ໃນໄລຍະ 10 ປີທີ່ຜ່ານມາ ບັນຫາສຸຂະພາບຈິດ ໂດຍສະເພາະພາວະຊຶມເສົ້າ ແລະ ຄວາມວິຕົກກັງວົນ ກາຍເປັນປະເດັນທີ່ຖືກເວົ້າເຖິງກັນຫຼາຍທົ່ວໂລກ ໂດຍສະເພາະໃນກຸ່ມໄວລຸ້ນ ຫຼື ຄົນລຸ້ນໃໝ່. ຂະນະດຽວກັນ ຊ່ວງເວລາດຽວກັນນີ້ກໍເປັນຍຸກທີ່ Social Media ເຂົ້າມາມີບົດບາດໃນຊີວິດປະຈຳວັນຢ່າງຊັດເຈນ ຈົນຫຼາຍຄົນເລີ່ມຕັ້ງຄຳຖາມວ່າ “ການໃຊ້ Social ຫຼາຍເກີນໄປ ອາດມີສ່ວນກ່ຽວຂ້ອງກັບການເພີ່ມຂຶ້ນຂອງພາວະຊຶມເສົ້າ ຫຼື ບໍ່”.
ບົດວິໄຈຫຼາຍບົດໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ພົບຄວາມເຊື່ອມໂຍງລະຫວ່າງການໃຊ້ໜ້າຈໍ ຫຼື Social Media ເປັນເວລາດົນນານກັບອາການຊຶມເສົ້າ, ວິຕົກກັງວົນ, ການນອນຫຼັບບໍ່ພຽງພໍ ແລະ ຄວາມຮູ້ສຶກໂດດດ່ຽວ ໂດຍສະເພາະໃນໄວລຸ້ນທີ່ໃຊ້ເວລາເທິງໂລກອອນໄລຫຼາຍຊົ່ວໂມງຕໍ່ມື້ ບັນຫາອາດບໍ່ໄດ້ເກີດຈາກ Social Media ພຽງຢ່າງດຽວ ແຕ່ເກີດຈາກພຶດຕິກຳທີ່ຕາມມາ ເຊັ່ນ ການປຽບທຽບຕົນເອງກັບຄົນອື່ນ, ການເສບຂ່າວດ້ານລົບ, ການຖືກກັ່ນແກ້ງໃນໂລກອອນໄລ, ການຢ້ານຕົກກະແສ ຫຼື ການໃຊ້ງານຈົນລົບກວນເວລານອນ.
ໜຶ່ງໃນປະເດັນທີ່ຜູ້ຊ່ຽວຊານກັງວົນແມ່ນ Social Media ຖືກອອກແບບມາໃຫ້ຜູ້ໃຊ້ໃຊ້ເວລາເທິງແພລັດຟອມໃຫ້ໄດ້ດົນທີ່ສຸດ ຜ່ານລະບົບແຈ້ງເຕືອນ, ການໄຖຟີດບໍ່ຮູ້ຈົບ ແລະ Algorithm ທີ່ເລືອກຄອນເທັ້ນຕາມຄວາມສົນໃຈຂອງຜູ້ໃຈ ສິ່ງເຫຼົານີ້ອາດເຮັດໃຫ້ບາງຄົນເສບຄອນເທັ້ນຊ້ຳໆ ຈົນເກີດຄວາມຄຽດໂດຍບໍ່ຮູ້ໂຕ ໂດຍສະເພາະຄອນເທັ້ນທີ່ກ່ຽວກັບຮູບຮ່າງ, ໜ້າຕາ, ຄວາມສຳເລັດ, Life-Style ຫຼູໆ ຫຼື ຊີວິດທີ່ເບິ່ງສົມບູນແບບຂອງຄົນອື່ນ.
ສຳລັບໄວລຸ້ນ ຜົນກະທົບອາດຊັດເຈນເປັນພິເສດ ເພາະເປັນຊ່ວງອາຍຸທີ່ຍັງຢູ່ລະຫວ່າງການສ້າງໂຕຕົນ ແລະ ຄວາມໝັ້ນໃຈໃນຕົນເອງ ເມື່ອເຫັນຊີວິດຂອງຄົນອື່ນເທິງ Social Media ທີ່ດຶງດູດຕະຫຼອດເວລາ ບາງຄົນອາດເລີ່ມຮູ້ສຶກວ່າຕົນເອງບໍ່ດີພໍ, ງາມບໍ່ພໍ, ບໍ່ເກັ່ງພໍ ຫຼື ປະສົບຄວາມສຳເລັດໜ້ອຍກວ່າຄົນອື່ນ ແມ້ໃນຄວາມເປັນຈິງ ພາບທີ່ເຫັນເທິງໂຊຊ້ຽວມັກເປັນພຽງບາງມຸມຂອງຊີວິດເທົ່ານັ້ນ.
ແນວໃດກໍຕາມ, ຜູ້ຊ່ຽວຊານຍັງເຕືອນວ່າ ບໍ່ຄວນສະຫຼຸບງ່າຍໆວ່າ Social Media ຄືສາເຫດດຽວຂອງພາວະຊຶມເສົ້າ ເພາະສຸຂະພາບຈິດຂອງຄົນໆໜຶ່ງໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ທັງຄອບຄົວ, ການຮຽນ, ການເຮັດວຽກ, ເສດຖະກິດ, ຄວາມສຳພັນ, ຄວາມກົດດັນທາງສັງຄົມ ແລະ ປະສົບການສ່ວນໂຕ. Social Media ຈຶ່ງອາດເປັນໂຕເລັ່ງ ຫຼື ປັດໄຈເສີມຫຼາຍກວ່າຈະເປັນຄຳຕອບທັງໝົດ.
ອີກດ້ານໜຶ່ງ Social Media ບໍ່ໄດ້ມີແຕ່ຜົນເສຍສະເໝີໄປ ເພາະຫຼາຍຄົນໃຊ້ແພລັດຟອມເຫຼົານີ້ເພື່ອຮຽນຮູ້, ຫາແຮງບັນດານໃຈ, ຕິດຕໍ່ໝູ່, ເຂົ້າເຖິງຊຸມຊົນທີ່ເຈົ້າໃຈຕົນເອງ ຫຼື ຂໍຄວາມຊ່ວຍເຫຼືອໃນຊ່ວງເວລາທີ່ຍາກລຳບາກ ດັ່ງນັ້ນ ບັນຫາອາດບໍ່ໄດ້ຢູ່ທີ່ການມິ Social Media ແຕ່ຢູ່ທີ່ວິທີໃຊ້, ໄລຍະເວລາໃຊ້ ແລະ ຄອນເທັ້ນທີ່ເຮົາເສບຫຼາຍກວ່າ.
ສິ່ງທີ່ຄວນເລີ່ມເຮັດບໍ່ແມ່ນການຫ້າມໃຊ້ Social Media ທັງໝົດ ແຕ່ເປັນການສ້າງພຶດຕິກຳໃຊ້ງານທີ່ດີຂຶ້ນ ເຊັ່ນ ຈຳກັດເວລາໃຊ້ງານ, ພັກສາຍຕາຈາກໜ້າຈໍ, ເລືອກຕິດຕາມບັນຊີທີ່ເຮັດໃຫ້ເຮົາຮູ້ສຶກດີ, ຫຼີກລ້ຽງການໃຊ້ໂທລະສັບກ່ອນນອນ ແລະ ເວົ້າລົມກັບຄົນໃກ້ໂຕເມື່ອເລີ່ມຮູ້ສຶກຄຽດ, ວິຕົກກັງວົນ ຫຼື ໝົດກຳລັງໃຈ.
ສະຫຼຸບແລ້ວ ການເພີ່ມຂຶ້ນຂອງພາວະຊຶມເສົ້າໃນຊ່ວງຫຼາຍປີທີ່ຜ່ານມາອາດບໍ່ໄດ້ເກີດຈາກ Social Media ພຽງຢ່າງດຽວ ແຕ່ກໍບໍ່ສາມາດປະຕິເສດໄດ້ວ່າ Social Media ກໍເປັນອີກໜຶ່ງປັດໄຈທີ່ເຮັດໃຫ້ບັນຫາສຸຂະພາບຈິດຊັດເຈນຂຶ້ນ ໂດຍສະເພາະເມື່ອໃຊ້ງານຫຼາຍເກີນໄປ ຫຼື ເສບຄອນເທັ້ນທີ່ສົ່ງຜົນຕໍ່ຄວາມຮູ້ສຶກຕົນເອງ ໃນຍຸກທີ່ທຸກຄົນເກືອບຈະບໍ່ສາມາດຫຼີກລ້ຽງ Social Media ໄດ້ເລີຍ ການຮູ້ເທົ່າທັນການໃຊ້ Social Media ຈຶ່ງອາດສຳຄັນພໍໆກັບການດູແລສຸຂະພາບຮ່າງກາຍ.
ແຫຼ່ງຂໍ້ມູນ: JAMA Pediatrics, CDC, WHO, jamanetwork, TNN


