“CancerGPT” AI ຕົວໃໝ່ທີ່ຈະຊ່ວຍປະມວນຜົນຂອງການຄົ້ນຄວ້າໃນການປິ່ນປົວໂຣກມະເຮັງ


ນັກຄົ້ນຄວ້າໃນສະຫະລັດອາເມຣິກາກຸ່ມໜຶ່ງ ໄດ້ພັດທະນາ AI ຕົວໃໝ່ຊື່ວ່າ “CancerGPT” ທີ່ໃຊ້ໂມເດວພາສາຂະໜາດໃຫຍ່ (LLM) ເພື່ອປະມວນຜົນເຖິງວິທີການປະສົມຢາທີ່ແຕກຕ່າງຈະສົ່ງຜົນຕໍ່ເນື້ອເຍື່ອຂອງມະນຸດທີ່ເປັນຜູ້ປ່ວຍໂຣກມະເຮັງໄດ້ແນວໃດ.

ໂດຍການຄົ້ນຄວ້າດັ່ງກ່າວເປັນການຮ່ວມມືກັນລະຫວ່າງ University of Texas ແລະ University of Massachusetts ທີ່ໃຊ້ໂມເດວພາສາຂະໜາດໃຫຍ່ (LLM) ໃນການດຶງຂໍ້ມູນຈາກການຄົ້ນຄວ້າທາງການແພດເພື່ອນໍາມາໃຊ້ກັບການສົມມຸດຖານທາງຊີວະພາບ ແລະ ທີມງານກໍໄດ້ສະແດງໃຫ້ເຫັນວ່າ AI ຕົວນີ້ກໍມີຄວາມຖືກຕ້ອງທີ່ສຸດ.

ອີງຕາມເອກະສານການຄົ້ນຄວ້າລະບຸວ່າ “ພວກເຮົາໄດ້ໃຊ້ເນື້ອເຍື່ອ 7 ຊິ້ນທີ່ເປັນມະເຮັງປະເພດທີ່ແຕກຕ່າງກັນເພື່ອການທົດລອງ ຜົນປາກົດວ່າ CancerGPT ທີ່ສ້າງຂຶ້ນຈາກ LLM ໄດ້ມີການປະມວນຜົນຢ່າງຖືກຕ້ອງ ເຖິງແມ່ນວ່າຈະມີຕົວຢ່າງໜ້ອຍ ຫຼື ບໍ່ມີຕົວຢ່າງກໍຕາມ”

CancerGPT ແມ່ນໂມເດວ LLM ທີ່ມີພາລາມິເຕີປະມານ 124 ລ້ານພາລາມິເຕີ ທຽບເທົ່າກັບ GPT-3 ທີ່ມີ 175 ລ້ານພາລາມິເຕີ.

ຢ່າງໃດໍຕາມ, ພວກເຂົາໄດ້ຕັ້ງຂໍ້ສົງໄສອີກວ່າ “ຄວາມຖືກຕ້ອງຂອງການໂຕ້ແຍ້ງບໍ່ສາມາດກວດສອບໄດ້ສະເໝີໄປ ແລະ ມັນອາດຈະເປັນຂໍ້ມູນທີ່ຖືກສ້າງຂື້ນມາ”. ກຸ່ມນັກຄົ້ນຄວ້າເຊື່ອວ່າ ການນໍາໃຊ້ຕົວແບບພາສາທີ່ໄດ້ຮັບການເຝິກອົບຮົມ ຈະເຮັດໃຫ້ນັກຄົ້ນຄວ້ານໍາໃຊ້ຂໍ້ມູນ ແລະ ຄວາມສາມາດຂອງໂມເດວໃນການປະຍຸກໃຊ້ສິ່ງທີ່ຮຽນຮູ້ມາຈາກການເຝິກຝົນດ້ວຍຂໍ້ມູນໃນການຄາດເດົາຜົນທີ່ໄດ້ໃໝ່ທີ່ບໍ່ເຄີຍພົບເຫັນມາກ່ອນ ເພື່ອເພີ່ມປະສິດທິພາບໃນການຄາດເດົາຂອງຜົນທີ່ຈະເກີດຂຶ້ນໃນອະນາຄົດ.

ນອກຈາກນີ້ນັກຄົ້ນຄວ້າແນະນໍາວ່າ ການຄົ້ນຄວ້າໃນອະນາຄົດຄວນເຈາະເລິກວິທີການຕ່າງໆ ແລະ ພັດທະນາວິທີການທີ່ມີໂດຍສ້າງຂຶ້ນໃໝ່ເພື່ອໃຫ້ມີປະສິດທິພາບຫຼາຍກວ່າເກົ່າ.

ທີ່ມາ:

decrypt.co

arxiv.org

ncbi.nlm.nih.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/