Wish ກະແສດີ ກາຍເປັນຕົວຢ່າງຮູບເງົາຂອງ Disney ທີ່ມີຍອດເຂົ້າຊົມຫຼາຍທີ່ສຸດ


Disney ກຳລັງກຽມພ້ອມຈະເປີດຕົວອະນິເມຊັນເລື່ອງໃໝ່ຢ່າງ Wish ພ້ອມກັບໄດ້ມີການປ່ອຍຕົວຢ່າງອະນິເມຊັນ ເຊິ່ງຮູບເງົາອະນິເມຊັນເລື່ອງນີ້ໄດ້ຮັບຄວາມສົນໃຈຈາກແຟນໆທົ່ວໂລກ ເນື່ອງຈາກຕົວຢ່າງທີ່ໄດ້ປ່ອຍອອກມາໄດ້ທຳລາຍສະຖິຕິຂຶ້ນເປັນຕົວຢ່າງທີ່ມີຍອດເຂົ້າຊົມຫຼາຍສຸດຂອງທາງ Disney.

ໂດຍຕົວຢ່າງຮູບເງົາອະນິເມຊັນເລື່ອງ Wish ໄດ້ຖືກປ່ອຍອອອກມາຕັ້ງແຕ່ວັນທີ 27 ກັນຍາ 2023 ແລະ ໄດ້ສ້າງກະແສຮືຮາໄປທົ່ວໂລກອອນລາຍໃນຖານະຮູບເງົາເລື່ອງທີ 62 ຂອງທາງ Disney ແນ່ນອນວ່າຫຼັງຈາກພົບມໍລະສຸມມາຢ່າງຫຼວງຫຼາຍຮູບເງົາເລື່ອງນີ້ຖືວ່າກະແສດີທີ່ສຸດໃນປີນີ້.

ຫຼ້າສຸດທາງ Screen Rant ໄດ້ອອກມາຢືນຢັນວ່າປັດຈຸບັນນີ້ຮູບເງົາ Wish ສາມາດເຮັດຍອດເຂົ້າຊົມຈາກທຸກແພລັດຟອມໄປໄດ້ຮອດ 66.5 ລ້ານຄັ້ງ ກາຍເປັນວ່າຕົວຢ່າງຮູບເງົາອະນິເມຊັນເລື່ອງນີ້ມີຜູ້ຊົມຫຼາຍທີ່ສຸດຂອງ Disney ນັບຕັ້ງແຕ່ຕົວຢ່າງຂອງ Frozen II ໃນປີ 2019.

ຢ່າງໃດກໍຕາມ ຄວາມສຳເລັດຂອງຮູບເງົາບໍ່ໄດ້ນັບຈາກຍອດຄົນເບິ່ງ ແຕ່ນັບມາຈາກຈຳນວນລາຍໄດ້ ດັ່ງນັ້ນເຮົາຕ້ອງມາລຸ້ນກັນວ່າເລື່ອງນີ້ຈະສາມາດກວາດລາຍໄດ້ທົ່ວໂລກໄປເທົ່າໃດ ແລະ ຈະກູ້ໜ້າໃຫ້ກັບ Disney ໄດ້ຫຼືບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/