ປົກເວັບ 2026 07 30T215732 386

ກະຊວງສຶກສາທິການ ແລະ ກິລາ  ແລະ ສະຖານທູດສະຫະລັດອາເມລິກາ ໄດ້ຮ່ວມລົງນາມ MOU ໂຄງການຄູສອນພາສາອັງກິດ ປີ 2026-2028 ແນໃສ່ຍົກລະດັບທັກສະທາງພາສາໃຫ້ຄູ ແລະ ນັກຮຽນທົ່ວປະເທດ ເພື່ອເປີດປະຕູສູ່ຕະຫຼາດແຮງງານ, ວິທະຍາສາດເຕັກໂນໂລຊີ ແລະ ຂັບເຄື່ອນເສດຖະກິດຊາດ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ນາງ ມິແຊວ ເອົ້າລໍ, ອຸປະທູດຮັກສາການ ສະຖານທູດສະຫະລັດອາເມລິກາ ປະຈຳລາວ ແລະ ທ່ານ ແສງສະເດັນ ບຸນລະວົງ, ຫົວໜ້າກົມຮ່ວມມືສາກົນ ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ຕາມຂໍ້ມູນຈາກສະຖານທູດ ສະຫະລັດ ອາເມຣິກາ ປະຈຳລາວ.

ການຮ່ວມມືຄັ້ງນີ້ຈະເປັນການກຳນົດຂອບການຈັດຕັ້ງປະຕິບັດໂຄງການຜູ້ຊ່ວຍຄູສອນພາສາອັງກິດ (Fulbright ETAs) ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ (ELFs) ສຳລັບສົກຮຽນ 2026-2028 ເຊິ່ງຈະຊ່ວຍຂະຫຍາຍການເຂົ້າເຖິງການສິດສອນພາສາອັງກິດທີ່ມີຄຸນນະພາບສູງໃນທົ່ວປະເທດ.

ພາຍໃຕ້ການສະໜັບສະໜູນສະບັບໃໝ່ນີ້, ທາງສະຫະລັດອາເມລິກາຈະຈັດສົ່ງຜູ້ຊ່ວຍຄູສອນພາສາອັງກິດຈຳນວນ 12 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດອີກ 5 ທ່ານ ລົງຊ່ວຍເຫຼືອສະຖາບັນການສຶກສາຕ່າງໆ ບໍ່ວ່າຈະເປັນມະຫາວິທະຍາໄລ, ວິທະຍາໄລຄູ ແລະ ວິທະຍາໄລເຕັກນິກ-ວິຊາຊີບ. 

ການລົງພື້ນທີ່ປະຕິບັດງານຈະບໍ່ຈຳກັດພຽງແຕ່ໃນນະຄອນຫຼວງວຽງຈັນເທົ່ານັ້ນ ແຕ່ຍັງລວມເຖິງແຂວງຈຸດສຸມສຳຄັນຄື ຈຳປາສັກ, ສະຫວັນນະເຂດ ແລະ ຫຼວງພະບາງ. 

ບັນດາຜູ້ສິດສອນຈາກອາເມລິກາຈະເຮັດວຽກຄຽງບ່າຄຽງໄຫຼ່ກັບຄູອາຈານລາວ ເພື່ອແນະນຳແນວທາງການສອນທີ່ມີປະສິດທິພາບ, ເຊິ່ງການລົງທຶນໃສ່ຜູ້ສິດສອນ ແລະ ນັກສຶກສາໃນຄັ້ງນີ້ ຖືເປັນການສ້າງຜົນປະໂຫຍດແບບຍືນຍົງທີ່ສາມາດນຳໄປຕໍ່ຍອດນອກຫ້ອງຮຽນໄດ້ຢ່າງແທ້ຈິງ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ມິແຊວ ເອົ້າລໍ ໄດ້ເນັ້ນຢໍ້າເຖິງຄວາມສຳຄັນຂອງທັກສະພາສາອັງກິດວ່າ ເປັນກຸນແຈສຳຄັນທີ່ສາມາດນຳໄປໃຊ້ໄດ້ຈິງ ເພື່ອເປີດໂອກາດສູ່ຫຼາຍຂະແໜງການ ທັງການສຶກສາລະດັບສູງ, ການທ່ອງທ່ຽວ, ວິທະຍາສາດ ແລະ ເຕັກໂນໂລຊີ. 

ທ່ານໄດ້ກ່າວເນັ້ນໜັກວ່າ: “ພ້ອມກັນນັ້ນ, ຍັງຖືເປັນສ່ວນສຳຄັນຂອງທຸລະກິດລະຫວ່າງປະເທດ ທີ່ຊ່ວຍເສີມສ້າງໃຫ້ປະຊາຊົນສາມາດເຊື່ອມຕໍ່ກັບເສດຖະກິດທີ່ໃຫຍ່ທີ່ສຸດ, ເຂັ້ມແຂງທີ່ສຸດ ແລະ ເສດຖະກິດຂັບເຄື່ອນເຕີບໂຕໄດ້ດີທີ່ສຸດໃນໂລກ ລວມທັງສະຫະລັດອາເມລິກາ. ການສານຕໍ່ຄວາມໝາຍໝັ້ນຮ່ວມກັນຂອງພວກເຮົາໃນການສອນພາສາອັງກິດໃນ ສປປ ລາວ ແມ່ນພວກເຮົາກຳລັງຊ່ວຍບັນດານັກຮຽນ ແລະ ຄູອາຈານ ໃຫ້ມີທັກສະການສື່ສານທີ່ຈຳເປັນ ເພື່ອປະສົບຜົນສຳເລັດໃນຕະຫຼາດແຮງງານໃນປະຈຸບັນ, ການພົວພັນກັບທຸລະກິດຂອງສະຫະລັດ ແລະ ປະກອບສ່ວນເຂົ້າໃນການເຕີບໂຕທາງເສດຖະກິດຕື່ມອີກ.”

ເຫດການລົງນາມໃນປີ 2026 ນີ້ ຍັງຖືເປັນຂີດໝາຍອັນສຳຄັນທາງປະຫວັດສາດ ແລະ ສາຍພົວພັນການທູດ ເນື່ອງຈາກກົງກັບຊ່ວງເວລາທີ່ສະຫະລັດອາເມລິກາກຳລັງສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ 250 ປີ ແລະ ຍັງເປັນການສະເຫຼີມສະຫຼອງຄົບຮອບ 10 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. 

#LaoX #USLaosPartnership #MoES #FulbrightETA #EnglishEducation #EducationLaos #ຍົກລະດັບການສຶກສາ #ພັດທະນາຊັບພະຍາກອນມະນຸດ

Comments are disabled