ບົດບັນນາທິການ
ກິລາບານເຕະເຄີຍຖືກຍົກຍ້ອງໃຫ້ເປັນພາສາສາກົນທີ່ເຊື່ອມໂຍງມວນມະນຸດເຂົ້າດ້ວຍກັນພາຍໃຕ້ກົດກະຕິກາ ແລະ ຄວາມຍຸຕິທຳທີ່ສະເໝີພາບກັນ. ແຕ່ເຫດການທີ່ເກີດຂຶ້ນໃນການແຂ່ງຂັນບານໂລກ 2026 ໄດ້ກາຍເປັນຈຸດດ່າງພ້ອຍທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງກິລານີ້, ໂດຍສະແດງໃຫ້ເຫັນເຖິງການອະນຸຍາດໃຫ້ການເມືອງເຂົ້າມາທຳລາຍຄວາມຊື່ສັດຂອງທົວຣ໌ນາເມັນອັນດັບ ໜຶ່ງຂອງໂລກ, ນີ້ບໍ່ແມ່ນພຽງແຕ່ເລື່ອງຂອງກິລາອີກຕໍ່ໄປ, ແຕ່ມັນຄືບົດສະທ້ອນຂອງການໃຊ້ອຳນາດບາດໃຫຍ່ ແລະ ມາດຕະຖານຕ່າງລະດັບທີ່ໜ້າອັບອາຍທີ່ສຸດ, ເຖິງແມ່ນວ່າໃນທ້າຍທີ່ສຸດ ຄວາມຍຸຕິທຳໃນສະໜາມຈະປະກົດຂຶ້ນຜ່ານໄຊຊະນະຢ່າງຂາດລອຍ 4-1 ຂອງທີມຊາດເບວຢ້ຽມເໜືອສະຫະລັດອາເມຣິກາກໍຕາມ.
ທຸກຢ່າງເລີ່ມຕົ້ນຈາກຮອບ 32 ທີມສຸດທ້າຍ, ເມື່ອ Folarin Balogun ກອງໜ້າດາວເດັ່ນຂອງທີມຊາດສະຫະລັດອາເມຣິກາ ໄດ້ຮັບບັດແດງຈາກການໄປຢຽບຂໍ້ຕີນຂອງ Tarik Muharemovic ນັກເຕະທີມຊາດບອດສະເນຍ ຈົນວ່າຂໍ້ຕີນສິຈົມລົງໄປໃນກ້ອງຫຍ້າພື້ນສີຂຽວ (ໃນນັດທີ່ອາເມຣິກາຊະນະ 2-0), ຕາມກົດລະບຽບແລ້ວ, ບັດແດງໂດຍກົງຈາກການຕັດສິນຂອງກຳມະການ ແລະ ການກວດສອບຈາກລະບົບ VAR ຕ້ອງນຳໄປສູ່ການແບນ (ຫ້າມລົງແຂ່ງຂັນ) 1 ນັດແບບອັດຕະໂນມັດໃນນັດຕໍ່ໄປທີ່ພົບກັບ ເບວຢ້ຽມ.
ແຕ່ສິ່ງທີ່ເກີດຂຶ້ນຫຼັງຈາກນັ້ນຄືການສະແດງອອກເຖິງ ການໃຊ້ອຳນາດໃນຖານະ “ອະພິສິດຊົນ” ຂອງຊາດມະຫາອຳນາດຢ່າງຊັດເຈນທີ່ສຸດໃນຮອບຫຼາຍທົດສະວັດ, ເຊິ່ງເປັນຄັ້ງທຳອິດນັບຕັ້ງແຕ່ປີ 1962 ທີ່ບັດແດງໃນບານໂລກບໍ່ນຳໄປສູ່ການຖືກແບນ.
ການກະທຳຂອງປະທານາທິບໍດີ Donald Trump ທີ່ໂທລະສັບໂດຍກົງຫາ Gianni Infantino ປະທານ FIFA ເພື່ອຮຽກຮ້ອງໃຫ້ທົບທວນກໍລະນີຂອງ Balogun ຄືການໃຊ້ກຳລັງພາຍນອກເຂົ້າມາບຽດບຽນກິລາຢ່າງໜ້າກຽດ, ການທີ່ Trump ອອກມາປະກາດຢ່າງພາກພູມໃຈຜ່ານສື່ສັງຄົມອອນລາຍວ່າ “ຂອບໃຈ FIFA ທີ່ເຮັດໃນສິ່ງທີ່ຖືກຕ້ອງ ແລະ ປີ້ນກັບຄວາມບໍ່ຍຸຕິທຳອັນໃຫຍ່ຫຼວງ!” ມັນສະທ້ອນໃຫ້ເຫັນເຖິງແນວຄິດທີ່ວ່າ ອາເມຣິກາສາມາດຂຽນກົດລະບຽບຂອງໂລກຂຶ້ນມາໃໝ່ໄດ້ຕາມໃຈມັກ, ແລະ ສາມາດປ່ຽນຜິດໃຫ້ເປັນຖືກໄດ້ພຽງແຕ່ການຍົກຫູໂທລະສັບ.
ກ່ຽວກັບເລື່ອງນີ້ ຄຳຖາມອາດຈະບໍ່ຕົກໄປທີ່ ຜູ້ນຳສະຫະລັດພຽງຄົນດຽວ ແຕ່ມັນຍັງເກີດຂຶ້ນໂດຍກົງເຖິງ FIFA ວ່າ ຈັນຍາບັນ, ກຽດສັກສີ ແລະ ຄວາມຍຸຕິທຳຂອງພວກທ່ານຢູ່ໃສ? FIFA, ພວກທ່ານກຳລັງເຮັດໃຫ້ອົງກອນຂອງຕົນເອງກາຍເປັນພຽງເຄື່ອງມືຮັບໃຊ້ອຳນາດທາງການເມືອງ ຫຼື ການເງິນຂອງອາເມຣິກາແມ່ນບໍ່?
ສະຫະພັນບານເຕະເບວຢ້ຽມ (RBFA) ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການຕັດສິນໃຈນີ້ຂັດກັບມາດຕາ 66.4 ຂອງກົດລະບຽບທາງວິໄນ ແລະ ມາດຕາ 10.5 ຂອງກົດລະບຽບການແຂ່ງຂັນບານໂລກ 2026, ເຊິ່ງລະບຸຊັດເຈນວ່າຜູ້ທີ່ໄດ້ຮັບບັດແດງຕ້ອງຖືກແບນໃນນັດຕໍ່ໄປໂດຍອັດຕະໂນມັດ, ຍິ່ງໄປກວ່ານັ້ນ, ໜັງສືວຽນສະບັບທີ 16 ຂອງ FIFA ເອງກໍຢືນຢັນເຖິງການແບນອັດຕະໂນມັດ 1 ນັດນີ້.
ຄຳຖາມຄື: ເປັນຫຍັງກົດຂໍ້ນີ້ຈຶ່ງຖືກຍົກເວັ້ນໃຫ້ກັບອາເມຣິກາຊາດດຽວ? ໃນຂະນະທີ່ກ່ອນໜ້ານີ້ ນັກເຕະຊາດອື່ນເຊັ່ນ Assim Madibo ຈາກກາຕາ ຍັງຖືກແບນເຖິງ 5 ນັດຈາກການໄດ້ຮັບບັດແດງ.
ການກະທຳຂອງ FIFA ບໍ່ພຽງແຕ່ເປັນການລຳອຽງ, ແຕ່ຍັງເປັນການກີດກັນຄວາມຍຸຕິທຳຢ່າງເປັນລະບົບ. ເມື່ອ ເບວຢ້ຽມ ພະຍາຍາມຮຽກຮ້ອງຄຳອະທິບາຍຕາມສິດທິອັນຊອບທຳ, FIFA ກັບຫັນປ່ຽນຄຳຮ້ອງຂໍນັ້ນເປັນການ “ອຸທອນ” ແບບມັດມືຊົກ ແລະ ບີບບັງຄັບໃຫ້ ເບວຢ້ຽມ ມີເວລາພຽງສອງສາມຊົ່ວໂມງໃນການດຳເນີນການ, ກ່ອນທີ່ຈະປະກາດວ່າການອຸທອນນັ້ນຕົກໄປໂດຍບໍ່ຍອມໃຫ້ເຫດຜົນໃດໆເລີຍ.
FIFA ອອກຖະແຫຼງການມາວ່າຕົນເອງມີສິດຕາມກົດລະບຽບໃນການໂຈະການລົງໂທດໃດໆ ກໍໄດ້ທີ່ບໍ່ກ່ຽວຂ້ອງກັບການລົ້ມບານ, ແຕ່ບໍ່ໃຫ້ລາຍລະອຽດວ່າເປັນຫຍັງຈຶ່ງໂຈະໃນກະລະນີນີ້.
ຮ້າຍແຮງໄປກວ່ານັ້ນ, ໃນກອງປະຊຸມປະສານງານກ່ອນການແຂ່ງຂັນລະຫວ່າງ ເບວຢ້ຽມ ແລະ ອາເມຣິກາ, FIFA ຍັງຈົງໃຈຕັດເນື້ອຫາພາກສ່ວນທີ່ກ່ຽວກັບ “ການໂຈະອັດຕະໂນມັດຂອງນັກເຕະ” ອອກໄປຈາກການນຳສະເໜີໜ້າຕາເສີຍ, ແລະ ປະຕິເສດທີ່ຈະຕອບຄຳຖາມເມື່ອຖືກຖາມເຖິງສາເຫດທີ່ຕັດເນື້ອຫານີ້ອອກ, ນີ້ມັນບໍ່ແມ່ນຄວາມຜິດພາດທາງເຕັກນິກ, ແຕ່ມັນຄືການ “ປຸ້ນຈີ້” ຄວາມຍຸຕິທຳກາງແຈ້ງທີ່ເຮັດໂດຍອົງກອນທີ່ອ້າງຕົນວ່າເປັນຜູ້ປົກປ້ອງຄວາມຍຸຕິທຳທີ່ສຸດ.
ເຖິງຢ່າງໃດກໍຕາມ, ຄວາມຍຸຕິທຳທີ່ແທ້ຈິງໄດ້ຖືກພິສູດໃນສະໜາມແລ້ວ ການທີ່ ເບວຢ້ຽມ ສາມາດເອົາຊະນະ ສະຫະລັດ ອາເມຣິກາ ໄປໄດ້ຢ່າງຂາດລອຍ 4-1 ໃນການແຂ່ງຂັນມື້ນີ້ ຖືເປັນການຕົບໜ້າ FIFA ແລະ ອຳນາດການເມືອງຂອງອາເມຣິກາຢ່າງແຮງທີ່ສຸດ. ໄຊຊະນະນີ້ບໍ່ແມ່ນພຽງແຕ່ການຜ່ານເຂົ້າຮອບ, ແຕ່ມັນຄືໄຊຊະນະຂອງ “ກິລາທີ່ບໍລິສຸດ” ເໜືອ “ການໂກງແບບມີໃບອະນຸຍາດ”. ມັນເປັນຂໍ້ພິສູດວ່າ ເຖິງແມ່ນທ່ານຈະໃຊ້ສາຍໂທລະສັບຈາກທຳນຽບຂາວເພື່ອບຽດບຽນຄົນເອງ, ແຕ່ທ່ານບໍ່ສາມາດປ່ຽນແປງຄວາມຈິງໃນສະໜາມຫຍ້າໄດ້.
ການບຽດບຽນກິລາຄັ້ງນີ້ໄດ້ສ້າງແຮງສັ່ນສະເທືອນໄປທົ່ວວົງການບານເຕະ. ມັນບໍ່ແມ່ນແຕ່ຄູຝຶກຂອງເບວຢ້ຽມ Rudi Garcia ທີ່ອອກມາປະຊົດປະຊັນວ່າ “ບໍ່ຮູ້ມາກ່ອນເລີຍວ່າໃນຫ້ອງການຂອງ FIFA ມື້ທີ 5 ກໍລະກົດ ຈະກົງກັບມື້ April Fools’ Day ຂອງເອີຣົບ”
ສະຫະພັນບານເຕະເອີຣົບ (UEFA) ກໍຍັງອອກມາປະນາມວ່າການຕັດສິນໃຈຄັ້ງນີ້ “ລ້ຳເສັ້ນ” ແລະ ເປັນສິ່ງທີ່ “ບໍ່ເຄີຍມີມາກ່ອນ, ບໍ່ສາມາດເຂົ້າໃຈໄດ້ ແລະ ບໍ່ສາມາດຫາເຫດຜົນມາອ້າງອີງໄດ້
ແມ່ນແຕ່ Sepp Blatter, ອະດີດປະທານ FIFA ຜູ້ທີ່ຖືກ່າວຄານວ່າ ເປັນຜູ້ພາ FIFA ເຂົ້າສູ່ຍຸກມືດ ກໍຍັງຕ້ອງອອກມາຕັ້ງຄຳຖາມຢ່າງເຈັບແສບວ່າ: “ບັດແດງບໍ່ຄວນຖືກຍົກເລີກດ້ວຍໂທລະສັບທາງການເມືອງ ຖ້າປະທານາທິບໍດີອາເມຣິກາແຊກແຊງປະທານ FIFA ໄດ້ ຄຳຖາມທີ່ຫຼີກລ່ຽງບໍ່ໄດ້ຄື FIFA, ເຈົ້າກຳລັງຈະໄປທາງໃດ?”
ນັກວິຈານກິລາ ແລະ ອະດີດນັກເຕະລະດັບຕຳນານລ້ວນແຕ່ເຫັນພ້ອມກັນເຖິງຄວາມໜ້າກຽດນີ້. Ian Wright ອະດີດນັກເຕະອັງກິດເຖິງກັບໃຊ້ຄຳວ່າ “ໜ້າອັບອາຍ” (shameful) ກັບສິ່ງທີ່ເກີດຂຶ້ນກັບທີມອາເມຣິກາໃນທົວຣ໌ນາເມັນນີ້ ແລະ Roy Keane ກໍສະຫຼຸບຄວາມຮູ້ສຶກຂອງແຟນບານທົ່ວໂລກໄດ້ຢ່າງກົງໄປກົງມາທີ່ສຸດວ່າ “ມັນເບິ່ງຄືວ່າບໍ່ຍຸຕິທຳ ກໍເພາະວ່າມັນບໍ່ຍຸຕິທຳນັ້ນແຫຼະ”
ເຫດການ Folarin Balogun ບໍ່ແມ່ນພຽງແຕ່ເລື່ອງຂອງນັກເຕະຄົນໜຶ່ງທີ່ລອດພົ້ນຈາກການຖືກແບນ ແຕ່ມັນຄືການປະກາດໃຫ້ໂລກຮູ້ວ່າ ໃນຍຸກທີ່ອຳນາດການເມືອງຂອງອາເມຣິກາສາມາດກົດດັນໄດ້ທຸກຢ່າງ, ກົດລະບຽບຂອງກິລາທີ່ມີມາຢ່າງຍາວນານກໍເປັນພຽງແຕ່ເສດເຈ້ຍ.
#ບານໂລກ2026 #ກິລາບໍ່ແມ່ນການເມືອງ #ຄວາມຍຸຕິທຳໃນກິລາ #ເບວຢ້ຽມຊະນະອາເມຣິກາ #ຟີຟ່າ #ບັດແດງ #ອຳນາດມະຫາອຳນາດ #ຢຸດການເມືອງໃນກິລາ

