ການແຂ່ງຂັນ FIFA World Cup 26 ກຳລັງກາຍເປັນໜຶ່ງໃນມະຫາກຳບານເຕະລະດັບໂລກທີ່ຫຼາຍຄົນກຳລັງໃຫ້ຄວາມສົນໃຈ, ຫຼັງ FIFA ປັບຮູບແບບການແຂ່ງຂັນໃຫ້ໃຫຍ່ຂຶ້ນເປັນ 48 ທີມ ແລະ ມີການແຂ່ງຂັນລວມທັງໝົດ 104 ຕາ. ໂດຍເທື່ອນີ້ຈະຈັດຂຶ້ນຮ່ວມກັນໃນ 3 ປະເທດ ໄດ້ແກ່ ສະຫະລັດອາເມຣິກາ, ການາດາ ແລະ ແມັກຊີໂກ ລະຫວ່າງວັນທີ 11 ມິຖຸນາ ຫາ 19 ກໍລະກົດ 2026.
ແນວໃດກໍຕາມ, ອີກປະເດັນສຳຄັນບໍ່ແມ່ນພຽງແຕ່ເລື່ອງທີມຊາດທີ່ໄດ້ເຂົ້າຮ່ວມການແຂ່ງຂັນເທົ່ານັ້ນ ແຕ່ຍັງລວມເຖິງ “ລິຂະສິດການຖ່າຍທອດສົດ” ເຊິ່ງເປັນຫົວໃຈສຳຄັນທີ່ເຮັດໃຫ້ແຟນບານໃນແຕ່ລະປະເທດສາມາດຮັບຊົມການແຂ່ງຂັນໄດ້ຢ່າງຖືກຕ້ອງຕາມລິຂະສິດ.
ໃນຂົງເຂດອາຊຽນ, ລາຄາລິຂະສິດຖ່າຍທອດສົດຂອງແຕ່ລະປະເທດມັກບໍ່ໄດ້ຖືກເປີດເຜີຍຢ່າງເປັນທາງການ ເນື່ອງຈາກສັນຍາການຖ່າຍທອດສົດກິລາລະດັບໂລກຖືເປັນຂໍ້ມູນທາງການຄ້າລະຫວ່າງ FIFA ແລະ ຜູ້ຖືລິຂະສິດໃນແຕ່ລະຕະຫຼາດ, ເຮັດໃຫ້ການປະເມີນລາຄາໂຕຈິງຕ້ອງໄດ້ພິຈາລະນາຈາກຫຼາຍປັດໄຈ ເຊັ່ນ ຂະໜາດເສດຖະກິດ, ຈຳນວນປະຊາກອນ, ກຳລັງຊື້ຂອງຜູ້ຮັບຊົມ, ລາຍໄດ້ຈາກໂຄສະນາ, ຈຳນວນຜູ້ໃຊ້ງານ Pay TV ແລະ OTT ລວມເຖິງຄວາມນິຍົມຂອງກິລາບານເຕະໃນປະເທດນັ້ນໆ.
ຜູ້ຊ່ຽວຊານດ້ານສື່ກິລາ ເບິ່ງວ່າ ເລື່ອງລາຄາລິຂະສິດບານໂລກບໍ່ໄດ້ຂຶ້ນຢູ່ກັບຈຳນວນປະຊາກອອນພຽງຢ່າງດຽວ ແຕ່ຍັງຂຶ້ນຢູ່ກັບສັກກະຍະພາບໃນການສ້າງລາຍໄດ້ຂອງຕະຫຼາດນັ້ນໆ ປະເທດທີ່ມີປະຊາກອນຈຳນວນຫຼາຍ ມີຖານແຟບານທີ່ແຂງແຮງ ແລະ ມີອຸດສາຫະກຳສື່ທີ່ສາມາດຂາຍໂຄສະນາ ຫຼື ດຶງຄ່າສະມາຊິກຈາກຜູ້ຮັບຊົມໄດ້ສູງ ມັກມີແນວໂນ້ມທີ່ຈະມີມູນຄ່າລິຂະສິດສູງກວ່າປະເທດທີ່ມີຂະໜາດຕະຫຼາດນ້ອຍກວ່າ.
ໃນອາຊຽນ, ປະເທດທີ່ມັກຖືກແນມວ່າເປັນຕະຫຼາດລິຂະສິດມູນຄ່າສູງ ໄດ້ແກ່ ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ມາເລເຊຍ ເນື່ອງຈາກເປັນປະເທດທີ່ມີຈຳນວນປະຊາກອນຫຼາຍ ມີຖານແຟນບານເຕະຈຳນວນຫຼາຍ ແລະ ມີຕະຫຼາດສື່ທີ່ສາມາດສ້າງລາຍໄດ້ຈາກໂຄສະນາ ແລະ ແພລັດຟອມດິຈິຕໍໄດ້ຫຼາຍກວ່າ ໂດຍສະເພາະອິນໂດເນເຊຍ ເຊິ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນພາກພື້ນ ແມ້ວ່າ GPD ຕໍ່ຫົວຈະບໍ່ສູງທີ່ສຸດ ແຕ່ຂະໜາດຂອງຕະຫຼາດໂດຍລວມເຮັດໃຫ້ມີສັກກະຍະພາບດ້ານຜູ້ຮັບຊົມ ແລະ ລາຍໄດ້ສູງສຸດ.
ໃນອາຊຽນ ປະເທດທີ່ມີແນວໂນ້ມຈ່າຍຄ່າລິຂະສິດສູງທີ່ສຸດແມ່ນປະເທດອິນໂດເນເຊຍ, ໄທ, ຫວຽດນາມ ແລະ ມາເລເຊຍ ເນື່ອງຈາກເປັນຕະຫຼາດທີ່ມີປະຊາກອນຈຳນວນຫຼາຍ ມີຖານແຟນບານເຕະສູງ ແລະ ມີອຸດສາຫະກຳສື່ທີ່ສາມາດສ້າງລາຍໄດ້ຈາກໂຄສະນາ ແລະ ສະມາຊິກໄດ້ຫຼາຍກວ່າ ໂດຍສະເພາະໃນປະເທດອິນໂດເນເຊຍທີ່ມີປະຊາກອນຫຼາຍທີ່ສຸດໃນພາກພື້ນ ເຮັດໃຫ້ມີສັກກະຍະພາບທາງການຕະຫຼາດສູງ ເຖິງແມ້ວ່າ GDP ຕໍ່ຫົວຈະບໍ່ສູງທີ່ສຸດກໍຕາມ.
ສຳລັບໄທ ແລະ ຫວຽດນາມ ລາຄາລິຂະສິດອາດຢູ່ໃນລະດັບກາງຫາສູງ ເນື່ອງຈາກບານເຕະເປັນກິລາທີ່ໄດ້ຮັບຄວາມນິຍົມຢ່າງຫຼາຍ ແລະ ຕະຫຼາດສື່ດິຈິຕໍມີການເຕີບໃຫຍ່ຕໍ່ເນື່ອງ. ຫວຽດນາມມີ VTV ເປັນໜຶ່ງໃນຜູ້ຖືລິຂະສິດ FIFA World Cup 2026 ຕາມລາຍຊື່ Media Partners ຂອງ FIFA. ຂະນະທີ່ປະເທດໄທຍັງເປັນໜຶ່ງໃນຕະຫຼາດທີ່ກຳລັງຖືກຈັບຕາ ເນື່ອງຈາກລາຍຊື່ຜູ້ຖືລິຂະສິດຍັງບໍ່ປາກົດຊັດເຈນໃນເອກະສານຫຼ້າສຸດຂອງ FIFA ແລະ ມີລາຍງານຈາກສື່ໃນພາກພື້ນວ່າການເຈລະຈາຍັງຢູ່ລະຫວ່າງການຫາຂໍ້ສະຫຼຸບ.
ສ່ວນສິງກະໂປ ເຖິງແມ່ນວ່າຈະມີຈຳນວນປະຊາກອນທີ່ໜ້ອຍກວ່າອິນໂດເນເຊຍ, ໄທ ຫຼື ຫວຽດນາມ ແຕ່ເປັນປະເທດທີ່ມີ GDP ຕໍ່ຫົວສູງ, ມີກຳລັງຊື້ສູງ ແລະ ມີຕະຫຼາດໂຄສະນາລະດັບພຣີມ້ຽມ ເຮັດໃຫ້ມູນຄ່າລິຂະສິດອາດບໍ່ໄດ້ຕ່ຳຫຼາຍເມື່ອທຽບກັບຂະໜາດປະຊາກອນ ໂດຍ FIFA ລະບຸວ່າ Mediacorp ເປັນໜຶ່ງໃນຜູ້ຖືລິຂະສິດສຳລັບສິງກະໂປ.
ຂະນະທີ່ປະເທດຟິລິບປິນແມ້ຈະມີປະຊາກອນຈຳນວນຫຼາຍ ແຕ່ບານເຕະຍັງບໍ່ແມ່ນກິລາຫຼັກເມື່ອທຽບກັບກິລາບານບ້ວງ ຈຶ່ງອາດເຮັດໃຫ້ມູນຄ່າລິຂະສິດບານເຕະໂລກຕ່ຳກວ່າປະເທດທີ່ມີຖານແຟນບານແຂງແຮງກວ່າ. ແນວໃດກໍຕາມ ຟິລິບປິນຍັງຄົງເປັນຕະຫຼາດທີ່ມີສັກກະຍະພາບ ເພາະມີຈຳນວນປະຊາກອນຫຼາຍ ແລະ ການຮັບຊົມຄອນເທັ້ນຜ່ານແພລັດຟອມດິຈິຕໍກຳລັງເຕີບໃຫຍ່.
ໃນກຸ່ມປະເທດຂະໜາດນ້ອຍ ເຊັ່ນ ສປປລາວ, ກຳປູເຈຍ, ບຣູໄນ ແລະ ຕີມໍ-ເລສເຕ ມູນຄ່າລິຂະສິດມີແນວໂນ້ມຕ່ຳກວ່າຕະຫຼາດໃນພາກພື້ນຢ່າງຊັດເຈນ. ເນື່ອງຈາກຈຳນວນປະຊາກອນ, ລາຍໄດ້ຈາກໂຄສະນາ ແລະ ຖານຜູ້ຮັບຊົມທີ່ພ້ອມຂາຍຄ່າສະມາຊິກຍັງມີຂໍ້ຈຳກັດ ແນວໃດກໍຕາມ ການທີ່ຕະຫຼາດຂະໜາດນ້ອຍສາມາດມີຜູ້ຖືລິຂະສິດຢ່າງເປັນທາງການໄດ້ ຖືເປັນເລື່ອງສຳຄັນ ເພາະຊ່ວຍໃຫ້ແຟນບານໃນປະເທດສາມາດຮັບຊົມການແຂ່ງຂັນໄດ້ຢ່າງຖືກຕ້ອງຕາມລິຂະສິດ.
ສຳລັບ ສປປລາວ ມີລາຍງານວ່າ Unitel Laos ໄດ້ຮັບລິຂະສິດຖ່າຍທອດສົດ FIFA World Cup 2026 ໂດຍແຟນບານໃນລາວຈະສາມາດຮັບຊົມການແຂ່ງຂັນໄດ້ຄົບ 104 ແມັດ ຜ່ານແຟລັດຟອມ LaoTV ພ້ອມການພາກພາສາລາວ. ນອກຈາກນີ້ທາງແຟນໆກໍຍັງມີການຄາດເດົາກັນວ່າ Unitel ຈະຖືສິດດ້ານການຈັດກິດຈະກຳຮັບຊົມແບບສາທາລະນະ ຫຼື public screening ພາຍໃນປະເທດລາວອີກດ້ວຍ ເຊັ່ນ ການຖ່າຍທອດສົດຕາມຮ້ານອາຫານ, ສະຖານບັນເທີງ, ສູນການຄ້າ ຫຼື fan zone ຕ່າງໆ ເຊິ່ງເລື່ອງນີ້ແມ່ນຕ້ອງໄດ້ຮັບອະນຸຍາດຂອງຜູ້ຖືລິຂິສິດກ່ອນ.
ສ່ວນປະເທດມຽນມາ ແມຈະມີປະຊາກອນຫຼາຍ ແຕ່ສະຖານະການທາງເສດຖະກິດ ແລະ ຂໍ້ຈຳກັດຂອງອຸດສາຫະກຳ ອາດເຮັດໃຫ້ມູນຄ່າລິຂະສິດບໍ່ໄດ້ສູງເທົ່າກັບສັກກະຍະພາບຈຳນວນປະຊາກອນ ເຊັ່ນດຽວກັນກັບບາງປະເທດທີ່ຕະຫຼາດໂຄສະນາ ແລະ ລະບົບ Pay TV ຍັງບໍ່ແຂງແຮງຫຼາຍພໍ.
ໂດຍປະມານ ຫາກເປັນແພັກເກດລິຂະສິດຖ່າຍທອດສົດລະດັບປະເທດ ຫຼື ການຊື້ລິຂະສິດຕໍ່ຈາກຜູ້ຖືສິດຫຼັກ ປະເທດຂະໜາດໃຫຍ່ໃນອາຊຽນອາດມີມູນຄ່າລິຂະສິດໃນລະດັບຫຼາຍລ້ານໂດລາສະຫະລັດ. ຂະນະທີ່ປະເທດຂະໜາດກາງ ເຊັ່ນ ຫວຽດນາມ, ມາເລເຊຍ ຫຼື ໄທ ອາດມີມູນຄ່າທີ່ແຕກຕ່າງກັນຕາມຂອບເຂດຂອງລິຂະສິດທີ່ໄດ້ຮັບ. ສ່ວນຕະຫຼາດຂະໜາດນ້ອຍ ເຊັ່ນ ລາວ, ກຳປູເຈຍ, ບຣູໄນ ແລະ ຕີມໍ-ເລສເຕ ອາດມີມູນຄ່າທີ່ຕ່ຳກວ່າຫຼາຍເມື່ອທຽບກັບຕະຫຼາດໃຫຍ່.
ແນວໃດກໍຕາມ, ໂຕເລກເຫຼົ່ານີ້ເປັນພຽງການປະເມີນເຊີງວິເຄາະ ບໍ່ແມ່ນໂຕເລກທີ່ໄດ້ຮັບການຢືນຢັນຢ່າງເປັນທາງການຈາກ FIFA ຫຼື ຜູ້ຖືລິຂະສິດ. ເນື່ອງຈາກລາຄາໂຕຈິງອາດປ່ຽນແປງໄປຕາມຮູບແບບຂອງສັນຍາ ເຊັ່ນ ໄດ້ສິດຄົບທຸກຮອບການແຂ່ງຂັນ ຫຼື ບາງຮອບ, ໄດ້ສິດສະເພາະໃນໂທລະທັດ ຫຼື ລວມດິຈິຕໍ, ໄດ້ສິດສະເພາະພາສາໃນປະເທດ ຫຼື ບໍ່ ແລະ ລວມເຖິງມີເງື່ອນໄຂດ້ານການຂາຍໂຄສະນາ ການຈັດ public screening ຫຼື ການອອກອາກາດຍ້ອນຫຼັງຮ່ວມດ້ວຍ ຫຼື ບໍ່.
ກໍລະນີ FIFA World Cup 2026 ຈຶ່ງສະທ້ອນໃຫ້ເຫັນວ່າ ລາຄາລິຂະສິດກິລາລະດັບໂລກບໍ່ໄດ້ມີສູດຕາຍໂຕ ແຕ່ເປັນການປະເມີນມູນຄ່າລະຫວ່າງຄວາມນິຍົມຂອງການແຂ່ງຂັນກັບສັກກະຍະພາບໃນການສ້າງລາຍໄດ້ຂອງແຕ່ລະປະເທດ. ປະເທດທີ່ມີຖານຜູ້ຮັບຊົມບານເຕະຂະໜາດໃຫຍ່, ເສດຖະກິດແຂງແຮງ, ແລະ ແພລັດຟອມສື່ທີ່ພ້ອມລົງທຶນ ມັກມີແນມໂນ້ມທີ່ມູນຄ່າລິຂະສິດສູງຂຶ້ນຕາມໄປດ້ວຍ. ຂະນະທີ່ບາງປະເທດຂະໜາດນ້ອຍອາດໄດ້ລາຄາທີ່ຕ່ຳກວ່າ ແຕ່ກໍຍັງມີຄວາມສຳຄັນໃນແງ່ຂອງການເຂົ້າເຖິງການແຂ່ງຂັນລະດັບໂລກຢ່າງຖືກຕ້ອງຕາມລິຂະສິດ.
ແຫຼ່ງຂໍ້ມູນ: FIFA, Reuters, Khaosod English, World Bank Open Data, รายชื่อ FIFA Media Partners


