Toyota Tsusho ບໍລິສັດການຄ້າຂະໜາດໃຫຍ່ ຂອງເຄືອ Toyota ປະກາດຕັ້ງໂຮງງານປະກອບລົດຍົນແຫ່ງໃໝ່ໃນ ສປປ ລາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ແນໃສ່ຫັນປ່ຽນຈາກການນຳເຂົ້າລົດສຳເລັດຮູບ ມາເປັນການຜະລິດພາຍໃນເພື່ອຫຼຸດຕົ້ນທຶນ ແລະ ຮັບປະກັນການສະໜອງ. ຍົກລະດັບອຸດສາຫະກຳຍານຍົນ, ສ້າງວຽກເຮັດງານທຳໃຫ້ຄົນທ້ອງຖິ່ນ ແລະ ຂັບເຄື່ອນເສດຖະກິດລາວ ໂດຍຄາດວ່າຈະເລີ່ມເດີນສາຍການຜະລິດໃນເດືອນເມສາ 2028.
ຕາມການປະກາດຂອງຂອງບໍລິສັດ, Toyota Tsusho Corporation ໄດ້ສ້າງບາດກ້າວສຳຄັນໃນວົງການອຸດສາຫະກຳຍານຍົນຂອງລາວ ດ້ວຍການປະກາດສ້າງຕັ້ງ ບໍລິສັດ ໂຕໂຍຕ້າ ທູໂຊ ແມນນູແຟກເຈີຣິງ ລາວ ຈຳກັດ ຫຼື TTML ເຊິ່ງເປັນຖານການຜະລິດ ແລະ ປະກອບລົດຍົນຮູບແບບໃໝ່ ເພື່ອສະໜອງໃຫ້ແກ່ຕະຫຼາດພາຍໃນປະເທດ. ການເຄື່ອນໄຫວຄັ້ງນີ້ຈະນຳໃຊ້ລະບົບການຜະລິດແບບ KD (Knock Down) ເຊິ່ງເປັນການນຳເຂົ້າຊິ້ນສ່ວນລົດຍົນຈາກຕ່າງປະເທດ ເພື່ອນຳມາປະກອບເປັນຄັນຢູ່ພາຍໃນປະເທດລາວໂດຍກົງ ແທນທີ່ການນຳເຂົ້າລົດໃຫຍ່ສຳເລັດຮູບແບບທີ່ເຄີຍປະຕິບັດມາ.
ໂຄງການດັ່ງກ່າວຈະມີການລົງທຶນເປັນໄລຍະ ພ້ອມທັງເນັ້ນການພັດທະນາຊັບພະຍາກອນມະນຸດ ເພື່ອກຽມຄວາມພ້ອມສຳລັບການເປີດສາຍການຜະລິດຢ່າງເປັນທາງການ.
ການຕັດສິນໃຈຂະຫຍາຍຖານການຜະລິດໃນຄັ້ງນີ້ ສືບເນື່ອງມາຈາກການເຕີບໂຕຢ່າງຕໍ່ເນື່ອງຂອງຕະຫຼາດລົດຍົນໃນລາວ ທີ່ຂະຫຍາຍຕົວຕາມຈຳນວນປະຊາກອນ ແລະ ການພັດທະນາຂອງເສດຖະກິດ. ນັບຕັ້ງແຕ່ Toyota Tsusho ໄດ້ຮັບໂອນສິດການຂາຍຈາກບໍລິສັດແມ່ ແລະ ກາຍເປັນຕົວແທນຈຳໜ່າຍຢ່າງເປັນທາງການໃນເດືອນກັນຍາ 2018 ທາງບໍລິສັດໄດ້ສັງເກດເຫັນວ່າ ການເພິ່ງພາແຕ່ການນຳເຂົ້າລົດຍົນສຳເລັດຮູບພຽງຢ່າງດຽວນັ້ນ ເລີ່ມປະເຊີນກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະແມ່ນການແຂ່ງຂັນດ້ານລາຄາ ແລະ ຄວາມຫຍຸ້ງຍາກໃນການສະໜອງສິນຄ້າໃຫ້ໝັ້ນຄົງ.
ດັ່ງນັ້ນ, ການສ້າງຖານການຜະລິດພາຍໃນປະເທດເພື່ອຕອບສະໜອງຜູ້ບໍລິໂພກພາຍໃນ ຈຶ່ງເປັນທາງອອກທີ່ດີທີ່ສຸດໃນການເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບທຸລະກິດ.
ສຳລັບແຜນການດຳເນີນງານໃນອະນາຄົດ, ບໍລິສັດ TTML ຈະນຳເອົາປະສົບການ ແລະ ຄວາມຊ່ຽວຊານດ້ານການປະກອບລົດຍົນທີ່ເຄີຍປະສົບຄວາມສຳເລັດມາແລ້ວໃນຫຼາຍພາກພື້ນ ທັງໃນອາຊີ, ຕາເວັນອອກກາງ ແລະ ອາຟຣິກາ ມາໝູນໃຊ້ໃນລາວ.
ໂຮງງານແຫ່ງນີ້ຕັ້ງເປົ້າໝາຍທີ່ຈະປະກອບລົດຍົນໃຫ້ໄດ້ຫຼາຍກວ່າ 5,000 ຄັນຕໍ່ປີ ໂດຍຈະສຸມໃສ່ລົດຍົນລຸ້ນຍອດນິຍົມທີ່ເປັນກຳລັງຫຼັກຂອງຕະຫຼາດ ເຊັ່ນ: ລົດກະບະ HILUX ແລະ ລົດSUV ຍອດນິຍົມຢ່າງ FORTUNER. ສິ່ງສຳຄັນທີ່ສຸດຄື ນອກຈາກຈະຊ່ວຍໃຫ້ລາຄາລົດສາມາດແຂ່ງຂັນໄດ້ດີຂຶ້ນ ແລະ ມີສິນຄ້າພ້ອມສົ່ງມອບຢ່າງສະໝ່ຳສະເໝີແລ້ວ ໂຄງການນີ້ຍັງກຽມສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນໄດ້ປະມານ 150 ຕຳແໜ່ງໃນອະນາຄົດ.
ໃນຂະນະດຽວກັນ, Toyota Tsusho ຍັງຈະນຳໃຊ້ຈຸດແຂງຂອງຕົນໃນທຸກມິຕິ ຕັ້ງແຕ່ການຈັດຊື້ຊິ້ນສ່ວນ, ລະບົບໂລຈິສຕິກ, ການຄຸ້ມຄອງການຜະລິດ, ຕະຫຼອດຈົນເຖິງການຂາຍ ແລະ ບໍລິການຫຼັງການຂາຍ ເພື່ອສ້າງລະບົບຕ່ອງໂສ້ມູນຄ່າ (Value Chain) ທີ່ຄົບວົງຈອນ ແລະ ມີປະສິດທິພາບ.
ການລົງທຶນຄັ້ງນີ້ ບໍ່ພຽງແຕ່ເປັນໄປຕາມແຜນທຸລະກິດໄລຍະກາງທີ່ຕ້ອງການຂະຫຍາຍອຸດສາຫະກຳການສັນຈອນເທົ່ານັ້ນ ແຕ່ຍັງເປັນການຢ້ຳຈຸດຢືນຂອງໂຕໂຍຕ້າ ໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ເຕີບໂຕຢ່າງຍືນຍົງ ຜ່ານການສ້າງວຽກເຮັດງານທຳ ແລະ ການຍົກລະດັບສີມືແຮງງານລາວໄປພ້ອມໆກັນ.
ບໍລິສັດ ໂຕໂຍຕ້າ ທູໂຊ ຄໍປໍເຣຊັນ (Toyota Tsusho Corporation) ແມ່ນບໍລິສັດການຄ້າຂະໜາດໃຫຍ່ (General Trading Company) ຫຼື ທີ່ພາສາຍີ່ປຸ່ນເອີ້ນວ່າ Sogo Shosha ເຊິ່ງເປັນໜຶ່ງໃນບໍລິສັດໃນເຄືອທີ່ສຳຄັນທີ່ສຸດຂອງ ກຸ່ມບໍລິສັດ ໂຕໂຍຕ້າ (Toyota Group).
ຫຼາຍຄົນອາດຈະສັບສົນກັບບໍລິສັດທີ່ຜະລິດລົດຍົນ, ແຕ່ໃນຄວາມເປັນຈິງແລ້ວ Toyota Tsusho ບໍ່ໄດ້ມີໜ້າທີ່ຫຼັກໃນການອອກແບບ ຫຼື ຜະລິດລົດຍົນໂດຍກົງ. ພວກເຂົາເຮັດໜ້າທີ່ປຽບເໝືອນ “ແຂນຂາດ້ານການຄ້າ, ໂລຈິສຕິກ ແລະ ການຈັດຫາວັດຖຸດິບ” ໃຫ້ກັບບໍລິສັດ ໂຕໂຍຕ້າ ມໍເຕີ (Toyota Motor Corporation) ລວມເຖິງການດຳເນີນທຸລະກິດອື່ນໆອີກຫຼາກຫຼາຍຂະແໜງການທົ່ວໂລກ.
#LaoXperts #ToyotaTsusho #ໂຕໂຍຕ້າລາວ #ປະກອບລົດຍົນໃນລາວ #ເສດຖະກິດລາວ #ອຸດສາຫະກຳຍານຍົນ #ToyotaLaos #HILUX #FORTUNER


