ປົກເວັບ 32

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ເປີດແຜນຍຸດທະສາດ 5 ປີ (2026-2030) ເລັ່ງປ່ຽນ ສປປ ລາວ ຈາກປະເທດບໍ່ມີຊາຍແດນຕິດທະເລ ສູ່ສູນກາງໂລຈິສຕິກທີ່ເຊື່ອມໂຍງພາກພື້ນ. 

ເປົ້າໝາຍເພື່ອຊຸກຍູ້ການຄ້າ-ການລົງທຶນ ແລະ ສົ່ງເສີມລົດໄຟຟ້າ (EV) ເຊິ່ງຈະສົ່ງຜົນໃຫ້ນຳໄປສູ່ການສ້າງເສດຖະກິດທີ່ເຂັ້ມແຂງ ແລະ ກຸ້ມຕົນເອງໄດ້ຢ່າງຍືນຍົງ.

ແຜນການດັ່ງກ່າວໄດ້ຖືກປະກາດໃນກອງປະຊຸມວຽກງານທົ່ວປະເທດຂອງກະຊວງ ຍທຂ ເມື່ອວັນທີ 5 ພຶດສະພາ ໂດຍການເປັນປະທານຂອງທ່ານ ເລັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ. ຍຸດທະສາດນີ້ຕັ້ງເປົ້າໝາຍຊຸກຍູ້ການເຕີບໂຕຂອງການຂົນສົ່ງທາງບົກ ແລະ ທາງອາກາດໃຫ້ໄດ້ 5% ແລະ ທາງລົດໄຟ 10% ຕໍ່ປີ. ເພື່ອບັນລຸເປົ້າໝາຍນີ້ ລັດຖະບານກຽມກໍ່ສ້າງທ່າບົກ 5 ແຫ່ງໃນແຂວງສຳຄັນ ເຊັ່ນ: ຫ້ວຍຊາຍ, ຫຼວງພະບາງ, ນາເຕີຍ, ປາກຊັນ ແລະ ຫຼັກຊາວ ພ້ອມທັງປັບປຸງທາງຫຼວງອາຊຽນກວ່າ 1.450 ກິໂລແມັດ ໃຫ້ໄດ້ມາດຕະຖານການຂົນສົ່ງສິນຄ້າລະດັບພາກພື້ນ.

 ນອກຈາກນີ້ ຍັງມີໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ທີ່ສຳຄັນ ເຊັ່ນ: ທາງດ່ວນປາກຊັນ-ຊາຍແດນຫວຽດນາມ, ຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ ແລະ ການຂະຫຍາຍທາງລົດໄຟເຊື່ອມຕໍ່ທ່າແຂກ-ນາເພົ້າ ເພື່ອຍົກລະດັບການເຊື່ອມໂຍງທາງດ້ານການຄ້າ.

ໃນຂະນະດຽວກັນ ພາກສ່ວນການຂົນສົ່ງທາງນໍ້າກໍໄດ້ຮັບການພັດທະນາຢ່າງຈິງຈັງ ດ້ວຍການວາງແຜນສ້າງທ່າເຮືອແມ່ນໍ້າທີ່ເມືອງລອງ ແຂວງຫຼວງນໍ້າທາ ໃຫ້ສາມາດຮອງຮັບກຳປັ່ນຂະໜາດ 300 ຫາ 500 ໂຕນ ແລະ ເລັ່ງສຶກສາການປັບປຸງການເດີນເຮືອຕາມຄອງນໍ້າຂອງແຕ່ ນະຄອນຫຼວງວຽງຈັນ ຫາ ຊາຍແດນກຳປູເຈຍ. 

ສິ່ງເຫຼົ່ານີ້ແມ່ນການສືບຕໍ່ຍອດຈາກຄວາມສຳເລັດໃນປີ 2025 ທີ່ລາວສາມາດຮອງຮັບການຂົນສົ່ງສິນຄ້າໄດ້ເຖິງ 15,58 ລ້ານໂຕນ ແລະ ມີຜູ້ໂດຍສານເດີນທາງ 89,63 ລ້ານຖ້ຽວຄົນ. ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ທ່ານລັດຖະມົນຕີຍັງໄດ້ເນັ້ນໜັກມາດຕະການຂັ້ນເດັດຂາດຕໍ່ກັບລົດບັນທຸກນໍ້າໜັກເກີນ, ການຂັບລົດໄວ ແລະ ຄວາມປອດໄພຂອງເຮືອໂດຍສານ ພ້ອມທັງຄຸ້ມຄອງການຂຸດຄົ້ນຊາຍ-ຫີນຢ່າງເຂັ້ມງວດເພື່ອປ້ອງກັນການລັກລອບຂຸດຄົ້ນຄຳ.

ຈຸດທີ່ໜ້າສົນໃຈທີ່ສຸດໃນແຜນພັດທະນານີ້ແມ່ນການຕອບຮັບກະແສສີຂຽວທົ່ວໂລກ ໂດຍກະຊວງ ຍທຂ ຕັ້ງເປົ້າຊຸກຍູ້ໃຫ້ຍານພາຫະນະທົ່ວປະເທດກວມເອົາລົດໄຟຟ້າ (EV) ໃຫ້ໄດ້ຮອດ 30% ພາຍໃນປີ 2030 ເພື່ອຫຼຸດຜ່ອນການນຳເຂົ້ານໍ້າມັນແພງ ປະຢັດເງິນຕາຕ່າງປະເທດ ແລະ ຫັນມາໃຊ້ພະລັງງານໄຟຟ້າພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດ.

ແຜນຍຸດທະສາດທັງໝົດນີ້ ຈະໄດ້ຮັບການທິດຊີ້ນຳເພີ່ມເຕີມຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນວັນທີ 6 ພຶດສະພາ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການດຶງດູດການລົງທຶນຕ່າງປະເທດ ກະຕຸ້ນການຄ້າຊາຍແດນ ແລະ ສ້າງວຽກເຮັດງານທຳ ເຊິ່ງຈະກາຍເປັນກຸນແຈສຳຄັນ ໃນການສ້າງເສດຖະກິດລາວໃຫ້ກ້າວໜ້າ ແລະ ເພິ່ງພາຕົນເອງໄດ້ໃນໄລຍະຍາວ.

#LaoXperts #LaosLogisticsHub #ພັດທະນາໂຍທາທິການ #ສູນກາງການຂົນສົ່ງພາກພື້ນ #LaosEV2030 #ເສດຖະກິດລາວ

Comments are disabled