ກະຊວງປ້ອງກັນຄວາມສະຫງົບປະກາດເປີດນຳໃຊ້ແອັບພລິເຄຊັນ LAeID ຢ່າງເປັນທາງການ ພ້ອມຍົກເລີກບັດປະຈຳຕົວແບບເກົ່າ ທັງບັດຂາວ ແລະ ບັດຂຽວ ແລະ ປຶ້ມສຳມະໂນຄົວແບບເຈ້ຍ. ການຫັນປ່ຽນນີ້ ແນໃສ່ອຳນວຍຄວາມສະດວກໃຫ້ພົນລະເມືອງໃນການເຂົ້າເຖິງບໍລິການ, ຫຼຸດຜ່ອນຂັ້ນຕອນເອກະສານ, ແລະ ກ້າວເຂົ້າສູ່ການຄຸ້ມຄອງຂໍ້ມູນດິຈິຕອນທີ່ທັນສະໄໝ.
ອີງຕາມແຈ້ງການຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 238/ຫອກ, ລົງວັນທີ 18 ກໍລະກົດ 2026 ໄດ້ແຈ້ງໃຫ້ຊາບເຖິງອົງການປົກຄອງທຸກຂັ້ນ, ພະນັກງານລັດ, ອົງການຈັດຕັ້ງ ແລະ ພົນລະເມືອງລາວທົ່ວປະເທດ ກ່ຽວກັບການເລີ່ມຕົ້ນນຳໃຊ້ແອັບພລິເຄຊັນ LAeID.
ພ້ອມດຽວກັນນັ້ນ, ທາງການໄດ້ປະກາດຍຸດຕິການນຳໃຊ້ບັດປະຈຳຕົວແບບເກົ່າ ເຊິ່ງລວມມີບັດສີຂາວ ແລະ ສີຂຽວ ຢ່າງເປັນທາງການແຕ່ວັນທີ 18 ກໍລະກົດ 2026 ເປັນຕົ້ນໄປ ໂດຍຈະບໍ່ສາມາດນຳໃຊ້ບັດດັ່ງກ່າວເຂົ້າໃນການປະກອບທຸລະກຳຕ່າງໆໄດ້ອີກ.
ນອກຈາກນີ້, ທຸກພາກສ່ວນແມ່ນບໍ່ຈຳເປັນຕ້ອງນຳໃຊ້ປຶ້ມສຳມະໂນຄົວແບບເຈ້ຍອີກຕໍ່ໄປ ເນື່ອງຈາກຂໍ້ມູນຈະຖືກດຶງເຂົ້າສູ່ລະບົບແອັບ LAeID ສຳລັບຜູ້ທີ່ມາລົງທະບຽນບັດປະຈຳຕົວດິຈິຕອນແລ້ວ, ເຊິ່ງຈະກາຍເປັນເອກະສານອ້າງອີງທາງດ້ານກົດໝາຍອັນເປັນເອກະພາບໃນການພົວພັນວຽກງານ.
ສຳລັບແອັບພລິເຄຊັນ LAeID ນີ້ ຖືກອອກແບບມາເພື່ອເປັນສູນລວມເອກະສານສຳຄັນທັງໝົດຂອງບຸກຄົນ ໂດຍມີເປົ້າໝາຍໃນການເຊື່ອມຕໍ່ ແລະ ຜູກເອກະສານຈຳເປັນເຊັ່ນ: ໃບແຈ້ງເກີດ, ໃບຈົດທະບຽນແຕ່ງງານ, ບັດປະກັນສຸຂະພາບ, ປະກັນສັງຄົມ, ໃບທະບຽນລົດ, ໃບຂັບຂີ່ ແລະ ໜັງສືຜ່ານແດນ ໄວ້ໃນແອັບດຽວກັນ.
ຢ່າງໃດກໍຕາມ, ໃນປັດຈຸບັນລະບົບດັ່ງກ່າວຍັງຢູ່ໃນຂັ້ນຕອນການພັດທະນາເພື່ອເຊື່ອມຕໍ່ກັບຖານຂໍ້ມູນບັດຕ່າງໆ, ເຊິ່ງໃນໄລຍະເບື້ອງຕົ້ນນີ້ ຜູ້ຊົມໃຊ້ຈະສາມາດນຳໃຊ້ໄດ້ສະເພາະບັດປະຈຳຕົວດິຈິຕອນກ່ອນ. ທັງນີ້, ເງື່ອນໄຂສຳຄັນກ່ອນການນຳໃຊ້ແອັບ LAeID ແມ່ນປະຊາຊົນຈະຕ້ອງໄດ້ໄປລົງທະບຽນສ້າງບັດປະຈຳຕົວດິຈິຕອນໃຫ້ສຳເລັດເສຍກ່ອນ ຈຶ່ງຈະສາມາດເປີດນຳໃຊ້ບັນຊີການລະບຸຕົວຕົນອິເລັກໂຕຣນິກໃນແອັບໄດ້.
ບັນຊີການລະບຸຕົວຕົນອິເລັກໂຕຣນິກໃນລະບົບ LAeID ຈະປະກອບດ້ວຍຊື່ເຂົ້າໃຊ້ລະບົບ ເຊິ່ງກໍຄືໝາຍເລກລະບຸຕົວຕົນຂອງພົນລະເມືອງ ຫຼື ທີ່ເຮົາມັກເອີ້ນກັນວ່າເລກບັດປະຈຳຕົວ, ພ້ອມກັບລະຫັດຜ່ານທີ່ຈະຖືກສົ່ງຜ່ານທາງຂໍ້ຄວາມ SMS ເມື່ອໄດ້ຮັບອະນຸມັດໃຫ້ໃຊ້ບັນຊີລະດັບ 2 ຫຼື ຜູ້ໃຊ້ສາມາດຕັ້ງຄ່າເອງໄດ້ໃນຕອນລົງທະບຽນ, ພາຍໃຕ້ການຄຸ້ມຄອງຂອງລະບົບກະຊວງປ້ອງກັນຄວາມສະຫງົບ.
ຜົນປະໂຫຍດຫຼັກທີ່ພົນລະເມືອງຈະໄດ້ຮັບຈາກການຫັນປ່ຽນຄັ້ງນີ້ ແມ່ນການປະຢັດເວລາ ແລະ ຄ່າໃຊ້ຈ່າຍ ເພາະຈະຊ່ວຍຫຼຸດຜ່ອນຂັ້ນຕອນຄວາມຫຍຸ້ງຍາກທາງດ້ານເອກະສານ ໃນເວລາເຂົ້າໄປພົວພັນທຳທຸລະກຳກັບພາກລັດ. ພົນລະເມືອງສາມາດນຳໃຊ້ແອັບນີ້ເພື່ອສະແດງເອກະສານຢັ້ງຢືນຕົວຕົນທີ່ໄດ້ຜູກພັນໄວ້, ເຮັດໃຫ້ໃນອະນາຄົດບໍ່ຈຳເປັນຕ້ອງຫອບຫິ້ວເອກະສານຫຼາຍຢ່າງຕິດໂຕໄປນຳ ຫຼື ເຮັດກະເປົາປູ້ງໆ ໄປອີກແລ້ວ.
#LaoX #LAeID #ບັດປະຈຳຕົວດິຈິຕອນ #ກະຊວງປ້ອງກັນຄວາມສະຫງົບ #ສັງຄົມດິຈິຕອນ #ຂ່າວລາວ #DigitalLaos


