ປົກເວັບ 42

ນະຄອນຫຼວງພະບາງ ດຶງດູດນັກທ່ອງທ່ຽວທະລຸ 8 ແສນຄົນໃນ 4 ເດືອນຕົ້ນປີ 2026 ສ້າງເມັດເງິນເຂົ້າສູ່ລະບົບເສດຖະກິດທ້ອງຖິ່ນຢ່າງມະຫາສານ. ຂະນະດຽວກັນ ພາກລັດໄດ້ເລັ່ງຈັດລະບຽບສະຖານບໍລິການກວ່າ 300 ແຫ່ງ ເພື່ອຍົກລະດັບມາດຕະຖານການທ່ອງທ່ຽວ, ແກ້ໄຂປາກົດການຫຍໍ້ທໍ້ ແລະ ກຽມພ້ອມຮັບມືກັບການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວຢ່າງຍືນຍົງ.

ຄວາມສຳເລັດດັ່ງກ່າວໄດ້ຮັບການເປີດເຜີຍໂດຍ ທ່ານ ສອນເພັດ ທຳມຸງຄຸນ ຮອງຫົວໜ້າຫ້ອງການວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພະບາງ ເຊິ່ງລະບຸວ່າ ພຽງແຕ່ 4 ເດືອນຕົ້ນປີ 2026 ຕົວເລກນັກທ່ອງທ່ຽວທີ່ເຂົ້າມາສຳຜັດມົນສະເໜ່ຂອງເມືອງມໍລະດົກໂລກແຫ່ງນີ້ ມີສູງເຖິງ 824.569 ເທື່ອຄົນ.

ໂດຍແບ່ງເປັນນັກທ່ອງທ່ຽວພາຍໃນ 253.175 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນເຖິງ 570.994 ເທື່ອຄົນ. 

ເພື່ອຮອງຮັບການຫລັ່ງໄຫຼເຂົ້າມາຂອງນັກທ່ອງທ່ຽວຈຳນວນມະຫາສານນີ້ ທາງນະຄອນຫລວງພະບາງໄດ້ມີການວາງແຜນຄຸ້ມຄອງສະຖານທີ່ປະກອບການ ທີ່ຕິດພັນກັບການບໍລິການອາຫານ-ເຄື່ອງດື່ມ, ຮ້ານບັນເທິງ ແລະ ສະປາ ທັງໝົດ 381 ແຫ່ງຢ່າງໃກ້ຊິດ. 

ການຄຸ້ມຄອງໄດ້ຖືກແບ່ງອອກເປັນສອງລະດັບຄື: ລະດັບແຂວງຮັບຜິດຊອບ 204 ຫົວໜ່ວຍ ແລະ ລະດັບນະຄອນຮັບຜິດຊອບ 177 ຫົວໜ່ວຍ ເພື່ອແນໃສ່ຮັບປະກັນປະສິດທິພາບໃນການຄຸ້ມຄອງຂອງລັດຕາມກົດໝາຍ ແລະ ສ້າງຄວາມປະທັບໃຈສູງສຸດໃຫ້ແກ່ຜູ້ມາຢ້ຽມຢາມ.

ນອກຈາກການຍົກລະດັບມາດຕະຖານການບໍລິການແລ້ວ ພາກລັດຍັງໄດ້ຜ່ານກົດລະບຽບໃໝ່ຂອງເຈົ້ານະຄອນຫຼວງພະບາງ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການດຳເນີນທຸລະກິດ ພ້ອມທັງເປີດເວທີຍ້ອງຍໍຜູ້ປະກອບການທີ່ປະຕິບັດຕາມກົດໝາຍໄດ້ດີ. 

ສິ່ງທີ່ໜ້າຈັບຕາ ແລະ ເປັນວາລະສຳຄັນທີ່ສຸດໃນກອງປະຊຸມຄັ້ງຫຼ້າສຸດ ແມ່ນການວາງທິດຊີ້ນຳຢ່າງເດັດຂາດ ເພື່ອສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ, ບັນຫາການຄ້າຂາຍສິ່ງເສບຕິດ, ການຄ້າປະເວນີ ແລະ ການລັກຊັບພົນລະເມືອງ. 

ການເຄື່ອນໄຫວຢ່າງຈິງຈັງຂອງພາກລັດໃນຄັ້ງນີ້ ຖືເປັນກຸນແຈສຳຄັນໃນການປົກປ້ອງພາບລັກອັນດີງາມ ແລະ ຄວາມປອດໄພ ເຊິ່ງຈະຊ່ວຍສ້າງຄວາມໝັ້ນໃຈໃຫ້ນະຄອນຫລວງພະບາງ ຍັງຄົງເປັນຈຸດໝາຍປາຍທາງອັນດັບຕົ້ນໆ ທີ່ຄອງໃຈນັກທ່ອງທ່ຽວທົ່ວໂລກຕະຫຼອດໄປ.

#LaoX #ຫຼວງພະບາງ #ທ່ອງທ່ຽວລາວ #LuangPrabang #LaosTourism #ເມືອງມໍລະດົກໂລກ #ເສດຖະກິດລາວ

Comments are disabled