ເສດຖະກິດມະຫາພາກຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2026 ສາມາດຮັກສາການຂະຫຍາຍຕົວໄດ້ໃນລະດັບ 5% ເຊິ່ງໄດ້ຮັບແຮງຍູ້ດັນຈາກຂະແໜງບໍລິການ ແລະ ການຈັດເກັບລາຍຮັບງົບປະມານທີ່ເພີ່ມຂຶ້ນຢ່າງກ້າວກະໂດດເຖິງ 19%. ເຖິງຢ່າງໃດກໍຕາມ, ລັດຖະບານຍັງຕ້ອງເລັ່ງຮັບມືກັບອັດຕາເງິນເຟີ້ທີ່ຊົງຕົວໃນລະດັບ 8% ເພື່ອຮັກສາສະຖຽນລະພາບຄ່າຄອງຊີບຂອງປະຊາຊົນ ແລະ ສ້າງຄວາມໝັ້ນຄົງທາງການເງິນໃນໄລຍະຍາວ.
ໂດຍໂຕເລກດັ່ງກ່າວ ຖືກລາຍງານໂດຍທ່ານ ນາຍົກ ສອນໄຊ ສີພັນດອນ ໃນກອງປະຊູມ ສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດ 2026.
ນາຍົກລາຍງານ ພາບລວມການເຕີບໂຕທາງເສດຖະກິດຂອງ ສປປ ລາວ ຍັງຄົງຮັກສາທ່າອ່ຽງທີ່ດີ ໂດຍສາມາດສ້າງມູນຄ່າລວມໄດ້ເຖິງ 199.987 ຕື້ກີບ ເຊິ່ງເທົ່າກັບ 48% ຂອງແຜນການລວມຂອງປີ.
ການຂະຫຍາຍຕົວດັ່ງກ່າວແມ່ນໄດ້ຮັບການປະກອບສ່ວນອັນສຳຄັນຈາກທຸກຂະແໜງການ ໂດຍສະເພາະຂະແໜງບໍລິການທີ່ມີການເຕີບໂຕໂດດເດັ່ນກວ່າໝູ່ເຖິງ 5.3%. ຮອງລົງມາແມ່ນຂະແໜງອຸດສາຫະກຳທີ່ຂະຫຍາຍຕົວ 5.1% , ພາສີ-ອາກອນຜະລິດຕະພັນສຸດທິ 4.9% ແລະ ຂະແໜງກະສິກຳທີ່ຂະຫຍາຍຕົວ 4.3%.
ໃນດ້ານການເງິນ ແລະ ງົບປະມານແຫ່ງລັດ, ລັດຖະບານໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດອັນເປັນຮູບປະທຳໃນການປະຕິຮູບລະບົບການຈັດເກັບລາຍຮັບ ໂດຍສະເພາະການຂະຫຍາຍຖານອາກອນມູນຄ່າເພີ່ມ ແລະ ການຫັນເປັນທັນສະໄໝ.
ຜົນຈາກມາດຕະການດັ່ງກ່າວເຮັດໃຫ້ການຈັດເກັບລາຍຮັບບັນລຸໄດ້ເຖິງ 44,956 ຕື້ກີບ ເຊິ່ງຄິດເປັນ 54% ຂອງແຜນການລວມ. ຕົວເລກນີ້ສະທ້ອນໃຫ້ເຫັນເຖິງການເພີ່ມຂຶ້ນເຖິງ 19% ຫຼື ຄິດເປັນເງິນປະມານ 7,198 ຕື້ກີບ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ໃນຂະນະດຽວກັນ, ຕາມບົດລາຍງານຂອງນາຍົກ, ລັດຖະບານຍັງສາມາດຄຸ້ມຄອງການໃຊ້ຈ່າຍໄດ້ຢ່າງຮັດກຸມ ໂດຍປະຕິບັດລາຍຈ່າຍທັງໝົດໄປພຽງແຕ່ 30,126 ຕື້ກີບ ຫຼື ເທົ່າກັບ 37% ຂອງແຜນການ. ປະເດັນສຳຄັນທີ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນແມ່ນການບໍລິຫານໜີ້ສິນຕ່າງປະເທດ ເຊິ່ງລັດຖະບານລາວສາມາດຊຳລະໄດ້ຕາມສັນຍາໂດຍນຳໃຊ້ລາຍຮັບພາຍໃນປະເທດລ້ວນໆ ແລະ ຢືນຢັນວ່າບໍ່ມີການກູ້ຢືມໃໝ່ເພື່ອມາໃຊ້ໜີ້ເກົ່າ.
ຄຽງຄູ່ກັນນັ້ນ, ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດກໍປະຕິບັດໄດ້ແລ້ວ 681 ຕື້ກີບ ເຊິ່ງເທົ່າກັບ 38% ຂອງແຜນການ. ດ້ານນະໂຍບາຍເງິນຕາ, ຄັງສຳຮອງເງິນຕາຕ່າງປະເທດຂອງຊາດກໍຢູ່ໃນລະດັບທີ່ປອດໄພ ໂດຍສາມາດກຸ້ມການນຳເຂົ້າໄດ້ເຖິງ 5.17 ເດືອນ ເຊິ່ງລື່ນແຜນການທີ່ຕັ້ງໄວ້ຢ່າງໜ້ອຍ 5 ເດືອນ.
ນອກຈາກນີ້, ທະນາຄານແຫ່ງ ສປປ ລາວ ຍັງສາມາດແກ້ໄຂສະພາບໜີ້ ແລະ ເກັບໜີ້ເງິນກູ້ໄດ້ທຽບເທົ່າ 1,720.49 ຕື້ກີບ , ຂະນະທີ່ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ກໍຖືກຄວບຄຸມໄວ້ໃນລະດັບພຽງ 0.98% ເຊິ່ງຕໍ່າກວ່າເພດານ 3% ທີ່ສະພາແຫ່ງຊາດກຳນົດໄວ້ຢ່າງຊັດເຈນ.
ເຖິງວ່າຈະມີສັນຍານບວກໃນຫຼາຍດ້ານ, ແຕ່ລັດຖະບານຍັງຄົງຕ້ອງຮັບມືກັບແຮງກົດດັນຈາກສະພາບເງິນເຟີ້ທີ່ສະເລ່ຍໃນໄລຍະ 6 ເດືອນຕົ້ນປີຍັງຢູ່ທີ່ 8% ເຊິ່ງສູງກວ່າຄາດໝາຍທີ່ສະພາແຫ່ງຊາດຮັບຮອງໄວ້ທີ່ 5%. ພ້ອມດຽວກັນນີ້, ດັດສະນີເງິນກີບກໍອ່ອນຄ່າລົງສະເລ່ຍ 3.09% ເມື່ອທຽບກັບໄລຍະດຽວກັນຂອງປີ 2025. ເພື່ອແກ້ໄຂບັນຫານີ້, ລັດຖະບານໄດ້ດຳເນີນນະໂຍບາຍເງິນຕາແບບປະສົມປະສານ ໂດຍການປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ລົງຈາກລະດັບ 8.5% ຕໍ່ປີ ມາເປັນ 8% ຕໍ່ປີ ຄຽງຄູ່ກັບການອອກພັນທະບັດໄລຍະສັ້ນ ແລະ ຊຸກຍູ້ການຊື້-ຂາຍເງິນຕາຜ່ານຕະຫຼາດເອເລັກໂຕຣນິກ (LFX).
ມາດຕະການທັງໝົດນີ້ ແມ່ນເພື່ອແນໃສ່ຄວບຄຸມປະລິມານເງິນ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນຈາກຜົນກະທົບຂອງຄ່າຄອງຊີບທີ່ສູງຂຶ້ນ.
#LaoXperts #ເສດຖະກິດລາວ #LaoEconomy #Macroeconomics #ASEANBusiness #MinistryOfFinanceLaos


