປອ ນາງ ມາໄລຄຳ ພີລາພອນ ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເປີດເຜີຍວ່າ ປັດຈຸບັນຜູ້ປະກອບການ ແລະ ປະຊາຊົນລາວກຳລັງປະເຊີນກັບຜົນກະທົບຈາກເງິນເຟີ້ ແລະ ຕົ້ນທຶນການນຳເຂົ້າທີ່ສູງຂຶ້ນ.
ເພື່ອຮັບມືກັບບັນຫານີ້, ລັດຖະບານໄດ້ວາງ 3 ເສົາຄ້ຳຫຼັກສຳລັບແຜນພັດທະນາ 5 ປີ (2026-2030) ຄື: ການສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າແນໃສ່ສ້າງ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໂດຍສະເພາະການຄ້ຳປະກັນສະບຽງອາຫານເຊັ່ນ: ການລ້ຽງສັດ ແລະ ແປຮູບ; ການເພີ່ມທະວີການເຂົ້າເຖິງຕະຫຼາດສາກົນ; ແລະ ການພັດທະນາພາກເອກະຊົນໃຫ້ມີຄວາມເຂັ້ມແຂງ.
ຈຸດທີ່ໜ້າສົນໃຈທີ່ສຸດແມ່ນການອັດສີດເມັດເງິນເຂົ້າສູ່ລະບົບເສດຖະກິດຢ່າງມະຫາສານ. ຜ່ານມາ, ກອງທຶນສົ່ງເສີມ MSME ໄດ້ປ່ອຍສິນເຊື່ອໃນອັດຕາດອກເບ້ຍພຽງ 3% ຕໍ່ປີ ໃຫ້ແກ່ທຸລະກິດໄປແລ້ວເຖິງ 3,895 ຫົວໜ່ວຍ (5,582 ສັນຍາ) ລວມມູນຄ່າກວ່າ 2,200 ຕື້ກີບ ໂດຍເນັ້ນໜັກໃສ່ຂະແໜງກະສິກຳຫຼາຍທີ່ສຸດເຖິງ 48.52% ເພື່ອກະຕຸ້ນການຜະລິດ.
ຂ່າວດີສຳລັບຊາວກະສິກອນຄື ການກຽມຈັດຕັ້ງປະຕິບັດ “ກອງທຶນສົ່ງເສີມການຜະລິດເປັນສິນຄ້າ” ຢ່າງເປັນທາງການໃນເດືອນນີ້ ເຊິ່ງຈະເນັ້ນໜັກໃສ່ການສະໜັບສະໜູນກຸ່ມປູກຜັກ, ໝາກໄມ້, ລ້ຽງປາ ແລະ ການແປຮູບກະສິກຳໂດຍສະເພາະ.
ນອກຈາກນີ້, ຍັງມີການອະນຸມັດທຶນຊ່ວຍເຫຼືອລ້າດ້ານວິຊາການເຖິງ 100 ລ້ານກີບຕໍ່ໂຄງການ ເພື່ອຊ່ວຍເຫຼືອການຝຶກອົບຮົມ ແລະ ຍົກລະດັບເຕັກໂນໂລຊີໃຫ້ແກ່ຜູ້ປະກອບການ ເຊິ່ງໄດ້ຮັບການອະນຸມັດໄປແລ້ວ 236 ໂຄງການ ມູນຄ່າກວ່າ 20 ຕື້ກີບ.
ເຖິງຢ່າງໃດກໍຕາມ, ອຸປະສັກໃຫຍ່ທີ່ສຸດຕະຫຼອດປະຫວັດສາດຂອງທຸລະກິດລາວຄື “ການຂາດຫຼັກຊັບຄ້ຳປະກັນ” ລວມໄປເຖິງການຂາດລະບົບບັນຊີທີ່ຊັດເຈນ ເພາະມັກໃຊ້ເງິນທຸລະກິດປົນກັບເງິນສ່ວນຕົວ.
ເພື່ອທະລາຍຂໍ້ຈຳກັດນີ້ ຫຼັງຈາກໃຊ້ເວລາຄົ້ນຄວ້າເຖິງ 3-4 ປີ, ກົມຈຶ່ງໄດ້ເປີດນຳໃຊ້ “ບໍລິສັດຄ້ຳປະກັນສິນເຊື່ອ”ຢ່າງເປັນທາງການໃນເດືອນເມສາ 2026 ນີ້ ເຊິ່ງຕັ້ງຢູ່ຊັ້ນ 4 ຂອງອາຄານກົມ
ກົນໄກດັ່ງກ່າວຈະເຂົ້າມາອຸດຊ່ອງໂຫວ່ຢ່າງມີປະສິດທິພາບ ຕົວຢ່າງ: ຫາກທຸລະກິດຕ້ອງການກູ້ເງິນ 1 ຕື້ກີບ ແຕ່ມີຫຼັກຊັບພຽງ 500 ລ້ານກີບ, ບໍລິສັດຄ້ຳປະກັນສິນເຊື່ອຈະລົງມາກວດສອບຮ່ວມກັບທະນາຄານ ແລະ ສາມາດຄ້ຳປະກັນເງິນສ່ວນທີ່ຍັງຂາດອີກ 500 ລ້ານກີບໃຫ້ໄດ້
. ປັດຈຸບັນມີ 6 ທະນາຄານຊັ້ນນຳເຂົ້າຮ່ວມໂຄງການນີ້ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ (BCEL), ສົ່ງເສີມກະສິກຳ, ມາຣູຮານເຈແປນລາວ, BIC, ແລະ ອື່ນໆ ສາມາດກວດສອບລາຍລະອຽດໄດ້ທີ່ lcgc.com.la
ພ້ອມດຽວກັນນັ້ນ, ທາງກົມຍັງກຽມເປີດ “ສູນນະວັດຕະກຳສຳລັບ MSME ແລະ Startup” ແລະ “ສູນບົ່ມເພາະ” (Incubation Center) ເພື່ອເປັນພື້ນທີ່ປອດໄພໃຫ້ຄຳປຶກສາແກ່ທຸລະກິດຂະໜາດນ້ອຍທີ່ຍັງບໍ່ກ້າເຂົ້າຫາສະຖາບັນໃຫຍ່ໆ ຊ່ວຍໃຫ້ເຂົາເຈົ້າສາມາດທົດລອງແນວຄວາມຄິດ ແລະ ແກ້ໄຂບັນຫາທາງທຸລະກິດດ້ວຍເຕັກໂນໂລຊີ.
ເພື່ອໃຫ້ສາມາດແຂ່ງຂັນໄດ້ໃນຍຸກປັດຈຸບັນ ການປັບປ່ຽນວິທີຄິດ (Mindset) ແມ່ນສິ່ງທີ່ຂາດບໍ່ໄດ້ ເຊິ່ງ ທ່ານ ປອ ນາງ ມາໄລຄຳ ໄດ້ໃຫ້ຄຳແນະນຳອັນລ້ຳຄ່າແກ່ຜູ້ປະກອບການລາວວ່າ: “ບໍ່ຢາກໃຫ້ແຂ່ງຂັນກັນທາງດ້ານລາຄາກັນ ບໍ່ໃຫ້ຕັດລາຄາກັນເພາະວ່າຫຍັງແຕ່ລະຄົນມີຕົ້ນທຶນທີ່ຕ່າງກັນເນາະ… ຜະລິດຕະພັນຂອງພວກທ່ານຢາກໃຫ້ຜະລິດເປັນລັກສະນະວ່າມີເລື່ອງລາວມີການບັນຍາຍຄວາມສຳຄັນຂອງຜະລິດຕະພັນນີ້… ໃນການເຂົ້າເຖິງຕະຫຼາດຫັ້ນເຂົ້າໃຈວ່າຖ້າວ່າປັດຈຸບັນພວກທ່ານບໍ່ເຂົ້າເຖິງການຕະຫຼາດອອນລາຍແມ່ນພວກທ່ານຊ້າຫຼາຍແຮງລະຊິບໍ່ທັນໝູ່ ສະນັ້ນພວກເຮົາໃຫ້ຫັນເຂົ້າມາສູ່ການຕະຫຼາດອອນລາຍລະກະໃຫ້ຫັນມາສຶກສາການນຳໃຊ້ AI ເຂົ້າມາຊ່ວຍ”
ການເຄື່ອນໄຫວຢ່າງຮອບດ້ານທັງໝົດນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ທີ່ບໍ່ພຽງແຕ່ຈະຊ່ວຍພະຍຸງທຸລະກິດຂະໜາດນ້ອຍໃຫ້ລອດພົ້ນຈາກວິກິດເສດຖະກິດເທົ່ານັ້ນ, ແຕ່ຍັງແນໃສ່ປ່ຽນແປງລະບົບນິເວດທາງທຸລະກິດ (Ecosystem) ເພື່ອຍົກລະດັບມາດຕະຖານສິນຄ້າລາວໃຫ້ສາມາດຢືນຢັດ, ແຂ່ງຂັນ ແລະ ເຕີບໃຫຍ່ໃນເວທີອາຊຽນແລະຕະຫຼາດໂລກໄດ້ຢ່າງແທ້ຈິງ
#LaoXperts #MSMELaos #ທຸລະກິດລາວ #ກະຊວງອຸດສາຫະກຳແລະການຄ້າ #ກອງທຶນSME #ບໍລິສັດຄ້ຳປະກັນສິນເຊື່ອ #ເສດຖະກິດລາວ #StartupLaos #ນະວັດຕະກຳທຸລະກິດ


