ອົງການຈັດຕັ້ງດ້ານສິ່ງເເວດລ້ອມຮຽກຮ້ອງໃຫ້ສະຫະປະຊາຊາດເປີດເຜີຍລາຍງານກ່ຽວກັບການປ່ອຍມົນລະພິດທັງໝົດ


ເມື່ອອຸນຫະພູມໂລກກຳລັງສູງຂຶ້ນເລື້ອຍໆຈາກຫຼາຍໆປັດໄຈ ເເລະ ໜຶ່ງໃນນັ້ນກໍເກີດຈາກການປ່ອຍມົນລະພິດຂຶ້ນສູ່ຊັ້ນບັນຍາກາດ. ອົງການຈັດຕັ້ງດ້ານສິ່ງແວດລ້ອມ Tipping Point North South ແລະ The Conflict and Environment Observatory, ພ້ອມກັບນັກວິຊາການຈາກມະຫາວິທະຍາໄລ Lancaster, Oxford ແລະ Queen Mary ໃນອັງກິດ, ໄດ້ເພີ່ມເເຮງກົດດັນໃຫ້ອົງກອນສະຫະປະຊາຊາດບັງຄັບໃຫ້ກອງທັບເປີດເຜີຍການປ່ອຍມົນລະພິດຂອງກອງທັບທີ່ຄອບຄຸມ ແລະ ໂປ່ງໃສຫຼາຍຂຶ້ນ.

ໂດຍໃນເດືອນກຸມພາທີ່ຜ່ານມາ ເຄືອຂ່າຍດັ່ງກ່າວຍັງໄດ້ຂຽນຈົດໝາຍເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງດິນຟ້າອາກາດ (UNFCCC), ຮຽກຮ້ອງໃຫ້ອົງການສະພາບອາກາດຂອງສະຫະປະຊາຊາດລວມເອົາການປ່ອຍກ໊າສພິດເຮືອນແກ້ວທັງໝົດຈາກກອງທັບລົງໃນບັນຊີຄາບອນລວມສຳລັບທົ່ວໂລກ.

ເຊິ່ງໃນການສຶກສາທີ່ຜ່ານມາ ຜູ້ຊ່ຽວຊານລະຫວ່າງປະເທດອ້າງວ່າກອງທັບມີສ່ວນຮັບຜິດຊອບຕໍ່ການປ່ອຍກ໊າສພິດເຮືອນແກ້ວຄິດເປັນ 5,5% ຂອງທົ່ວໂລກໃນປີ 2022, ເຮັດໃຫ້ພວກເຂົາກາຍເປັນໜຶ່ງໃນຜູ້ໃຊ້ນໍ້າມັນເຊື້ອໄຟທີ່ໃຫຍ່ທີ່ສຸດໃນໂລກ.

ຢ່າງໃດກໍຕາມ, ນັກວິທະຍາສາດ ແລະ ນັກວິຊາການເວົ້າວ່າ ກອງທັບ​ບໍ່​ໄດ້​ຖືກ​ຜູກ​ມັດ​ກັບ​ຂໍ້​ຕົກລົງ​ດ້ານ​ດິນ​ຟ້າ​ອາກາດ​ລະຫວ່າງປະເທດ. ທີ່​ຕ້ອງ​ລາຍ​ງານ​ຜົນການ​ປະ​ຕິ​ບັດ​ການ​ປ່ອຍ​ກ໊າສ​ພິດ​ເຮືອນ​ແກ້ວ​ ລວມທັງຂໍ້ມູນທີ່ເຜີຍແຜ່ຈາກກອງທັບບາງເເຫ່ງຍັງບໍ່ເປັນທີ່ໜ້າເຊື່ອຖືໄດ້.

ສ່ວນ​ສາ​ເຫດ​ຂອງ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຈາກ​ກອງທັບ​ທີ່​ເກີດ​ຂຶ້ນ​ຢູ່​ຕ່າງປະ​ເທດ​ເຊັ່ນ ​ເຮືອບິນ​ອາຍ​ພົ່ນໄປຈົນຮອດການເຝິກອົບຮົມ ເນື່ອງຈາກກອງທັບ ໄດ້​ປະ​ຖິ້ມ​ອະນຸ​ສັນຍາ​ກຽວ​ໂຕ​ປີ 1997 ກ່ຽວ​ກັບ​ການ​ລົດຜ່ອນ​ກ໊າສເຮືອນ​ແກ້ວ ​ແລະ​ ໄດ້ຖືກ​ຍົກ​ເວັ້ນຈາກສັນຍາ​ປາຣີສ​ປີ 2015 ອີກ​ເທື່ອ​ໜຶ່ງ, ​ໂດຍໃຫ້​ເຫດຜົນ​ວ່າ ຂໍ້​ມູນ​ກ່ຽວ​ກັບ​ການ​ນຳ​ໃຊ້​ພະລັງງານ​ຂອງ​ກອງທັບ​ອາດ​ຈະ​ສ້າງ​ຄວາມ​ສ່ຽງ​ຕໍ່​ປະ​ເທດ​ທີ່​ໝັ້ນຄົງ.

ບັນຊີຄາບອນຈະຖືກໃຊ້ເພື່ອປະເມີນວ່າປະເທດຕ່າງໆ ຍັງຫ່າງໄກຈາກເປົ້າໝາຍສະພາບດິນຟ້າອາກາດຂອງສັນຍາປາຣີສຫຼາຍໜ້ອຍພຽງໃດ ແລະ​ ຈະ​ດຳ​ເນີນ​ງານ​ຢູ່ໃນ​ກອງ​ປະ​ຊຸມ​ສຸດຍອດ COP28 ຢູ່​ປະ​ເທດ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ ​ເຊິ່ງຈະ​ເລີ່​ມຂຶ້ນ​ໃນ​ວັນ​ທີ 30 ພະຈິກ​ນີ້.

ທີ່ມາ:

natureworldnews

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/