ປະເດັນການຍຶດໂທລະສັບໃນຫ້ອງຮຽນທີ່ຫຼາຍປະເທດທົ່ວໂລກນຳມາໃຊ້ ໂດຍການຫວັງຈະຫຼຸດສິ່ງລົບກວນ ແລະ ເພີ່ມຜົນການຮຽນ ກຳລັງຖືກຕັ້ງຄຳຖາມ ຫຼັງຈາກທີ່ມີບົດວິໄຈໃຫຍ່ຫຼ້າສຸດພົບວ່າ ມາດຕະການດັ່ງກ່າວບໍ່ໄດ້ຊ່ວຍໃຫ້ຄະແນນນັກຮຽນດີຂຶ້ນຢ່າງທີ່ຄິດ.
ບົດວິໄຈຈາກ National Bureau of Economic Research ເຊິ່ງເກັບຂໍ້ມູນຈາກໂຮງຮຽນຫຼາຍກວ່າ 41,000 ແຫ່ງ ລະຫວ່າງປີ 2018-2025 ລະບຸວ່າ ເຖິງແມ້ການໃຊ້ມາດຕະການຍຶດ ຫຼື ຈຳກັດການໃຊ້ໂທລະສັບຊ່ວຍຫຼຸດການນຳໃຊ້ໂທລະສັບໃນຫ້ອງຮຽນໄດ້ແທ້ຢ່າງຊັດເຈນ ແຕ່ໃນເລື່ອງຜົນຕໍ່ຄະແນນເສັງເກືອບຈະເປັນສູນ ແລະ ບໍ່ພົບການປ່ຽນແປງສຳຄັນໃນດ້ານການເຂົ້າຮຽນ ຫຼື ສະມາທິຂອງນັກຮຽນ.
ຜົນລັບດັ່ງກ່າວສອດຄ້ອງກັບບົດວິເຄາະໜຶ່ງທີ່ເຜີຍແຜ່ໃນປີ 2026 ເຊິ່ງພົບວ່າ ເຖິງໂຮງຮຽນຈະສາມາດຫຼຸດພຶດຕິກຳການໃຊ້ໂທລະສັບຂອງນັກຮຽນລົງໄດ້ຫຼາຍ ແຕ່ກັບບໍ່ສົ່ງຜົນຕໍ່ການຮຽນ, ການເຂົ້າຮຽນ ຫຼື ແມ້ແຕ່ການກັ່ນແກ້ງອອນໄລ (Cyber Bullying).
ນັກວິໄຈອະທິບາຍວ່າ ບັນຫາສຳຄັນຄືໂທລະສັບໃນໂຮງຮຽນເປັນພຽງສ່ວນໜຶ່ງຂອງພຶດຕິກຳທັງໝົດ ຕໍ່ໃຫ້ຖືກຫ້າມໃນຫ້ອງຮຽນ ນັກຮຽນກໍຍັງສາມາດໃຊ້ໂທລະສັບນອກເວລາຮຽນໄດ້ ເຊິ່ງເຮັດໃຫ້ຜົຍກະທົບໂດຍລວມຕໍ່ການຮຽນຮູ້ບໍ່ປ່ຽນແປງຫຼາຍປານໃດ.
ນອກຈາກນີ້ ບົດວິໄຈຈາກສະຫະລາຊາອານາຈັກຍັງພົບວ່າ ໂຮງຮຽນທີ່ບໍ່ໃຫ້ເອົາໂທລະສັບມາກັບໂຮງຮຽນທີ່ອະນຸຍາດໃຫ້ເອົາມາ, ໃນເລື່ອງຂອງຜົນການຮຽນ ແລະ ສຸຂະພາບຈິດ ແມ່ນບໍ່ມີຫຍັງແຕກຕ່າງກັນ.
ແນວໃດກໍຕາມ, ບົດວິໄຈຫຼາຍແຫ່ງຍອມຮັບວ່າ ການຍຶດໂທລະສັບກໍມີຂໍ້ດີບາງດ້ານ ເຊັ່ນ ຫຼຸດຜ່ອນສິ່ງລົບກວນໃນຫ້ອງຮຽນ ເຮັດໃຫ້ຄູອາຈານສອນງ່າຍຂຶ້ນ ແລະ ເພີ່ມປະຕິສຳພັນລະຫວ່າງນັກຮຽນ, ແຕ່ຂໍ້ດີເຫຼົ່ານີ້ບໍ່ໄດ້ແປວ່າຈະນຳໄປສູ່ຄະແນນເສັງທີ່ດີຂຶ້ນໂດຍກົງ.
ຜູ້ຊ່ຽວຊານຈຶ່ງແນມວ່າ ການແກ້ບັນຫາການໃຊ້ໂທລະສັບຂອງນັກຮຽນອາດຕ້ອງໃຊ້ວິທີທີ່ຄອບຄຸມຫຼາຍກວ່າ ເຊັ່ນ ການຈັດການພຶດຕິກຳການໃຊ້ເຕັກໂນໂລຊີທັງໃນ ແລະ ນອກໂຮງຮຽນ ລວມເຖິງການໃຫ້ຄວາມຮູ້ກ່ຽວກັບການໃຊ້ສື່ອອນໄລຢ່າງເໝາະສົມ ຫຼາຍກວ່າການຍຶດຢ່າງດຽວ.
ເຖິງແມ້ວ່າບາງປະເທດຍັງສົ່ງເສີມນະໂຍບາຍໂຮງຮຽນປອດໂທລະສັບ ແຕ່ຊໍ້ມູນຫຼ້າສຸດຊີ້ໃຫ້ເຫັນວ່າ ການຍຶດໂທລະສັບພຽງຢ່າງດຽວ ອາດບໍ່ແມ່ນຄຳຕອບສຳເລັດຮູບໃນການຍົກລະດັບຜົນການຮຽນຂອງນັກຮຽນ ແລະ ຍັງຄົງອາໄສແນວທາງອື່ນຄວບຄູ່ກັນໄປເພື່ອໃຫ້ເຫັນຜົນແທ້ໆໃນໄລຍະຍາວ.
ແຫຼ່ງຂໍ້ມູນ: National Bureau of Economic Research, The Washington Post, phys, The Guardian, the74million, Paragoninstitute


