Disney+ ມີຜູ້ສະໝັກໃຊ້ງານຫຼາຍກວ່າ 73 ລ້ານຄົນໃນປີທຳອິດ!


ເອີ້ນໄດ້ວ່າເປັນບໍລິການ Streaming ທີ່ກຳລັງເຕີບໂຕຂຶ້ນຢ່າງໄວວາ ອີກທັງຍັງເປັນຜູ້ເຂົ້າແຂ່ງຂັນຄົນສຳຄັນຂອງຕະຫຼາດສື່ Video on Demand (VOD) ນຳອີກ ສຳລັບ Disney+ ທີ່ນັບຕັ້ງແຕ່ເປີດໂຕເມື່ອວັນທີ 12 ພະຈິກປີ 2019 ທີ່ຜ່ານມາ ປັດຈຸບັນມີຜູ້ຍອມຈ່າຍເງິນສະໝັກໃຊ້ງານຫຼາຍເຖິງ 73.7 ລ້ານຄົນແລ້ວ.

ໂດຍການທີ່ Disney+ ມີຜູ້ໃຊ້ງານຫຼາຍຂະໜາດນີ້ພາຍໃນເວລາພຽງ 1 ປີ ຖືເປັນເລື່ອງທີ່ເກີນຄວາມຄາດໝາຍຂອງດິສນີພໍສົມຄວນ ເພາະທຳອິດພວກເຂົາເຄີຍຄາດການໄວ້ວ່າ Disney+ ຈະມີຜູ້ສະໝັກໃຊ້ງານປະມານ 60-90 ລ້ານຄົນພາຍໃນປີ 2024 ແຕ່ປາກົດວ່າກາຍທະລຸເປົ້າໝາຍຂັ້ນຕ່ຳຄື ມີຜູ້ສະໝັກເຖິງ 60 ລ້ານຄົນໃນເວລາພຽງ 9 ເດືອນທຳອິດທີ່ເປີດໂຕໄປເທົ່ານັ້ນ. ເຊິ່ງ ບັອບ ຊາເພັກ CEO Disney+ ກ່າວວ່າ “ມັນເປັນຜົນລັບທີ່ໜ້າພໍໃຈ”.

ໜຶ່ງໃນປັດໄຈສຳຄັນທີ່ຫຼາຍຝ່າຍເຊື່ອວ່າ ເປັນສິ່ງດຶງດູດຄວາມສົນໃຈຂອງຜູ້ຄົນໃຫ້ຍອມຈ່າຍເງິນສະໝັກໃຊ້ບໍລິການ Disney+ ກໍຄື ການທີ່ດິສນີນຳຮູບເງົາລວມເຖິງແອນິເມຊັນເລື່ອງດັງຫຼາຍເລື່ອງຂອງໂຕເອງມາລົງສາຍ.

ທັງຮູບເງົາ Super Hero ຈາກ Marvel Studios, ຮູບເງົາຊຸດ Star Wars ລວມເຖິງຜົນງານທີ່ເປັນ Original Content ອີກຫຼາຍເລື່ອງ ເຊິ່ງຫາຮັບຊົມໄດ້ສະເພາະໃນ Disney+ ຢ່າງດຽວເທົ່ານັ້ນ ເຊັ່ນ: The Mandalorian (2019-ປັດຈຸບັນ), Obi-Wan Kenobi (2021), The Falcon and The Winter Soldier (2021), WandaVision (2021) ເປັນຕົ້ນ.

ປັດຈຸບັນ Disney+ ເປີດໃຫ້ສະໝັກສະມາຊິກໃນລາຄາ 6.99 ໂດລາສະຫະລັດ ເປີດໃຫ້ບໍລິການຫຼາຍກວ່າ 20 ປະເທດທົ່ວໂລກ ທັງໃນທະວີບອາຊີ, ເອີຣົບ, ອາເມຣິກາ ແລະ ຫຼ້າສຸດກຳລັງຈະເປີດໃຫ້ບໍລິການໃນເຂດອາເມຣິກາລາຕິນຫຼາຍປະເທດພາຍໃນເດືອນນີ້ ສ່ວນປະເທດລາວບ້ານເຮົາອາດຈະຕ້ອງຖ້ານຳກັນໄປກ່ອນ.

ທີ່ມາ: https://thestandard.co/disney-tops-73-million-subscribers/