ປົກເວັບ 2026 09 07T132317 023

ສປປ ລາວ-ສິງກະໂປ ບັນລຸສັນຍາ ປົດລັອກທຶນສີຂຽວ ສ້າງໂອກາດຕະຫຼາດ ສິນເຊື່ອກາກບອນ

ສປປ ລາວ ແລະ ສິງກະໂປ ໄດ້ຕົກລົງສ້າງກອບການຮ່ວມມືດ້ານສິນເຊື່ອກາກບອນ ເຊິ່ງຈະນຳເອົາແຫຼ່ງທຶນດ້ານດິນຟ້າອາກາດ (Climate Finance) ໃໝ່ ແລະ ໂອກາດການພັດທະນາແບບຍືນຍົງມາສູ່ ສປປ ລາວ.

ອີງຕາມການລາຍງານຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ, ໃນວັນທີ 4 ກັນຍາ 2026 ທີ່ຜ່ານມາ ໄດ້ມີພິທີລົງນາມຮູບແບບທາງໄກ (Virtual Signing Ceremony) ໃນສັນຍາການຈັດຕັ້ງປະຕິບັດການຮ່ວມມືດ້ານການຄຸ້ມຄອງວຽກງານຊື້-ຂາຍສິນເຊື່ອກາກບອນ ພາຍໃຕ້ມາດຕາ 6 ຂອງສັນຍາປາຣີ ລະຫວ່າງ ລັດຖະບານ ສປປ ລາວ ແລະ ສາທາລະນະລັດ ສິງກະໂປ.

ພິທີດັ່ງກ່າວນຳໂດຍ ທ່ານ ປອ ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕາງໜ້າຝ່າຍລາວ ແລະ ທ່ານ ນາງ ເກຣສ ຟູ (Grace Fu), ລັດຖະມົນຕີກະຊວງຄວາມຍືນຍົງ ແລະ ສິ່ງແວດລ້ອມ ທັງເປັນລັດຖະມົນຕີຮັບຜິດຊອບການພົວພັນການຄ້າ ຕາງໜ້າຝ່າຍສິງກະໂປ. ຂີດໝາຍສຳຄັນຄັ້ງນີ້ ເປັນການສືບຕໍ່ຜັນຂະຫຍາຍຄວາມສຳເລັດຈາກບົດບັນທຶກຄວາມເຂົ້າໃຈ (MoU) ທີ່ທັງສອງປະເທດໄດ້ລົງນາມຮ່ວມກັນໃນເດືອນກໍລະກົດ 2024 ທີ່ປະເທດສິງກະໂປ ເຊິ່ງປັດຈຸບັນໄດ້ຖືກຍົກລະດັບຂຶ້ນເປັນຂອບການຮ່ວມມືທີ່ມີຜົນຜູກພັນທາງກົດໝາຍຢ່າງເປັນທາງການແລ້ວ.

ຈຸດປະສົງຫຼັກຂອງຂໍ້ຕົກລົງສະບັບນີ້ ແມ່ນເພື່ອເປີດໂອກາດໃຫ້ ສປປ ລາວ ສາມາດເຂົ້າເຖິງແຫຼ່ງທຶນສາກົນດ້ານການປ່ຽນແປງດິນຟ້າອາກາດ (Climate Finance) ຢ່າງເຕັມຮູບແບບ ເພື່ອນຳມາສະໜັບສະໜູນກິດຈະກຳຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ທີ່ສອດຄ່ອງກັບບູລິມະສິດແຫ່ງຊາດ. ແຫຼ່ງຂໍ້ມູນດຽວກັນຍັງລະບຸຕື່ມວ່າ ການຮ່ວມມືດັ່ງກ່າວຈະຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ ເຂົ້າມາສ້າງ “ວຽກເຮັດງານທຳສີຂຽວ” ໃຫ້ແກ່ທ້ອງຖິ່ນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊີວິດການເປັນຢູ່ຂອງຊຸມຊົນ ພ້ອມທັງຊ່ວຍຫຼຸດຜ່ອນມົນລະພິດໃນຂະແໜງປ່າໄມ້ ແລະ ກະສິກຳ. 

ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມສົມບູນດ້ານສິ່ງແວດລ້ອມໃນລະດັບສາກົນ, ທັງສອງຝ່າຍໄດ້ຕົກລົງນຳໃຊ້ກົນໄກການປັບບັນຊີທາດອາຍເຮືອນແກ້ວໃຫ້ສອດຄ່ອງກັນ (Corresponding Adjustments) ເພື່ອຫຼີກລ່ຽງບັນຫາການນັບຊໍ້າຊ້ອນ (Double Counting) ໃນເວລາທີ່ມີການຖ່າຍໂອນຜົນໄດ້ຮັບຈາກການຫຼຸດຜ່ອນກາກບອນ (ITMOs) ຂ້າມປະເທດ ໂດຍຈະມີການສ້າງຕັ້ງຄະນະກຳມະການຮ່ວມ ເພື່ອເຮັດໜ້າທີ່ຄຸ້ມຄອງ, ກວດກາ ແລະ ອະນຸມັດກິດຈະກຳຕ່າງໆຢ່າງຮັດກຸມ.

ນອກຈາກຜົນປະໂຫຍດທາງດ້ານການຊື້-ຂາຍແລ້ວ, ສັນຍາສະບັບນີ້ຍັງສະທ້ອນໃຫ້ເຫັນເຖິງຄວາມເປັນຄູ່ຮ່ວມມືຍຸດທະສາດທີ່ແໜ້ນແຟ້ນ ໂດຍລັດຖະບານສິງກະໂປ ຈະປະກອບສ່ວນລາຍຮັບສ່ວນໜຶ່ງທີ່ໄດ້ຈາກການຊື້-ຂາຍ ມອບເຂົ້າໃນມາດຕະການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (Adaptation Action) ພາຍໃນປະເທດລາວ.

ພ້ອມກັນນັ້ນ, ສິງກະໂປຍັງຈະມອບສິນເຊື່ອກາກບອນຈຳນວນໜຶ່ງຄືນໃຫ້ແກ່ ສປປ ລາວ ອີງຕາມດຳລັດວ່າດ້ວຍສິນເຊື່ອກາກບອນ ເພື່ອປະກອບສ່ວນເຂົ້າໃນແຜນງານແຫ່ງຊາດວ່າດ້ວຍການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ເຊິ່ງຈະເປັນແຮງຊຸກຍູ້ສຳຄັນ ໃຫ້ແກ່ເປົ້າໝາຍການປ່ອຍ ແລະ ດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນຂອງ ສປປ ລາວ ໃນປີ 2025. 

ການບັນລຸຂໍ້ຕົກລົງຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນຜົນສຳເລັດຂອງສອງປະເທດເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງຄວາມມຸ່ງໝັ້ນຮ່ວມກັນໃນຖານະສະມາຊິກອາຊຽນ ທີ່ພ້ອມຈະປົດລັອກທ່າແຮງທາງເສດຖະກິດສີຂຽວ ເພື່ອກ້າວໄປສູ່ອະນາຄົດທີ່ມີການປ່ອຍກາກບອນຕໍ່າ ແລະ ທົນທານຕໍ່ສະພາບອາກາດໃນພາກພື້ນຢ່າງແທ້ຈິງ.

#LaoXperts #ສິນເຊື່ອກາກບອນ #CarbonCredit #ເສດຖະກິດສີຂຽວ #ສປປລາວ #ສິງກະໂປ #ການປ່ຽນແປງດິນຟ້າອາກາດ #ClimateFinance #ASEAN

Comments are disabled