ກະຊວງສຶກສາທິການ ແລະ ກິລາ ສປປລາວ ອອກແຈ້ງການເຕືອນເຖິງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ, ເມືອງ ແລະ ໂຮງຮຽນທົ່ວປະເທດ ຫຼັງພົບການເຄື່ອນໄຫວຂອງກຸ່ມອອນໄລທີ່ແອບອ້າງວ່າສາມາດຊ່ວຍແກ້ບົດເສັງ ຫຼື ໃຫ້ຄຳຕອບໃນການສອບເສັງຈົບຊັ້ນມັດທະຍົມສຶກສາປີທີ 7 ແລະ ມັດທະຍົມສຶກສາປີທີ 7 ປະຈຳປີການສຶກສາ 2025-2026 ໄດ້.
ຕາມເອກະສານລະບຸວ່າ ມີກຸ່ມອອນໄລຫຼາຍກຸ່ມໃຊ້ສື່ສັງຄົມອອນໄລໃນການຊັກຊວນຜູ້ປົກຄອງ ແລະ ນັກຮຽນ ໂດຍອ້າງວ່າສາມາດຊ່ວຍໃຫ້ຜູ້ເຂົາເສັງໄດ້ຄະແນນສູງລະດັບ 9-10 ຄະແນນ ພ້ອມເອີ້ນເກັບເງິນຕັ້ງແຕ່ 100,000-200,000 ກີບ ໄປຈົນຮອດ 400,000 ກີບຕໍ່ຄົນ ຂຶ້ນຢູ່ກັບຮູບແບບການໃຫ້ບໍລິການທີ່ກຸ່ມດັ່ງກ່າວແອບອ້າງ.
ກະຊວງສຶກສາທິການ ແລະ ກິລາ ລະບຸວ່າການເຮັດລັກສະນະນີ້ອາດສ້າງຄວາມເຂົ້າໃຈຜິດແກ່ຜູ້ປົກຄອງ ແລະ ນັກຮຽນ ລວມເຖິງສົ່ງຜົນກະທົບຕໍ່ຄວາມໂປ່ງໃສ ແລະ ຄວາມໜ້າເຊື່ອຖືຂອງລະບົບການສອບເສັງລະດັບຊາດ ໂດຍສະເພາະການເສັງຈົບຊັ້ນ ມ.4 ແລະ ມ.7 ເຊິ່ງເປັນການສອບເສັງສຳຄັນຂອງນັກຮຽນທົ່ວປະເທດ.
ກະຊວງຈຶ່ງໄດ້ຂໍໃຫ້ໜ່ວຍງານສຶກສາທິການທຸກລະດັບ ລວມເຖິງໂຮງຮຽນ, ຜູ້ອຳນວຍການ, ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນ ເຝົ້າລະວັງ ແລະ ບໍ່ໃຫ້ຫຼົງເຊື່ອການຊັກຊວນຈາກກຸ່ມອອນໄລດັ່ງກ່າວ ພ້ອມທັງຂໍໃຫ້ປະຊາສຳພັນໃຫ້ນັກຮຽນປະຕິບັດຕາມກົດລະບຽບການສອບເສັງຢ່າງເຄັ່ງຄັດ.
ນອກຈາກນີ້, ກະຊວງຍັງເນັ້ນຍ້ຳໃຫ້ຜູ້ສອບເສັງກວດສອບຂໍ້ມູນກ່ຽວກັບການເສັງ ແລະ ຜົນຄະແນນຈາກຊ່ອງທາງຈາກທາງການເທົ່ານັ້ນ ເພື່ອປ້ອງກັນການຖືກຫຼອກລວງ ຫຼື ເສຍເງິນໂດຍບໍ່ຈຳເປັນ ຫາກພົບເຫັນພຶດຕິກຳທີ່ໜ້າສົງໄສ ຫຼື ມີການແອບອ້າງໃນລັກສະນະດັ່ງກ່າວ ຄວນແຈ້ງໃຫ້ໂຮງຮຽນ ຫຼື ໜ່ວຍງານທີ່ກ່ຽວຂ້ອງຮັບຮູ້ທັນທີ.
ປະເດັນນີ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການຮັກສາຄວາມຍຸດຕິທຳໃນການສອບເສັງ ແລະ ການປ້ອງກັນບໍ່ໃຫ້ນັກຮຽນ ແລະ ຜູ້ປົກຄອງຕົກເປັນເຫຍື່ອຂອງມິດສາຊີບອອນໄລທີ່ໃຊ້ຄວາມກັງວົນເລື່ອງຜົນເສັງມາສະແຫວງຫາຜົນປະໂຫຍດ.

