Ninebot Mecha Kit M1 ອຸປະກອນເສີມປ່ຽນ Scooters ໄຟຟ້າເປັນພາຫະນະສູ້ຮົບສຸດລ້ຳມາພ້ອມປືນຍິງກະສຸນນ້ຳ.


Gadget ລ້ຳໆແບບ Scooters ໄຟຟ້າໃນຊ່ວງນີ້ເລີ່ມໄດ້ຮັບຄວາມນິຍົມຫຼາຍຂຶ້ນຫຼາຍໆ ໂດຍໜຶ່ງໃນຜູ້ຜະລິດສິນຄ້າປະເພດນີ້ກໍຄື: Nine bot ນັ້ນເອງ (ໜຶ່ງໃນແບຣນ Start up ຂອງ Xiaomi). ໂດຍກ່ອນໜ້ານີ້ທາງ Nine bot ໄດ້ເຄີຍເປີດຕົວອຸປະກອນເສີມທີ່ສາມາດປ່ຽນໃຫ້ Scooters ໄຟຟ້າກາຍເປັນລົດແຂ່ງ Go kart ແລະ ຫຼ້າສຸດທາງບໍລິສັດກໍຂໍເປີດຕົວອຸປະກອນເສີມສຸດຄັກຂຶ້ນມາອີກອັນຄື: Nine bot Mecha Kit M1. ໂດຍເທື່ອນີ້ມັນຈະປ່ຽນໃຫ້ Scooters ໄຟຟ້າກາຍເປັນຍານຮົບທີ່ໃຊ້ການບັງຄັບດ້ວຍຈອຍສະຕິກ ແຖມຍັງມີປືນສຳຫຼັບຍິງກະສຸນນ້ຳໄດ້ອີກ.

Nine bot Mecha Kit M1 ເມື່ອປະກອບຮ່າງກັບ Scooters ໄຟຟ້າແບບ 2 ລໍ້ ຮຸ່ນທີ່ຮອງຮັບແລ້ວ ຈະກາຍເປັນ Scooters ໄຟຟ້າ 4 ລໍ້ພ້ອມບ່ອນນັ່ງ ມີ Design ລໍ້າຍຸກຄືກັບພວກຍານຮົບ ຫຼື ຫຸ່ນຍົນໃນກາຕູນ ມາພ້ອມດ້າມຈັບແບບຄັນໂຍກຄືກັບຈອຍສະຕິກໃຊ້ໃນການຄວບຄຸມທິດທາງໄດ້ຢ່າງງ່າຍດາຍ ນອກຈາກນີ້ຜູ້ຫຼິ້ນຍັງສາມາດບັງຄັບຍານຮົບ Nine bot Mecha Kit M1 ຜ່ານ Applications Segway Nine bot ເທິງມືຖືໄດ້ອີກພ້ອມ.

ແຕ່ສ່ວນທີ່ຄັກທີ່ສຸດຂອງ Nine bot mocha Kit M1 ກໍຄື Feature ທີ່ສາມາດຍິງກະສຸນນ້ຳອອກມາຈາກກະບອກປືນບ່ອນວາງແຂນທັ້ງ 2 ເບື້ອງ, ໂດຍເວລາຈະຍິງກໍໃຊ້ການລັ່ນໄກທີ່ຈອຍສະຕິກຄືການຫຼິ້ນເກມນັ້ນເອງ ເຊິ່ງຜູ້ຫຼິ້ນສາມາດເລືອກໄດ້ວ່າຈະຍິງແບບເທື່ອລະນັດ ຫຼື ຈະຍິງບໍ່ຢັ້ງກໍໄດ້ ແຖມຍັງມີໄຟ ແລະ ສຽງ Effect ປະກອບເພີ່ມຄວາມມ່ວນຊື່ນຫຼາຍຂຶ້ນໄປອີກ.

Nine bot Mocha Kit M1 ໂຕນີ້ມີຄວາມໄວໃຫ້ເລືອກນຳກັນ 3 ໂຫມດໄດ້ແກ່ Safety (6 km/ຊົ່ວໂມງ), Novices (10 km/ ຊົ່ວໂມງ) ແລະ ໂຫມດ Sport (14 km/ ຊົ່ວໂມງ).

Nine bot Mecha Kit M1 ມີລາຄາສະເພາະຊຸດປະກອບແບບບໍ່ລວມ Scooters ໄຟຟ້າຢູ່ທີ່ 1,399 ຫຍວນ, ສ່ວນລາຄາເຕັມທັງຊຸດແບບລວມ Scooters ໄຟຟ້ານຳຈະຢູ່ທີ່ 2,498 ຫຍວນ. ໂດຍໃນຕອນນີ້ມີຈຳໜ່າຍຢູ່ສະເພາະໃນຈີນເທົ່ານັ້ນ.

ທີ່ມາ: https://droidsans.com/ninebot-mecha-kit-m1-announced/