ເປີດຕົວ “BIP39Colors” ເຄື່ອງມື open source ທີ່ຈະຊ່ວຍໃຫ້ທ່ານສາມາດເກັບ Private Key ເປັນຊຸດຂອງສີໄດ້


ລືມຊຸດຕົວອັກສອນ ແລະ ຊຸດຕົວເລກໄປໄດ້ເລີຍ ເພາະເຄື່ອງມື Bitcoin “BIP39Colors” ໃໝ່ນີ້ຈະຊ່ວຍໃຫ້ທ່ານສາມາດເກັບ Private Key ຂອງຕົນເອງເປັນຊຸດສີໄດ້ ອີກທັງຍັງຊ່ວຍໃຫ້ Private Key ມີຄວາມປອດໄພຫຼາຍຂຶ້ນກວ່າເກົ່າອີກດ້ວຍ.

Entero Positivo ນັກພັດທະນາ Bitcoin ໄດ້ເປີດຕົວ “BIP39Colors” ເຄື່ອງມື open source ທີ່ສາມາດແປງ BIP39 mnemonic phrase ໃຫ້ກາຍເປັນຊຸດສີ ແຕ່ໃນທາງກັບກັນ “ດ້ວຍສິ່ງນີ້, ທ່ານສາມາດປ່ຽນວະລີ 12 ຄໍາຂອງທ່ານເປັນ 8 ສີ ຫຼື ແປງວະລີ 24 ຄໍາຂອງທ່ານເປັນ 16 ສີ. ຫຼັງຈາກນັ້ນທ່ານສາມາດປ່ຽນສີຂອງທ່ານກັບໄປເປັນ seed phrase ຕົ້ນສະບັບຂອງທ່ານໄດ້”

BIP39 ແມ່ນມາດຕະຖານສໍາລັບການສ້າງ seed phrase ດ້ວຍວະລີທີ່ມີ 12 ຫາ 24 ຄໍາ ເຊິ່ງແມ່ນຂໍ້ມູນທີ່ຈໍາເປັນເພື່ອສ້າງ Private Key. ທັງນີ້ການກຳນົດມາດຕະຖານຂອງ mnemonic phrases ນັ້ນມີໄວ້ເພື່ອໃຫ້ຜູ້ໃຊ້ສາມາດກູ້ຄືນ crypto ໄດ້ງ່າຍຂຶ້ນໃນກໍລະນີທີ່ເຮັດກະເປົາເສຍ ໂດຍແປງ Private Key ທີ່ຊັບຊ້ອນນັ້ນເປັນຊຸດຄຳທີ່ອ່ານໄດ້.

ເນື່ອງຈາກໃນທຸກມື້ນີ້ຜູ້ໃຫ້ບໍລິການກະເປົາສ່ວນໃຫຍ່ແນະນຳໃຫ້ຜູ້ໃຊ້ຂຽນວະລີ 12 ຄໍາໃສ່ເຈ້ຍເພື່ອເກັບໄວ້ເປັນຂໍ້ມູນສຳຮອງ ແລະ ປ້ອງກັນບໍ່ໃຫ້ໃຜເຫັນມັນ, ເຊິ່ງການຈັດເກັບ crypto ເປັນວະລີ 12 ຄໍານັ້ນຍັງຄົງມີຄວາມສ່ຽງຫຼາຍ. Positivo ກ່າວວ່າ “ເຈ້ຍທີ່ມີ 12 ຄໍາແມ່ນມີຄວາມໜ້າສົງໄສຫຼາຍກວ່າຈານສີທີ່ມີປ້າຍກຳກັບວ່າ ‘ສີຝາເຮືອນໃໝ່ຂອງຂ້ອຍ’ ຫຼື ໃນ style.css ຂອງເວັບໄຊຂອງເຈົ້າ”

ໂດຍສີທີ່ສ້າງຂຶ້ນໂດຍເຄື່ອງມືໃໝ່ນີ້ແມ່ນຈະສະແດງຢູ່ໃນລະຫັດສີເລກຖານສິບຫົກ ເຊິ່ງເປັນລະບົບຕົວເລກຫົກຫຼັກແທນສີໃດກໍຕາມ ໂດຍປະສົມປະສານລະຫວ່າງສີແດງ, ສີຟ້າ ແລະ ສີຂຽວ. ສີເຫຼົ່ານີ້ສາມາດຖືກເກັບໄວ້ໃນຫຼາຍໄຟລ໌ ລວມທັງ HTML, CSS ຫຼື ຊຸດສີຂອງຮູບພາບ PNG.

ການໃຊ້ Private Key ເປັນຖານສີ ແຕກຕ່າງຈາກການໃຊ້ Private Key ທີ່ເປັນຄຳ, ພວກເຮົາບໍ່ຈໍາເປັນຕ້ອງຈື່ “ລໍາດັບ” ຂອງສີເພື່ອກູ້ຄືນ seed phrase ຂອງຕົນ, ເພາະວ່າສິ່ງສຳຄັນຄືສີທັງໝົດທີ່ເຮົາມີຢູ່. ເຮົາສາມາດໃຫ້ສີໜຶ່ງສີກັບແມ່ຕົນເອງ ອີກສີໜຶ່ງເກັບໄວ້ໃນເວັບໄຊຂອງຕົນ… ແລະໃນອະນາຄົດເຮົາຈະໄດ້ seed phrase ຂອງເຮົາກັບຄືນມາຈາກຊຸດສີເຫຼົ່ານີ້.

ນອກຈາກນີ້, ນັກພັດທະນາຍັງໃຫ້ຄໍາແນະນໍາເພີ່ມເຕີມວ່າ ພວກເຮົາສາມາດຖອດລະຫັດສີ BIP39 ຂອງຄົນໆໜຶ່ງກັບໄປເປັນ mnemonic phrases ດ້ວຍເຄື່ອງຄິດເລກເທົ່ານັ້ນ ໂດຍບໍ່ຕ້ອງໃຊ້ເຄື່ອງມືພາຍນອກໃດໆ.

ທີ່ມາ:

decrypt.co

blockworks.co

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/