ສປປ ລາວ ເປັນປະທານອາຊຽນ 31 ທັນວາ 2023 – 1 ມັງກອນ 2024 ເປັນການເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ


ສຳລັບ ການເປັນເຈົ້າພາບຈັດມະຫະກຳການທ່ອງທ່ຽວອາຊຽນ ATF 2024 ຂອງ ສປປ ລາວ ພວກເຮົາ ຖືເປັນເຫດການໜຶ່ງທີ່ສຳຄັນຢ່າງຍິ່ງ, ເປັນການຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະ ວຽກງານການທ່ອງທ່ຽວ ຂອງ ສປປ ລາວ ໃຫ້ເປັນທີ່ຮູ້ຈັກຢູ່ໃນພາກພື້ນ ແລະ ສາກົນ. ສຳລັບການເປັນເຈົ້າພາບງານ ATF 2024 ທີ່ຈະມາເຖິງນີ້ ຈະເປັນກາລະໂອກາດທີ່ສໍາຄັນ ເພື່ອໂຄສະນາເຜີຍແຜ່ນະໂຍບາຍຂອງພັກ-ລັດເຮົາ ໃນການພັດທະນາເສດຖະກິດ-ສັງຄົມ, ການໂຄສະນາການທ່ອງທ່ຽວລາວສູ່ເວທີສາກົນ; ເປັນການເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ, ອົງການຈັດຕັ້ງສາກົນ ເພື່ອຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດການທ່ອງທ່ຽວອາຊຽນ 2021-2025 ໃຫ້ປາກົດຜົນເປັນຈິງ.

ໃນຫຼາຍໆພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ປະຊຸມກະກຽມໃນການເປັນປະທານອາຊຽນຄັ້ງນີ້ ບໍ່ວ່າຈະເປັນກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ. ພ້ອມກັນນີ້ ກໍຍັງມີອີກຫຼາຍໆພາກສ່ວນ ເພື່ອກຽມອຳນວຍຄວາມສະດວກໃຫ້ແກ່ແຂກທີ່ມາຢາມ, ຜ່ານມາໄດ້ປົວແປງເສັ້ນທາງໃນຕົວເມືອງ, ກຽມແຫຼ່ງທ່ອງທ່ຽວ,​ ກຽມງົບປະມານໃນການປະຊຸມ ແລະ ອື່ນໆ.

ໃນການເປັນປະທານອາຊຽນນີ້ ແມ່ນຈະໄຂຂຶ້ນແຕ່ວັນທີ 01 ມັງກອນ 2023 – 31 ທັນວາ 2024 ດ້ວຍຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ (ASEAN Enhancing Connectivity and Resilience)”.

ຂໍ້ມູນຈາກ:

Lao National Television-English

ໂທລະພາບແຫ່ງຊາດລາວ  

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/