ເມືອງນາໂກຍາ ຫ້າມໃຫ້ປະຊາຊົນຍ່າງ-ແລ່ນ ເທິງຂັ້ນໄດເລື່ອນ


ເມື່ອວັນທີ 2 ຕຸລາ 2023 ສຳນັກຂ່າວຕ່າງປະເທດລາຍງານວ່າ ເມືອງນາໂກຍາ ໃນປະເທດຍີ່ປຸ່ນ ເຊິ່ງເປັນເມືອງໃຫຍ່ອັນດັບ 4 ໄດ້ອອກປະກາດເທສະບັນຍັດເຊິ່ງມີຜົນບັງຄັບໃຊ້ເມື່ອວັນທີ 1 ຕຸລາ 2023 ວ່າປະຊາຊົນຕ້ອງຢືນທາງຊ້າຍຂອງຂັ້ນໄດເລື່ອນເທົ່ານັ້ນ ບໍ່ວ່າຈະເປັນຂັ້ນໄດເລື່ອນຢູ່ໃສກໍຕາມ ແຕ່ກໍຍັງບໍ່ມີການກຳນົດບົດລົງໂທດຢ່າງເປັນທາງການ ໃນກໍລະນີທີ່ມີຜູ້ບໍ່ໃຫ້ຄວາມຮ່ວມມື.

ຄວາມເຄື່ອນໄຫວດັ່ງກ່າວມີວັດຖຸປະສົງເພື່ອປ້ອງກັນ ການເກີດອຸບັດຕິເຫດ ແລະ ເຫດການອັນບໍ່ເພິ່ງປະສົງອື່ນໆ ລະຫວ່າງການໃຊ້ຂັ້ນໄດເລື່ອນ ແລະ ເພື່ອເປັນການສ້າງຄວາມເປັນລະບຽບຮຽບຮ້ອຍກ່ອນທີ່ເມືອງນາໂກຍາ ຈະເປັນເຈົ້າພາບ ຈັດການແຂ່ງຂັນອາຊຽນເກມໃນປີ 2026.

ທັງນີ້ ນາໂກຍາ ບໍ່ແມ່ນເມືອງທຳອິດຂອງປະເທດຍີ່ປຸ່ນ ທີ່ປະກາດເທສະບັນຍັດເຊັ່ນນີ້, ເມືອງໄຊຕາມະ ເຊິ່ງເປັນເມືອງເອກຂອງແຂວງ ໄຊຕາມະ ໃນເຂດພູມີພາກ ຄັນໂຕ ເປັນເມືອງທຳອິດຂອງປະເທດເຊິ່ງປະກາດເມື່ອເດືອນ ຕຸລາ 2021 ກໍໃຫ້ປະຊາຊົນຢືນດ້ານຊ້າຍຂອງຂັ້ນໄດເລື່ອນພຽງເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/