ລະວັງ! ໃສ່ໃຈເລື່ອງຄົນອື່ນຫຼາຍ ອາດເຮັດໃຫ້ເປັນໂຣກຊຶມເສົ້າ


ບາງຄົນອາດຈະຄິດເລື່ອງຄົນອື່ນຫຼາຍກວ່າເລື່ອງຂອງຕົນເອງ ຫຼື ເອົາເລື່ອງຄົນອື່ນມາຄິດກວ່າຮອດເລື່ອງຂອງຕົນເອງ ແຕ່ຮູ້ບໍວ່າການທີ່ເຮົາເກັບເອົາເລື່ອງຂອງຄົນອື່ນມາຄິດນັ້ນ ອາດເຮັດໃຫ້ຕົນເອງບໍ່ມີຄວາມສຸກ ຫຼື ບາງຄັ້ງກໍອາດມີຄວາມສຸກ ແຕ່ເປັນຄວາມສຸກທີ່ເປັນເລື່ອງຂອງຄົນອື່ນ ໂດຍທີ່ບໍ່ແມ່ນເລື່ອງຂອງຄົນເຮົາ.

ບາງຄັ້ງການທີ່ເຮົາໃສ່ໃຈເລື່ອງຄົນອື່ນຈົນເກີນໄປອາດເຮັດໃຫ້ເຮົານັ້ນບໍ່ເປັນຕົວຂອງຕົນເອງ ຫຼາຍຄົນອາດຈະຄິດຫຼາຍຈົນເກີດຄວາມກັງວົນ ຄວນຢຸດເຊົາເລື່ອງຄົນອື່ນແລ້ວຫັນມາໃສ່ໃຈເລື່ອງຕົນເອງໃຫ້ຫຼາຍຂຶ້ນ ເອົາເວລາວ່າງເກີດຜົນປະໂຫຍດສູງສຸດໃຫ້ກັບຕົນເອງ ຄິດແຕ່ເລື່ອງຕົນເອງ ຫຼື ຄົນທີ່ເຮົາຮັກກໍພຽງພໍແລ້ວ ເພື່ອບໍ່ເປັນການເພີ່ມບັນຫາ ຫຼື ຄວາມຄິດ ທີ່ເພີ່ມຂຶ້ນ ແລະ ອີກຢ່າງມັນອາດຈະສົ່ງຜົນເສຍ ເພາະຄິດຫຼາຍໃນເລື່ອງທີ່ບໍ່ແມ່ນເລື່ອງຂອງຕົນເອງ.

ສະນັ້ນ ເຮົາຄວນຫາວິທີຢຸດຄິດເລື່ອງຄົນອື່ນ ຫຼື ແຄຄົນອື່ນ ເພື່ອສຸຂະພາບຈິດທີ່ດີຂອງເຮົາເອງ ຄວນເລີກດ້ວຍວິທີ ແລະ ເທັກນິກງ່າຍໆ. ໂດຍການຄວບຄຸມຄວາມຄິດຕົນເອງບໍ່ໃຫ້ຄິດເລື່ອງຄົນອື່ນ ເຂົາຈະເບິ່ງເຮົາໃນແບບໃດກໍຕາມ ເຮົາບໍ່ສາມາດຫ້າມຄວາມຄິດຂອງຄົນອື່ນໄດ້.

1.ຢາກໃຫ້ຄິດວ່າຄົນອື່ນໆບໍ່ໄດ້ສົນໃຈເຮົາເທົ່າກັບເຮົາສົນໃຈຕົນເອງ ການທີ່ເຮົາເບິ່ງວ່າຄົນອື່ນສົນໃຈເຮົາ ຈະຕ້ອງເປັນທີ່ຍອມຮັບສຳລັບຄົນອື່ນ ມັນຄືຄວາມຕ້ອງການຂອງເຮົາ ທີ່ຢາກເປັນຄົນທີ່ດູດີໃນສາຍຕາຄົນອື່ນ.

2. ພະຍາຍາມປ່ຽນວິຖີຊີວິດການສື່ສານກັບຕົນເອງ ບໍ່ມີໃຜມານັ່ງເວົ້າກັບເຮົາໄດ້ເທົ່າກັບເຮົາເວົ້າກັບຕົນເອງ ພະຍາຍາມຕີຄວາມສິ່ງທີ່ເຮົາເຫັນສິ່ງທີ່ເຮົາຄິດທັງໝົດ ຕົວເຮົາເປັນຄົນເລືອກເອງວ່າຢາກສະແດງອອກແບບໃດ.

3.ຫາສັງຄົມໃໝ່ເພີ່ມ ອອກໄປຫາສິ່ງໃໝ່ໆ ເພື່ອໃຫ້ມຸມຂອງເຮົາຫາຄວາມຄິດໃໝ່ໆໄດ້ກວ້າງຂວາງຂຶ້ນ ຖ້າເຮົາຮູ້ສຶກຢູ່ກັບໃຜແລ້ວສະບາຍໃຈ ຢູ່ກັບໃຜແລ້ວເຮັດໃຫ້ຕົນເອງຮູ້ສຶກດີຢູ່ຕະຫຼອດເວລາ ນີ້ແມ່ນເປັນສັນຍານເຕືອນທີ່ຜິດຂອງຄວາມຄິດ.

4.ບໍ່ຈໍາເປັນຕ້ອງເຮັດໃຫ້ຄົນອື່ນສະບາຍໃຈຕະຫຼອດເວລາ ຖ້າຫາກຮູ້ວ່າຕົນເອງເຮັດແລ້ວບໍ່ສະບາຍໃຈ ຫຼື ເຮົາບໍ່ມີຄວາມສຸກທີ່ຈະເຮັດສິ່ງນັ້ນ ເຮົາບໍ່ຈຳເປັນຕ້ອງຄິດວ່າຄົນອື່ນຈະຄິດແບບໃດ.

5.ໂຟກັສການຄວບຄຸມຄວາມຄິດຂອງຕົນເອງ ບໍ່ແມ່ນຄວບຄຸມຄວາມຄິດຂອງຄົນອື່ນ ເພາະວ່າເຮົາບໍ່ສາມາດຈະຄວບຄຸມຄວາມຄິດຂອງຄົນອື່ນໄດ້.

6.ບໍ່ພະຍາຍາມເຮັດໃຫ້ຄົນອື່ນພໍໃຈກັບໂຕເຮົາຫຼາຍຈົນເກີນໄປ.

7.ບໍ່ກັງວົນກັບສາຍຕາຄົນອື່ນທີ່ເບິ່ງເຮົາແບບໃດ ເພາະມັນບໍ່ແມ່ນເລື່ອງບໍ່ດີສະເໝີໄປ ເຂົາອາດເບິ່ງເຮົາໃນມຸມມອງທຳມະດາທົ່ວໄປ ຄວນຄິດບວກເຂົ້າໄວ້.

ຂອບໃຈຂໍ້ມູນຈາກ:

https://bit.ly/3HdwUJh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/