ລາຄານ້ຳມັນດິບໃນຕະຫຼາດໂລກຮ່ວງລົງຕໍ່າກວ່າ 80 ໂດລາຕໍ່ບາເຣລ ຫຼັງສະຫະລັດ ແລະ ອີຣານ ບັນລຸຂໍ້ຕົກລົງເບື້ອງຕົ້ນໃນການຢຸດຕິສົງຄາມ ແລະ ກຽມເປີດຊ່ອງແຄບຮໍມູຊຄືນໃໝ່ ເຊິ່ງສົ່ງຜົນໃຫ້ Goldman Sachs ປັບຫຼຸດຄາດການລາຄານ້ຳມັນລົງທັນທີ
ການເຄື່ອນໄຫວຂອງຕະຫຼາດພະລັງງານໂລກໃນຄັ້ງນີ້ ເກີດຂຶ້ນຫຼັງຈາກທີ່ປະທານາທິບໍດີສະຫະລັດ ໂດນັລ ທຣຳ ໄດ້ປະກາດການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຢຸດຕິສົງຄາມລະຫວ່າງສະຫະລັດ-ອິດສະຣາແອນ ກັບ ອີຣານ ເຊິ່ງເປັນຕົ້ນເຫດຂອງການປິດຊ່ອງແຄບຮໍມູດ (Strait of Hormuz) ເສັ້ນທາງຂົນສົ່ງນ້ຳມັນທີ່ສຳຄັນທີ່ສຸດໃນໂລກ.
ສະຖານະການດັ່ງກ່າວເຮັດໃຫ້ລາຄານ້ຳມັນດິບ Brent ຫຼຸດລົງປະມານ 4% ໄປຢູ່ທີ່ 79.97 ໂດລາຕໍ່ບາເຣລ ເຊິ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ, ສ່ວນນ້ຳມັນດິບ WTI ຂອງສະຫະລັດ ກໍຮ່ວງລົງມາຢູ່ທີ່ 77.23 ໂດລາຕໍ່ບາເຣລ.
ທະນາຄານການລົງທຶນລະດັບໂລກຢ່າງ Goldman Sachs ໄດ້ຕອບສະໜອງຕໍ່ຂ່າວດັ່ງກ່າວດ້ວຍການປັບຫຼຸດຄາດການລາຄານ້ຳມັນ Brent ໃນໄຕມາດທີສີ່ຂອງປີນີ້ລົງຈາກ 90 ໂດລາ ເຫຼືອ 80 ໂດລາຕໍ່ບາເຣລ ແລະ ປັບຫຼຸດລາຄາສະເລ່ຍຂອງປີ 2027 ລົງເຫຼືອ 75 ໂດລາ, ໂດຍນັກວິເຄາະຄາດວ່າການສົ່ງອອກນ້ຳມັນຈາກອ່າວເປີເຊຍຈະກັບຄືນສູ່ພາວະປົກກະຕິໄດ້ໄວຂຶ້ນພາຍໃນທ້າຍເດືອນກໍລະກົດນີ້ ເຊິ່ງໄວກວ່າກຳນົດເດີມທີ່ຄາດໄວ້ໃນທ້າຍເດືອນສິງຫາ.
ຢ່າງໃດກໍຕາມ, ເຖິງແມ່ນວ່າຕະຫຼາດນ້ຳມັນໂລກຈະສະແດງຄວາມເຊື່ອໝັ້ນໃນທາງບວກຈົນລາຄາຫຼຸດລົງ, ແຕ່ນັກວິເຄາະຈາກ Saxo Bank ກໍໄດ້ເຕືອນວ່າ ຄວາມບໍ່ແນ່ນອນທາງດ້ານພູມສາດການເມືອງທີ່ຍັງຫຼົງເຫຼືອຢູ່, ປະລິມານນ້ຳມັນສຳຮອງທີ່ຫຼຸດລົງ ແລະ ຄວາມຕ້ອງການຕາມລະດູການ ອາດຈະເຮັດໃຫ້ເສັ້ນທາງການກັບຄືນໄປສູ່ລາຄານ້ຳມັນໃນໄລຍະກ່ອນສົງຄາມ (ທີ່ປະມານ 65-70 ໂດລາ) ບໍ່ໄດ້ງ່າຍດາຍຢ່າງທີ່ຄິດ, ເຊິ່ງທຸກສາຍຕາພວມຈັບຈ້ອງໄປທີ່ການເຈລະຈາຮອບໃໝ່ລະຫວ່າງສະຫະລັດ ແລະ ອີຣານ ທີ່ຈະຈັດຂຶ້ນຢູ່ປະເທດສະວິດເຊີແລນໃນວັນສຸກນີ້ ເພື່ອບັນລຸຂໍ້ຕົກລົງຂັ້ນເດັດຂາດ.
#LaoXPerts #ລາຄານ້ຳມັນໂລກ #GoldmanSachs #ສະຫະລັດອີຣານ #ຊ່ອງແຄບຮໍມູຊ #ພະລັງງານຊີຣີ #ເສດຖະກິດໂລກ


