ແກ່ນ Chia ສຸດຍອດອາຫານຊ່ວຍລົດນ້ຳໜັກ


ແກ່ນ Chia ເມັດພັນພືດທີ່ຫຼາຍຄົນອາດເອີ້ນອີກຊື່ວ່າ “ແກ່ນເຊຍ” ຫຼື ບາງຄົນອາດຮູ້ຈັກໃນນາມຂອງ “ແກ່ນຊີອາ” ແຕ່ບໍ່ວ່າຈະເອີ້ນວ່າອີຫຍັງກໍຕາມແຕ່ສາວໆຮູ້ ຫຼື ບໍ່ວ່າພັນພືດຄືແກ່ນ Chia ນັ້ນເປັນພັນພືດທີ່ມີຄຸນຄ່າທາງສານອາຫານເປັນຢ່າງຫຼາຍ ປຽບຄືດັ່ງກັບ Super food ໃນບັນດາອາຫານສຸຂະພາບປະເພດໜຶ່ງເລີຍກໍວ່າໄດ້ ເຖິງແມ່ນວ່າຮູບຮ່າງລັກສະນະຂອງແກ່ນ chia ຈະຄື ຫຼື ຄ້າຍກັບເມັດຜັກຕູ່ຈົນເກືອບແຍກບໍ່ອອກ ຈົນມີຫຼາຍຄົນເຂົ້າໃຈຜິດວ່າເປັນອັນດຽວກັນ ແຕ່ໃນຄວາມເປັນຈິງນັ້ນກັບເປັນຄົນລະຢ່າງກັນ.

ສຳຫຼັບ ແກ່ນ Chia ທີ່ກິນໄດ້ຂອງຕົ້ນຊີອານັ້ນ ມີຖິ່ນກຳເນີດຢູ່ປະເທດແມັກຊິໂກ ຂະນະທີເມັດຜັກອີ່ຕູ່ ເປັນພືດທີ່ພົບເຫັນໄດ້ໃນປະເຮົາທີ່ນິຍົມນຳມາເຮັດເປັນຢາລະບາຍ ແລະ ອາຫານຊ່ວຍລົດນ້ຳໜັກໄດ້ເຊັ່ນດຽວກັບແກ່ນ Chia ທີ່ຕ້ອງນຳມາແຊ່ນ້ຳເພື່ອໃຫ້ມັນບານ. ເມື່ອຮັບປະທານຈະໄປຂະຫຍາຍຕົວໃນທ້ອງຈົນເຮັດໃຫ້ຮູ້ສຶກອິ່ມ ແລະ ຮັບປະທານເຂົ້າໄດ້ນ້ອຍລົງ ແຕ່ນອກເໜືອຈາກນັ້ນຄຸນສົມບັດ ແລະ ປະໂຫຍດຂອງແກ່ນ Chia ຍັງຫຼາຍກວ່າການຊ່ວຍລົດຄວາມອ້ວນໂດຍພົບວ່າໃນ “ແກ່ນ chia” ຈະອຸດົມດ້ວຍສານອາຫານສຳຄັນຄືກົດໄຂມັນໂອເມກ້າ 3, ຄາໂບໄຮເດຣດ , ໂປຕີນ, ເສັ້ນໃຍອາຫານ, ແຄວຊ້ຽມ ແລະ ສານຕ້ານອະນຸມູນອິດສະຫຼະ.

ທັງນີ້ ແກ່ນ Chia ປະມານ 2 ບ່ວງຈະປະກອບດ້ວຍພະລັງງານປະລິມານ 139 ແຄລໍຣີ, ທາດໂປຼຕີນ 4 g, ໄຂມັນ 9 g, ທາດແປ້ງ 12 g, ເສັ້ນໃຍ 11 g ລວມທັງວິຕາມິນ ແລະ ແຮ່ທາດອີກຫຼາກຫຼາຍເຊິ່ງລ້ວນແຕ່ມີປະໂຫຍດທາງສານອາຫານ ແລະ ມີຄຸນຄ່າທາງໂພຊະນາການສູງກວ່າພືດຫຼາຍໆຊະນິດ. ແຕ່ເຖິງຢ່າງໃດກໍຕາມ ການວິໄຈພົບວ່າຜູ້ທີ່ມີພາວະອ້ວນເມື່ອຮັບປະທານແກ່ນ Chia ຕໍ່ເນື່ອງເຮັດໃຫ້ຊ່ວຍລົດນ້ຳໜັກລົງໄດ້ ລວມເຖິງຮອບແອວ ແລະ ທີ່ສຳຄັນລະດັບ Cholesterol ຍັງລົດລົງອີກ. ມື້ນີ້ຈຶ່ງມີເມນູສຸຂະພາບທີ່ມີສ່ວນປະສົມຂອງແກ່ນ Chia ມາຝາກທຸກຄົນໃຫ້ລອງໄປເຮັດຕາມລອງເບິ່ງ.

ແກ່ນ Chia Super ພັນພືດ ເມນູອາຫານຊ່ວຍລົດນ້ຳໜັກ.

ສະຫຼັດໂຍເກີດເມັດ Chia

ເມນູອາຫານຫານເຊົ້າທີ່ບໍ່ຄວນເບິ່ງຂ້າມ ແນະນຳໃຫ້ເລີ່ມຕົ້ນງ່າຍໆດ້ວຍສະຫຼັດໂຍເກິດສຸຂະພາບທີ່ມີກ້ວຍຫອມຫັ່ນພໍດີຄຳ, ຣາສເບີລີ່ ແລະ ອາລມ່ອນ ພ້ອມກັນກັບໂຍເກີດຣົດທີ່ມັກກ່ອນຈະນຳເອົາ “ເມັດ Chia” ຖອກລົງເທິງໜ້າສະຫຼັດ ແລະ ຄົນໃຫ້ເຂົ້າກັນ ຫາກໃຜຢາກຈະເພິ່ມໝາກໄມ້ຢ່າງອື່ນເຊັ່ນ: ແອບເປີ້ນ, ໝາກນັດ ຫຼື ໝາກຮຸ່ງສຸກ ກໍເປັນຕົວເລືອກທີ່ໜ້າສົນໃຈບໍ່ນ້ອຍພຽງເທົ່ານີ້ທ່ານກໍເລີ່ມຕົ້ນທີ່ຈະມີສຸຂະພາບດີໄດ້ແລ້ວ ພຽງແຕ່ທ່ານເລີ່ມຕົ້ນວິທີປະຕິບັດໄດ້ງ່າຍໆ.

ເມັດ Chia ປະສົມກັບແຍມຣາສເບີລີ່.

ເມນູຖັດມາທີ່ທ່ານຄວນເຮັດຮັບປະທານຄື “Chia Pudding” ໂດຍເລີ່ມຈາກການນຳເມັດ chia ໃສ່ລົງໃນຈອກແລ້ວແຊ່ດ້ວຍນົມສົດ ຫຼື ນົມອາວມ່ອນກໍໄດ້ ຈາກນັ້ນປິດພາຊະນະ ຫຼື ລີດດ້ວຍພລາສະຕິກຄຸມອາຫານ ກ່ອນນຳໄປແຊ່ໃນຕູ້ເຢັນ ອາດໃຊ້ເວລາດົນແດ່ ປະມານ 3 ​ຊົ່ວໂມງກໍໄດ້, ແລ້ວນຳອອກຈາກພາຊະນະນຳບາງສ່ວນມາປະສົມກັບແຍມຣາສເບີລີ່ ກ່ອນຈະມາໃສ່ໃນຈອກທີ່ກຽມໄວ້ທາງລຸ່ມ, ຖອກ Chia Pudding ທີ່ເຫຼືອລົງໄປແລ້ວຕົກແຕ່ງດ້ານເທິງດ້ວຍຣາສເບີລີ່ສົດ. ພຽງເທົ່ານີ້ທ່ານກໍໄດ້ເມນູ ເມັດ Chia Pudding ໄວ້ຮັບປະທານແທນເຄັກທີ່ເຕັມໄປສິ່ງທີ່ຊ່ວຍລົດຄວາມອ້ວນແລ້ວ.

ເຄື່ອງດື່ມເມັດ Chia.

ລະຫວ່າງມື້ທີ່ສາວ Office ສ່ວນໃຫຍ່ມັກຕ້ອງມີຊານົມໄຂ່ມຸກ ຫຼື ກາເຟຕິດໂຕະເຮັດວຽກ ຢາກແນະນຳໃຫ້ປ່ຽນມາດື່ມ ເຄື່ອງດື່ມເມັດ Chia ກັນດີກວ່າພຽງແຕ່ນຳ “ເມັດ chia” ແຊ່ລົງໃນນ້ຳເຮັດເປັນອິນຟິວ ຈາກນັ້ນເລືອກໝາກໄມ້ສົດຄື ໝາກນາວ, ໝາກກ້ຽງ, ໝາກແອັບເປິ້ນ ຫຼື ສະຕໍເບີລີ່ ຊອຍບາງໆໃສ່ລົງໄປໃນຈອກແກ້ວພຽງເທົ່ານີ້ກໍໄດ້ເຄື່ອງດື່ມເມັດ Chia ທີ່ດີຕໍ່ສຸຂະພາບ ແລະ ຍັງຊ່ວຍລົດນ້ຳໜັກໃຫ້ກັບທ່ານໆໄປໃນຕົວອີກດ້ວຍ.

ເຫັນແລ້ວບໍ່ວ່າ “ເມັດ Chia” ມີປະໂຫຍດທາງໂພຊະນາການແທ້ໆ ທ່ານລອງໄປຫາມາຮັບປະທານ ແລະ ເຮັດຕາມເບິ່ງ ຮັບຮອງວ່າ “ສຸຂະພາບ” ຂອງທ່ານດີຂຶ້ນແນ່ນອນ ແຖມນ້ຳໜັກຍັງລົດລົງໄດ້ອີກດ້ວຍ, ເພາະເມັດ Chia ຄືພັນພືດເຊິ່ງເປັນຕົວຊ່ວຍໃນການລົດນ້ຳໜັກຢ່າງດີ ເວົ້າໄດ້ວ່າເປັນ Super food ສຳຫຼັບຄົນທີ່ຮັກສຸຂະພາບໄດ້ເລີຍ.

ທີ່ມາ: https://www.thairath.co.th/women/beauty/health/1975351