ການກວດສອບ DNA ພິສູດຄວາມເປັນພໍ່ ແມ່ນການສຳສານພັນທຸກຳຂອງເດັກໄປປຽບທຽບກັບຜູ້ຊາຍທີ່ຄາດວ່າເປັນບິດາ ເພາະໂດຍປົກກະຕິລູກຈະໄດ້ຮັບ DNA ເຄິ່ງໜຶ່ງຈາກແມ່ ແລະ ອີກເຄິ່ງໜຶ່ງຈາກພໍ່. ດັ່ງນັ້ນ ຖ້າຫາກຮູບແບບ DNA ຂອງເດັກກົງກັບຝ່າຍຊາຍໃນຕຳແໜ່ງສຳຄັນທາງພັນທຸກຳ ກໍສາມາດຢືນຢັນຄວາມສຳຄັນທາງສາຍເລືອດໄດ້.
ວິທີທີ່ພົບເຫັນໄດ້ຫຼາຍທີ່ສຸດແມ່ນການກວດຫຼັງຄອດ ໂດຍເກັບໂຕຢ່າງຈາກຖົງແກ້ມຂອງເດັກ, ແມ່ ແລະ ຜູ້ທີ່ຄາດວ່າເປັນພໍ່. ຂັ້ນຕອນນີ້ບໍ່ເຈັບ ໃຊ້ເວລາເກັບຕົວຢ່າງບໍ່ດົນ ຈາກນັ້ນຫ້ອງປະຕິບັດການຈະນຳເອົາຕົວຢ່າງໄປວິເຄາະປຽບທຽບຕຳແໜ່ງ DNA ຫຼາຍຈຸດເພື່ອເບິ່ງວ່າຝ່າຍຊາຍມີຄວາມສຳພັນໃນທາງພັນທຸກຳກັບເດັກ ຫຼື ບໍ່.
ຫາກເປັນການກວດລະຫວ່າງຖືພາ ປັດຈຸບັນມີວິທີທີ່ເອີ້ນວ່າ Noninvasive Prenatal Paternity Test ຫຼື NIPP ເຊິ່ງໃຊ້ການເຈາະເລືອດຈາກແມ່ ເພາະໃນເລືອດຂອງແມ່ຈະມີ DNA ຂອງແອນ້ອຍປະປົນຢູ່ ຈາກນັ້ນນຳໄປປຽບທຽບກັບ DNA ຂອງຜູ້ທີ່ຄາດຄິດວ່າເປັນພໍ່ ໂດຍ Cleveland Clinic ລະບຸວ່າວິທີນີ້ສາມາດເຮັດໄດ້ຫຼັງຈາກເດັກມີອາຍຸຖືພາໄດ້ປະມານ 8 ອາທິດຂຶ້ນໄປ ແລະ ມີຄວາມແມ່ນຍຳປະມານ 99.99%.
ອີກວິທີໜຶ່ງແມ່ນການກວດແບບລຸກລ້ຳ ເຊັ່ນ ການເກັບນ້ຳຄອດ ຫຼື ການເກັບເນື້ອເຍື່ອ, ວິທີເຫຼົານີ້ສາມາດນຳ Cell ຂອງແອນ້ອຍມາກວດ DNA ໄດ້ໂດຍກົງ ແຕ່ມີຄວາມສ່ຽງຫຼາຍກວ່າ ເຊັ່ນ ອາດມີຄວາມສ່ຽງຕໍ່ການແທ້ງ ຫຼື ພາວະແຊກຊ້ອນບາງຢ່າງ ຈຶ່ງມັກໃຊ້ເມື່ອມີເຫດຜົນທາງການແພດເທົ່ານັ້ນ ແລະ ບໍ່ແມ່ນວິທີທຳອິດທີ່ເລືອກພຽງເພື່ອພິສູດຄວາມເປັນພໍ່.
ເລື່ອງຄວາມຖືກຕ້ອງ ໂດຍທົ່ວໄປຜົນກວດ DNA ພິສູດຄວາມເປັນພໍ່ມັກອອກມາເປັນ 2 ແນວທາງ: ຫາກບໍ່ແມ່ນພໍ່ທາງພັນທຸກຳຜົນຈະໃກ້ຄຽງ 0% ແຕ່ຖ້າຫາກແມ່ນ ຜົນມັກສະແດງຄວາມເປັນໄປໄດ້ສູງຫຼາຍ ເຊັ່ນ 99.99% ເຊິ່ງໝາຍຄວາມວ່າຝ່າຍຊາຍມີໂອກາດສູງຫຼາຍທີ່ຈະເປັນບິດາທາງສາຍເລືອດຂອງເດັກ.
ສຳລັບການກວດທີ່ຕ້ອງການໃຊ້ເປັນຫຼັກຖານທາງກົດໝາຍ ຄວນກວດຜ່ານໂຮງໝໍ ຫຼື ໜ່ວຍງານທີ່ມີຂັ້ນຕອນຢືນຢັນຕົວຕົນຊັດເຈນ ເຊັ່ນ ການນຳເອກະສານສະແດງຕົນມາສະແດງ, ການຖ່າຍພາບຜູ້ກວດ, ການເຊັນເອກະສານຍິນຍອມ ແລະ ການເກັບໂຕຢ່າງໂດຍເຈົ້າໜ້າທີ່ ເພື່ອປ້ອງກັນການສະຫຼັບໂຕຢ່າງ ຫຼື ຂໍ້ໂຕ້ແຍ້ງພາຍຫຼັງ.
ສະຫຼຸບງ່າຍໆ ການກວດ DNA ພິສູດຄວາມເປັນພໍ່ເປັນວິທີທີ່ແມ່ນຍຳຫຼາຍ ຫາກກວດໂດຍຫ້ອງປະຕິບັດການທີ່ໄດ້ມາດຕະຖານ ວິທີທີ່ປອດໄພ ແລະ ນິຍົມທີ່ສຸດຫຼັງຄອດແມ່ນການຕ້ວຍຖົງແກ້ມ ສ່ວນລະຫວ່າງການຖືພາສາມາດກວດຈາກເລືອດແມ່ໄດ້ໃນບາງກໍລະນີ ແຕ່ຄວນປຶກສາແພດ ຫຼື ໜ່ວຍງານກວດ DNA ກ່ອນ ໂດຍສະເພາະຫາກຕ້ອງການນຳຜົນໄປໃຊ້ໃນທາງກົດໝາຍ.
ແຫຼ່ງຂໍ້ມູນ: theguardian, kci, dnathailand, clevelandclinic, choicedna, gentis, alphabiolabs


