ປົກເວັບ 2026 09 07T140440 594

ລັດຖະບານລາວ ເລັ່ງຍົກລະດັບການລົງທຶນດ້ານການສຶກສາ ແລະ ການຝຶກອົບຮົມຄູ ລົບລ້າງການກືກໜັງສື

ລັດຖະບານລາວ ເລັ່ງເພີ່ມການລົງທຶນເຂົ້າໃນການສຶກສາຂັ້ນພື້ນຖານ, ການຝຶກອົບຮົມຄູ ແລະ ການຮຽນຮູ້ແບບດິຈິຕອນ ເພື່ອແນໃສ່ລົບລ້າງການກືກໜັງສື ແລະ ຍົກລະດັບຄຸນນະພາບການສຶກສາໃຫ້ເຂົ້າເຖິງທຸກກຸ່ມຄົນ ຫວັງຫຼຸດຜ່ອນຄວາມຊ່ອງຫວ່າງລະຫວ່າງຕົວເມືອງ-ຊົນນະບົດ ພ້ອມທັງຊຸກຍູ້ການພັດທະນາປະເທດຊາດຢ່າງຍືນຍົງ.

ຕາມການລາຍງານຂອງ ວຽງຈັນທາມ, ທ່ານ ຮສ. ດຣ. ທອງສະລິດ ມັງໜໍ່ເມກ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢືນຢັນຄວາມມຸ່ງໝັ້ນດັ່ງກ່າວໃນງານຖະແຫຼງຂ່າວເນື່ອງໃນໂອກາດວັນລົບລ້າງການກືກໜັງສືສາກົນ ທີ 8 ກັນຍາ ທີ່ຜ່ານມາ ໂດຍເນັ້ນຢ້ຳວ່າ ກະຊວງຈະສືບຕໍ່ຮ່ວມມືກັບທຸກພາກສ່ວນທັງພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ປະເທດຄູ່ຮ່ວມມື ເພື່ອຮັບປະກັນໃຫ້ພົນລະເມືອງລາວທຸກຄົນສາມາດເຂົ້າເຖິງການສຶກສາຢ່າງເທົ່າທຽມ. 

ສຳລັບປີນີ້ ເຊິ່ງເປັນການສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນຄົບຮອບ 60 ປີ ພາຍໃຕ້ຄຳຂວັນ “ການຮູ້ໜັງສື ເພື່ອປະຊາຊົນ, ໜ່ວຍໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການຮູ້ໜັງສືທີ່ບໍ່ພຽງແຕ່ເປັນການພັດທະນາບຸກຄົນ ແຕ່ຍັງເປັນການສ້າງສັນຕິພາບ ແລະ ກ້າວໄປສູ່ການພັດທະນາແບບຍືນຍົງຮ່ວມກັນ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຊີ້ໃຫ້ເຫັນວ່າ ໃນຍຸກທີ່ເຕັກໂນໂລຊີປ່ຽນແປງຢ່າງໄວວາ ຄວາມໝາຍຂອງການຮູ້ໜັງສືໄດ້ກວມເອົາຫຼາຍກວ່າພຽງແຕ່ການອ່ານອອກຂຽນໄດ້ ແຕ່ຍັງລວມເຖິງການຮູ້ເທົ່າທັນເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ເຊິ່ງກາຍເປັນທັກສະທີ່ຈຳເປັນຢ່າງຍິ່ງ ເພື່ອໃຫ້ປະຊາຊົນສາມາດນຳໃຊ້ເຄື່ອງມືໃໝ່ໆໄດ້ຢ່າງປອດໄພ ແລະ ມີປະສິດທິພາບ. 

ນອກຈາກນີ້, ຄວາມຮູ້ທາງດ້ານການເງິນ, ທັກສະວິຊາຊີບ ແລະ ຄວາມຮູ້ດ້ານສິ່ງແວດລ້ອມສີຂຽວ ກໍລ້ວນແຕ່ເປັນອົງປະກອບສຳຄັນຂອງການຮູ້ໜັງສືໃນຍຸກປະຈຸບັນ ໂດຍການຮຽນຮູ້ຕະຫຼອດຊີວິດຈະເປັນກຸນແຈສຳຄັນທີ່ຊ່ວຍໃຫ້ປະຊາຊົນສາມາດປັບຕົວເຂົ້າກັບສະພາບເສດຖະກິດ-ສັງຄົມທີ່ປ່ຽນແປງ, ສ້າງມູນຄ່າເພີ່ມ ແລະ ຍົກລະດັບຊີວິດການເປັນຢູ່ຂອງຕົນເອງໃຫ້ດີຂຶ້ນ.

ເພື່ອບັນລຸເປົ້າໝາຍດັ່ງກ່າວ ລັດຖະບານໄດ້ເພີ່ມງົບປະມານລົງທຶນໃສ່ໂຮງຮຽນຕ່າງໆ ເພື່ອຂະຫຍາຍໂອກາດໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ໂດຍສະເພາະການລົງທຶນໃສ່ເຄື່ອງມືດິຈິຕອນທີ່ຈະຊ່ວຍເປີດກວ້າງການຮຽນຮູ້ສຳລັບຊາວໜຸ່ມ ແລະ ຜູ້ໃຫຍ່ທີ່ຍັງຂາດທັກສະພື້ນຖານ. 

ວັນລົບລ້າງການກືກໜັງສືສາກົນ ເຊິ່ງຖືກກຳນົດຂຶ້ນໂດຍອົງການ ອຸຍແນັດສະໂກ (UNESCO) ໃນປີ 1966 ຖືເປັນເວທີສຳຄັນທີ່ກະຕຸກຊຸກຍູ້ໃຫ້ລັດຖະບານ ແລະ ນັກການສຶກສາທົ່ວໂລກ ໄດ້ຮ່ວມກັນສະເຫຼີມສະຫຼອງຜົນສຳເລັດ ພ້ອມທັງທົບທວນຄືນນະໂຍບາຍ ແລະ ອອກແບບການສຶກສາໃຫ້ສອດຄ່ອງກັບຍຸກ AI ເພື່ອກຽມຄວາມພ້ອມໃຫ້ແກ່ປະຊາຊົນໃນການຮັບມືກັບສິ່ງທ້າທາຍໃໝ່ໆໃນອະນາຄົດ.

#LaoX #ການສຶກສາລາວ #ລົບລ້າງການກືກໜັງສື #ຍົກລະດັບການສຶກສາ #LaosEducation #InternationalLiteracyDay #DigitalLiteracy #UNESCO

Comments are disabled