Fujifilm ເປີດຕົວກ້ອງ X100V Disney and Friends Collection ຮຸ່ນ Limited Edition ເພື່ອສະເຫຼີມສະຫຼອງວັນຄົບຮອບ 100 ປີຂອງ Disney


FUJIFILM ໄດ້ເປີດຕົວກ້ອງ X100V Disney and Friends Collection ຮຸ່ນ Limited Edition ທີ່ມີພຽງ 100 ໜ່ວຍໃນໂລກເທົ່ານັ້ນເພື່ອເປັນການສະເຫຼີມສະຫຼອງໃຫ້ກັບວັນຄົບຮອບ 100 ປີຂອງ Disney ເເລະ ຍັງກົງກັບວັນຄົບຮອບ 55 ປີຂອງບໍລິສັດ Fuji Photographic Equipment Company, ໂດຍລາຍໄດ້ຈາກການຂາຍສ່ວນໜຶ່ງຈະມອບໃຫ້ກັບ Hong Kong Community Chest ເຊິ່ງເປັນອົງກອນທີ່ບໍ່ສະເເຫວງຫາຜົນກໍາໄລ ເພື່ອສະໜັບສະໜູນໃຫ້ເດັກນ້ອຍ ເເລະ ຊາວໜຸ່ມມີຊີວິດທີ່ດີຂຶ້ນ.

ໂດຍຄວາມພິເສດຂອງກ້ອງ FUJI ຮຸ່ນ Limited Edition ນີ້ຄືການນຳເອົາ theme ຂອງຕົວລະຄອນທີ່ມີຊື່ສຽງຈາກ Disney. ມາພ້ອມກ່ອງໄມ້ທີ່ເຮັດດ້ວຍມື ແລະ ອຸປະກອນເຄື່ອງແຕ່ງຫຼູຫຼາຄົບຊຸດ ບໍ່ວ່າຈະເປັນ Thumb grip, ສາຍຄ້ອງຄໍ ແລະ ເຄສໜັງໃນ theme ດຽວກັນທີ່ແກະສະຫຼັກດ້ວຍໂລໂກ້ Disney 100 ປີ, ບວກກັບ Serial number ທີ່ເປັນເອກະລັກຂອງກ້ອງແຕ່ລະໜ່ວຍຕັ້ງແຕ່ 1 ເຖິງ 100 ເພື່ອຄວາມພິເສດອີກດ້ວຍ.

ສ່ວນສະເປັກຕົວເຄື່ອງຂອງຮຸ່ນ FUJI ຮຸ່ນ Limited Edition ນີ້ຈະຄືກັນກັບຮຸ່ນປົກກະຕິ (X100V) ພຽງເເຕ່ຈະເພີ່ມຄວາມຫຼູຫຼາຂອງອຸປະກອນຕົກເເຕ່ງ ເເລະ Theme ຂອງ Disney ໃສ່ເຂົ້າໄປໃນກ້ອງເທົ່ານັ້ນ.

FUJIFILM X100V Disney and Friends Collection ຕອນນີ້ເປີດໃຫ້ສັ່ງລ່ວງໜ້າໄດ້ແລ້ວຜ່ານ FUJIFILM Store Hong Kong ພຽງແຕ່ 3 ສາຂາເທົ່ານັ້ນຄື: Fujifilm Studio Building, Broadway – Harbor City Branch ແລະ Logon – Harbor City Branch.

ໂດຍລາຄາຂອງ FUJIFILM X100V Disney and Friends Collection ຈະຢູ່ທີ່ 14.999 ໂດລາຮ່ອງກົງ (ປະມານ 1.919,25 ໂດລາ). ສ່ວນຮຸ່ນປົກກະຕິຄື FUJIFILM X100V ຈະມີລາຄາຢູ່ທີ່ 1.530,62 ໂດລາ. ທາງບໍລິສັດ​ມີເເຜນ​ກໍາ​ນົດ​ສົ່ງ​ມອບໃນ​ວັນທີ 29​ ເດືອນ​ກໍ​ລະ​ກົດ ປີ 2023 ນີ້​.

ທີ່ມາ:

petapixel

beartai

commchest.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/