ສະມາຄົມທຸລະກິດກະສິກຳລາວ ເດີນໜ້າຊຸກຍູ້ການຜະລິດເປັນສິນຄ້າປີ 2026 ເພື່ອຍົກລະດັບເສດຖະກິດທ້ອງຖິ່ນ ຜ່ານການຮ່ວມມືສະໜອງທຶນຈາກ AnyPay ແລະ ເຊັນສັນຍາສົ່ງອອກໝາກສົ້ມພໍດີແຫ້ງໄປສູ່ຕະຫຼາດ ສ.ເກົາຫຼີ ເຊິ່ງຈະສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຊາວກະກອນ ແລະ ຜູ້ປະກອບການພາຍໃນປະເທດຢ່າງເປັນຮູບປະທຳ.
ບາດກ້າວສຳຄັນນີ້ໄດ້ຖືກເຜີຍແຜ່ໃນກອງປະຊຸມວັນທີ 3 ກໍລະກົດ 2026 ທີ່ສູນປະຊຸມ ICTC ໂດຍການນຳພາຂອງທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ອະດີດຮອງລັດຖະມົນຕີ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຕາງໜ້າຈາກພາກລັດ, ສະຖາບັນການເງິນ ແລະ ຄູ່ຄ້າສາກົນ.
ສິ່ງທີ່ຊາວກະສິກອນ ແລະ ຜູ້ເຮັດທຸລະກິດກະສິກຳຈະໄດ້ຮັບປະໂຫຍດໂດຍກົງຈາກໂຄງການນີ້ຄື ການແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນ ເຊິ່ງເປັນອຸປະສັກໃຫຍ່ຂອງການກະສິກຳລາວ ໂດຍສະຖາບັນການເງິນຈຸລະພາກ AnyPay ໄດ້ຕົກລົງຮ່ວມມືສະໜອງທຶນເພື່ອຮັບໃຊ້ການຜະລິດກະສິກຳເປັນສິນຄ້າຂອງສະມາຄົມໂດຍສະເພາະ.
ພາຍໃນການນຳສະເໜີ ປະທານສະຖາບັນການເງິນຈຸລະພາກ AnyPay ໄດ້ຢືນຢັນວ່າ ການປ່ອຍສິນເຊື່ອພາຍໃຕ້ໂຄງການນີ້ ຈະບໍ່ໄດ້ພິຈາລະນາໂດຍອີງໃສ່ “ຫຼັກຊັບຄ້ຳປະກັນ” ເປັນປັດໄຈຫຼັກອີກຕໍ່ໄປ. ກົງກັນຂ້າມ, AnyPay ຈະພິກບົດບາດກ້າວເຂົ້າມາເປັນ “ຄູ່ຮ່ວມຄິດ ຮ່ວມປຶກສາ”, ໂດຍຈະລົງເລິກຊ່ວຍເຫຼືອຜູ້ປະກອບການໃນການວາງແຜນການເງິນ, ບໍລິຫານຈັດການຕົ້ນທຶນ ແລະ ວາງຍຸດທະສາດການດຳເນີນທຸລະກິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງໄປນຳກັນ.
ພ້ອມດຽວກັນນັ້ນ, ພາຍໃນງານຍັງໄດ້ມີ ການຮ່ວມມືກັບອົງການ Saemaul Undong ກໍຈະເປັນການເປີດປະຕູສູ່ການພັດທະນາຊຸມຊົນ ແລະ ຍົກລະດັບມາດຕະຖານການຜະລິດແບບຍືນຍົງ.
ຈຸດທີ່ໜ້າສົນໃຈ ແລະ ເປັນຮູບປະທຳທີ່ສຸດໃນງານນີ້ແມ່ນການລົງນາມສັນຍາຊື້-ຂາຍຕົວຈິງລະຫວ່າງ ສະຫະກອນ 3ເອ ກະສິກຳຍືນຍົງຂອງລາວ ແລະ ບໍລິສັດ Rawga ຈາກ ສ.ເກົາຫຼີ ໃນການສະໜອງ “ໝາກສົ້ມພໍດີຕາກແຫ້ງ”.
ພາຍໃຕ້ສັນຍານີ້, ຜູ້ຜະລິດກະສິກຳລາວຈະໄດ້ຮັບການຄໍ້າປະກັນຕະຫຼາດຮອງຮັບທີ່ແນ່ນອນ ແລະ ທີ່ສຳຄັນໄປກວ່ານັ້ນຄື ທາງບໍລິສັດຜູ້ຊື້ຍັງມີພັນທະຊ່ວຍຮັບຜິດຊອບຕໍ່ຄວາມສ່ຽງ ແລະ ສະໜອງທຶນເກັບຊື້ໝາກດິບໃຫ້ແກ່ຜູ້ຜະລິດອີກດ້ວຍ.
ເຫດການນີ້ຈຶ່ງຖືເປັນໂມເດວທຸລະກິດທີ່ໜ້າຈັບຕາ ແລະ ເປັນໂອກາດທອງສຳລັບອຸດສາຫະກຳກະສິກຳລາວ ໃນການເຊື່ອມໂຍງແຫຼ່ງທຶນ, ຍົກລະດັບຄຸນນະພາບສິນຄ້າ ແລະ ກ້າວເຂົ້າສູ່ຕະຫຼາດສາກົນໄດ້ຢ່າງໝັ້ນຄົງ ແລະ ຍືນຍົງ.
#LaoXperts #ກະສິກຳລາວ #ທຸລະກິດກະສິກຳ #ສົ່ງອອກສິນຄ້າ #ໝາກສົ້ມພໍດີ #ເສດຖະກິດລາວ #LaoAgriBusiness #AnyPay #SaemaulUndong


