ປົກເວັບ 87 1

ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ (ລນລ) ປະກາດຜົນກຳໄລປີ 2025 ເຕີບໂຕກ້າວກະໂດດ, ພ້ອມຕັ້ງເປົ້າປະຕິຮູບອົງກອນຄັ້ງໃຫຍ່ເພື່ອກ້າວເຂົ້າສູ່ຕະຫຼາດຫຼັກຊັບ. ການຫັນປ່ຽນນີ້ບໍ່ພຽງແຕ່ຈະເພີ່ມລາຍຮັບມະຫາສານໃຫ້ລັດ ແຕ່ຍັງເປັນການຍົກລະດັບຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດໃນຍຸກດິຈິຕອນ.

ໃນກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດປະຈຳປີ 2025 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລນລ ໄດ້ເປີດເຜີຍຕົວເລກຄວາມສຳເລັດທີ່ໜ້າປະທັບໃຈ ດ້ວຍຜົນກຳໄລສຸດທິສູງເຖິງ 70,24 ຕື້ກີບ ເຊິ່ງເພີ່ມຂຶ້ນເຖິງ 70,29% ເມື່ອທຽບໃສ່ປີຜ່ານມາ.  ໜັງສືພີມ ເສດຖະກິດ ການຄ້າລາຍງານ.

ພ້ອມດຽວກັນນັ້ນ, ຍັງສາມາດມອບພັນທະເຂົ້າງົບປະມານແຫ່ງລັດໄດ້ຢ່າງມະຫາສານເຖິງ 1.023 ຕື້ກີບ. ຜົນສຳເລັດດັ່ງກ່າວເກີດຈາກຄວາມເດັດຂາດໃນການປະຕິຮູບກົງຈັກການຈັດຕັ້ງໃຫ້ກະທັດຮັດແລະມີປະສິດທິພາບຫຼາຍຂຶ້ນ ໂດຍການຫຼຸດຈຳນວນພະນັກງານລົງເກືອບ 20% ຄວບຄູ່ໄປກັບການນຳໃຊ້ເທັກໂນໂລຊີທີ່ທັນສະໄໝເຂົ້າມາຄຸ້ມຄອງການສູນເສຍນໍ້າມັນໄດ້ຢ່າງເປັນຮູບປະທຳ.

ສຳລັບທິດທາງແຜນການໃນປີ 2026 ຈົນຮອດປີ 2030, ລນລ ບໍ່ໄດ້ຢຸດພຽງແຕ່ການເປັນລັດວິສາຫະກິດແບບດັ້ງເດີມ ແຕ່ກຳລັງຍົກລະດັບມາດຕະຖານຕົວເອງສູ່ລະດັບສາກົນ ໂດຍໄດ້ດຶງເອົາບໍລິສັດທີ່ປຶກສາແລະບໍລິສັດກວດສອບບັນຊີລະດັບສາກົນເຂົ້າມາປະເມີນຊັບສິນ ແລະ ວິເຄາະໂຄງສ້າງອົງກອນໃໝ່.

ເປົ້າໝາຍສຳຄັນແມ່ນການເລັ່ງຫັນເປັນດິຈິຕອນຢ່າງເຕັມຮູບແບບ ເພື່ອຫຼຸດຜ່ອນຕົ້ນທຶນການບົກແຫ້ງຂອງນໍ້າມັນລົງຕື່ມອີກ 30% ແລະ ແກ້ໄຂໜີ້ທວງຍາກໃຫ້ຫຼຸດລົງເຄິ່ງໜຶ່ງຕໍ່ປີ. ຍິ່ງໄປກວ່ານັ້ນ, ຍຸດທະສາດໄລຍະຍາວ 5 ປີ ແມ່ນການຍູ້ຍອດຂາຍໃຫ້ບັນລຸ 1.880 ລ້ານລິດ ເພື່ອປູທາງໄປສູ່ການຫັນປ່ຽນອົງກອນເປັນບໍລິສັດມະຫາຊົນ ແລະ ຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບໃນອະນາຄົດອັນໃກ້.

ໃນຂະນະດຽວກັນ, ທ່າມກາງສະພາບເສດຖະກິດໂລກທີ່ຍັງຄົງຊະລໍຕົວ ແລະ ຜັນຜວນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໜັກໃຫ້ຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ກຽມພ້ອມຮັບມືກັບການປ່ຽນແປງຄັ້ງໃຫຍ່ໃນອຸດສາຫະກຳພະລັງງານ. 

ສິ່ງທີ່ໜ້າຈັບຕາເບິ່ງທີ່ສຸດຄືການຊີ້ນຳໃຫ້ ລນລ ເລີ່ມສຶກສາແລະຫັນປ່ຽນໄປສູ່ພະລັງງານທາງເລືອກ ໂດຍສະເພາະການຮອງຮັບການເຕີບໂຕຂອງລົດໃຫຍ່ພະລັງງານໄຟຟ້າ ຫຼື EV ເຊິ່ງຖືເປັນການສົ່ງສັນຍານທີ່ຊັດເຈນວ່າ ຍັກໃຫຍ່ດ້ານພະລັງງານຂອງລາວແຫ່ງນີ້ ກຳລັງກ້າວອອກຈາກຂອບເຂດທຸລະກິດນໍ້າມັນແບບເດີມໆ ເພື່ອຢືນຢັດຢ່າງແຂງແກ່ນໃນຍຸກແຫ່ງພະລັງງານສະອາດ.

#LaoXperts #ລນລ #ລັດວິສາຫະກິດນໍ້າມັນເຊື້ອໄຟລາວ #ເສດຖະກິດລາວ #ພະລັງງານ #ຕະຫຼາດຫຼັກຊັບລາວ #ລົດEV #ທຸລະກິດ #ຂ່າວເສດຖະກິດ

Comments are disabled