ບຣາຊິວເປີດຕົວ Digital ID ທີ່ສ້າງຂຶ້ນໃນ Blockchain ເພື່ອຍົກລະດັບຄວາມປອດໄພ ແລະ ຄວາມໜ້າເຊື່ອຖືຂອງບັດປະຊາຊົນໄປອີກຂັ້ນ


ປະເທດບຣາຊິວກຳລັງກຽມທີ່ຈະເປີດຕົວໂປຣແກມການລະບຸຕົວຕົນໃໝ່ສຳລັບຊາວບຣາຊິວກວ່າ 241 ລ້ານຄົນ ນັ້ນກໍຄື “Digital ID” ທີ່ໃຊ້ເຕັກໂນໂລຊີທີ່ທັນສະໄໝຄື Blockchain ເພື່ອລະບຸຕົວຕົນແບບດິຈິຕອນໃນໄວໆນີ້.

ໂດຍລັດ Rio de Janeiro, Goiás ແລະ Paraná ຈະເປັນລັດທຳອິດທີ່ໄດ້ອອກເອກະສານລະບຸຕົວຕົນຜ່ານເຕັກໂນໂລຊີ Blockchain ທີ່ພັດທະນາໂດຍບໍລິສັດ Serpro ເຊິ່ງເປັນເຕັກໂນໂລຊີປະມວນຜົນລະດັບຊາດຂອງບຣາຊິວ. ໂດຍຊາວບຣາຊິວທັງໝົດໃນປະເທດຈະສາມາດອອກເອກະສານປະຈຳຕົວຜ່ານ Blockchain ໄດ້ພາຍໃນວັນທີ 6 ພະຈິກນີ້.

Alexandre Amorim ປະທານຂອງ Serpro ກ່າວວ່າ ການທີ່ບໍ່ສາມາດປ່ຽນແປງຂໍ້ມູນໄດ້ ແລະ ການກະຈາຍອຳນາດຂອງເຕັກໂນໂລຊີ Blockchain ເປັນສິ່ງທີ່ເໝາະສົມກັບໂຄງການ Digital ID ຂອງປະເທດ.

“ເຕັກໂນໂລຊີ Blockchain ມີບົດບາດສຳຄັນໃນການປົກປ້ອງຂໍ້ມູນສ່ວນບຸກຄົນ ແລະ ປ້ອງກັນການສໍ້ໂກງ. ສິ່ງນີ້ຈະຊ່ວຍໃຫ້ປະຊາຊົນບຣາຊິວໃຊ້ຂໍ້ມູນດິຈິຕອນໄດ້ຢ່າງປອດໄພຍິ່ງຂຶ້ນ, ການໃຊ້ແພລັດຟອມ b-Cadastros Blockchain ຈະຊ່ວຍເພີ່ມຄວາມປອດໄພ ແລະ ຄວາມໜ້າເຊື່ອຖືຂອງບັດປະຊາຊົນໄດ້ຫຼາຍ”

ອີງຕາມຂໍ້ມູນຂອງລັດຖະບານທ້ອງຖິ່ນ ໂຄງການດັ່ງກ່າວຈະມີຄວາມສຳຄັນຢ່າງຍິ່ງໃນການກຳນົດເປົ້າໝາຍກຸ່ມອາຊະຍາກໍາ ແລະ ຊ່ວຍໃຫ້ພາກລັດສາມາດເຮັດວຽກຮ່ວມກັນ, ຊ່ວຍເຂົ້າເຖິງການບໍລິການຕ່າງໆໄດ້ດີຍິ່ງຂຶ້ນ, ສາມາດເກັບຂໍ້ມູນຕ່າງໆໄດ້ຢ່າງປອດໄພ ແລະ ແນວຄິດດັ່ງກ່າວກໍໄດ້ເກີດຂຶ້ນເມື່ຶອບໍ່ດົນມານີ້ ທີ່ເມືອງ Buenos Aires ປະເທດອາເຈນຕິນາ ກໍໄດ້ອະນຸຍາດໃຫ້ປະຊາຊົນສາມາດລະບຸຕົວຕົນຜ່ານ Digital Wallet ໄດ້.

ໃນໄລຍະ 2–3 ປີທີ່ຜ່ານມາ ບຣາຊິວໄດ້ລວມການອອກບັດປະຈຳຕົວຢູ່ໃນເກືອບ 30 ລັດເຂົ້າໄວ້ນຳກັນ, ໂດຍເຕັກໂນໂລຊີທີ່ນຳມາໃຊ້ຈະຊ່ວຍໃຫ້ສາມາດແລກປ່ຽນຂໍ້ມູນລະຫວ່າງ Federal Revenue ແລະ ໜ່ວຍງານຂອງລັດຖະບານໄດ້ຢ່າງປອດໄພຫຼາຍຂຶ້ນ.

ນອກຈານີິ້ ປະເທດບຣາຊິວຍັງໄດ້ມີການພັດທະນາສະກຸນເງິນດິຈິຕອນຂອງທະນາຄານກາງ (CBDC) , ໂດຍລັດຖະບານໄດ້ເປີດເຜີຍຂໍ້ມູນກ່ຽວກັບໂຄງການນີ້ໃນເດືອນສິງຫາທີ່ຜ່ານມາວ່າຈະປ່ຽນຊື່ສະກຸນເງິນດິຈິຕອນດັ່ງກ່າວເປັນ Drex.

ອີງຕາມການລາຍງານກ່ອນໜ້ານີ້ ທະນາຄານກາງວາງແຜນທີ່ຈະຂະຫຍາຍການເຂົ້າເຖິງເງິນທຶນຂອງທຸລະກິດຕ່າງໆຜ່ານລະບົບຂອງຫຼຽນ Drex. ໂດຍ Drex ຈະຊ່ວຍໃຫ້ໜ່ວຍງານຕ່າງໆສາມາດຫັກເງິນຄ່າຕ່າງໆອອກຕາມທີ່ຕ້ອງການໄດ້.

ທີ່ມາ:

cointelegraph.

serpro.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/