Prize web

ບານໂລກບໍ່ໄດ້ມີພຽງແຕ່ຖ້ວຍແຊ້ມທີ່ທຸກຊາດຄາດຫວັງ ແຕ່ຍັງມາພ້ອມເງິນລາງວັນຈຳນວນມະຫາສານຈາກ FIFA ໂດຍໃນບານໂລກ 2022 ທີ່ປະເທດ Qatar ທີມຊາດ Argentina ເຊິ່ງສາມາດຄວ້າເອົາແຊ້ມໂລກໄດ້ສຳເລັດ ໄດ້ຮັບເງິນລາງວັນ 42 ລ້ານໂດລາສະຫະລັດ ຫຼື ປະມານ 925,260,000,000 ກີບ. ຂະນະທີ່ທີມຮອງແຊ້ມຢ່າງ France ໄດ້ຮັບ 30 ລ້ານໂດລາສະຫະລັດ ສ່ວນປະເທດ Croatia ອັນດັບ 3 ໄດ້ຮັບ 27 ລ້ານໂດລາສະຫະລັດ ແລະ Morocco ອັນດັບ 4 ໄດ້ຮັບ 25 ລ້ານໂດລາສະຫະລັດ.

ສຳລັບທີມທີ່ຕົກຮອບກ່ອນໜ້ານັ້ນ FIFA ກໍຍັງມີເງິນລາງວັນໃຫ້ເຊັ່ນກັນ ໂດຍທີມທີ່ເຂົ້າຮອບ 8 ທີມສຸດທ້າຍໄດ້ຮັບທີມລະ 17 ລ້ານໂດລາສະຫະລັດ, ທີມທີ່ຕົກຮອບ 16 ທີມສຸດທ້າຍໄດ້ຮັບທີມລະ 13 ລ້ານໂດລາສະຫະລັດ ແລະ ທີມທີ່ຕົກຮອບແຂ່ງແບ່ງກຸ່ມໄດ້ຮັບທີມລະ 9 ລ້ານໂດລາສະຫະລັດ. ນອກຈາກນີ້, ທຸກທີມທີ່ຜ່ານເຂົ້າຮອບສຸດທ້າຍຍັງໄດ້ຮັບເງິນສະໜັບສະໜູນລ່ວງໜ້າ 1.5 ລ້ານໂດລາສະຫະລັດ ເພື່ອໃຊ້ກຽມທີມກ່ອນການແຂ່ງຂັນ.

ສ່ວນບານໂລກ 2026 ເງິນລາງວັນຈະເພີ່ມຂຶ້ນຫຼາຍກວ່າເກົ່າ, ໂດຍ FIFA ປະກາດວ່າແຊ້ມໂລກຈະໄດ້ຮັບ 50 ລ້ານໂດລາສະຫະລັດ, ຮອງແຊ້ມຈະໄດ້ 33 ລ້ານໂດລາສະຫະລັດ, ອັນດັບ 3 ຈະໄດ້ 29 ລ້ານໂດລາສະຫະລັດ ແລະ ອັນດັບ 4 ໄດ້ຮັບ 27 ລ້ານໂດລາສະຫະລັດ ເຊິ່ງຖືເປັນເງິນລາງວັນທີ່ສູງກວ່າບານໂລກ 2022 ຢ່າງຊັດເຈນ.

ນອກຈາກເງິນລາງວັນຂອງທີມແລ້ວ, ບານໂລກຍັງມີລາງວັນສ່ວນໂຕສຳລັບນັກເຕະທີ່ສ້າງຜົນງານໄດ້ໂດດເດັ່ນໃນການແຂ່ງຂັນ. ໂດຍໃນບານໂລກ 2022, Lionel Messi ໄດ້ຮັບລາງວັນ Golden Ball ຫຼື ຜູ້ຫຼິ້ນດີເດັ່ນປະຈຳ Tournament ຫຼັງພາ Argentina ຄວ້າແຊ້ມໂລກ. ສ່ວນ Kylian Mbappé ໄດ້ຮັບລາງວັນ Golden Boot ຫຼື ດາວຊັນໂວ (Top Scorer) ສູງສຸດຈາກການຍິງບານໄປ 8 ປະຕູ.

ດ້ານລາງວັນຜູ້ຮັກສາປະຕູດີເດັ່ນ ຫຼື Golden Glove ຕົກເປັນຂອງ Emiliano Martínez ຈາກທີມຊາດ Argentina, ຂະນະທີ່ລາງວັນນັກເຕະດາວລຸ້ງດີເດັ່ນ (Best Young Player) ຕົກເປັນຂອງ Enzo Fernández ເຊິ່ງທັງສອງເປັນກຳລັງສຳຄັນຂອງທີມຊາດ Argentina ໃນການຄວ້າແຊ້ມຄັ້ງປະຫວັດສາດ.

ແນວໃດກໍຕາມ, ເງິນລາງວັນຫຼັກຈາກ FIFA ຈະມອບໃຫ້ກັບ “ສະມາຄົມບານເຕະຂອງແຕ່ລະຊາດ” ບໍ່ໄດ້ຈ່າຍໂດຍກົງໃຫ້ນັກເຕະທຸກຄົນໃນຈຳນວນເທົ່າກັນ ສ່ວນຜູ້ຫຼິ້ນຈະໄດ້ຮັບເງິນໂບນັດຫຼາຍໜ້ອຍເທົ່າໃດ ແມ່ນຂຶ້ນຢູ່ກັບຂໍ້ຕົກລົງພາຍໃນຂອງແຕ່ລະທີມຊາດ ເຊັ່ນ ບາງປະເທດແບ່ງເງິນລາງວັນໃຫ້ຜູ້ຫຼິ້ນຕາມຜົນງານ ບາງປະເທດມີໂບນັດແຍກຕ່າງຫາກ ແລະ ບາງທີມອາດນຳເງິນບາງສ່ວນໄປບໍລິຈາກ ຫຼື ໃຊ້ພັດທະນາກິລາບານເຕະໃນປະເທດ.

ສະຫຼູບໄດ້ວ່າ ການຄວ້າແຊ້ມບານໂລກບໍ່ແມ່ນພຽງແຕ່ກຽດຕິຍົດສູງສຸດນວົງການບານເຕະ ແຕ່ຍັງເປັນລາງວັນທາງການເງິນລະດັບມະຫາສານ ໂດຍແຊ້ມໂລກ 2022 ຢ່າງ Argentina ໄດ້ຮັບ 42 ລ້ານໂດລາສະຫະລັດ ແລະ ໃນປີ 2026 ເງິນລາງວັນແຊ້ມເພີ່ມເປັນ 50 ລ້ານໂດລາສະຫະລັດ. ຂະນະດຽວກັນ ລາງວັນສ່ວນໂຕຢ່າງ Golden Ball, Golden Boot, Golden Glove ແລະ Best Young Player ກໍເປັນອີກໜຶ່ງກຽດຕິຍົດສຳຄັນທີ່ຊ່ວຍຍົກລະດັບຊື່ສຽງ ແລະ ມູນຄ່າຂອງນັກເຕະໃນລະດັບໂລກ.

ແຫຼ່ງຂໍ້ມູນ: Inside FIFA, FIFA Publication, FIFPRO

Comments are disabled