ຈາກສະຖິຕິໄດ້ເປີດເຜີຍວ່າສາມເດືອນກ່ອນຈະໝົດປີຖືເປັນ ເວລາທີ່ດີທີ່ສຸດສຳລັບລາຄາຂອງ Bitcoin


ສະຖິຕິຂອງລາຄາ Bitcoin ໃນແຕ່ລະເດືອນມັກຈະມີຄວາມຜັນຜວນສູງຢູ່ສະເໝີ, ໂດຍຈະມີລາຄາເພີ່ມຂຶ້ນ ຫຼື ຫຼຸດລົງໃນແຕ່ລະເດືອນ ສົ່ງຜົນໃຫ້ສະຖິຕິ Bitcoin ກາຍມາເປັນປະເດັນທີ່ໂຕ້ຖຽງກັນຢູ່ປະຈຳ.

ແລະໃນເດືອນກັນຍາທີ່ຜ່ານມາມັກຈະມີບັນຫາກ່ຽວກັບລາຄາຂອງ crypto ທີ່ຜັນຜວນຫຼາຍທີ່ສຸດໃນຕະຫຼາດ, ເບິ່ງຈາກສະຖິຕິຂອງເດືອນກັນຍາໃນແຕ່ລະປີທີ່ຜ່ານມາ ເຫັນໄດ້ວ່າຈະຢູ່ໃນແຖບສີແດງ ແລະ ຕິດລົບລຽນກັນມາ ເຊິ່ງຄິດໄລ່ເປັນເປີເຊັນໃນແຕ່ລະເດືອນກໍຈະມີຄວາມແຕກຕ່າງກັນພຽງເລັກນ້ອຍເທົ່ານັ້ນ. ຖືໄດ້ວ່າເດືອນກັນຍາເປັນເດືອນທີ່ໂຫດຮ້າຍສຳລັບນັກລົງທຶນ Crypto, ເນື່ອງຈາກລາຄາຂອງ bitcoin ມັກຈະຫຼຸດລົງໃນເດືອນກັນຍາ ແລະ ມີຜົນງານບໍ່ຄ່ອຍດີ ແຕ່ກໍຍັງດີທີ່ບໍ່ແມ່ນຈຸດສິ້ນສຸດຂອງປີ.

ເມື່ອກ້າວເຂົ້າສູ່ເດືອນຕຸລາ, ລາຄາຂອງ Bitcoin ກໍໄດ້ມີການເພີ່ມຂຶ້ນເໜືອລະດັບ 28,000 ໂດລາເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ເດືອນສິງຫາເປັນຕົ້ນມາ ຖືໄດ້ວ່າເປັນການເລີ່ມຕົ້ນໃນເດືອນຕຸລາໄດ້ຢ່າງສວຍງາມ. ໃນເດືອນຕຸລາມີທ່າອ່ຽງຂອງລາຄາທີ່ຈະປັບຕົວຂຶ້ນສູງ, ຫາກເບິ່ງຈາກສະຖິຕິຈະພົບວ່ານັບຕັ້ງແຕ່ປີ 2012 ລາຄາຂອງ bitcoin ໄດ້ມີການປັບຕົວເພີ່ມຂຶ້ນໃນເດືອນຕຸລາສະເລ່ຍ 8 ໃນ 11 ຄັ້ງດ້ວຍກັນ.

ໃນຂະນະດຽວກັນໃນເດືອນພະຈິກ ແລະ ເດືອນທັນວາກໍມີຜົນງານໃນລະດັບທີ່ດີ ເຖິງແມ່ນວ່າໃນປີຫຼ້າສຸດຈະໃຫ້ຜົນຕອບແທນຕິດລົບທີ່ເກີດຈາກວິກິດການຄັ້ງໃຫຍ່ຄືການລົ້ມລະລາຍຂອງ FTX ເວັບເທຣດອັນດັບສອງຂອງໂລກ.

ນອກຈາກນີ້ ສິ່ງທີ່ຕ້ອງໄດ້ຈັບຕາເບິ່ງໃນສາມເດືອນສຸດທ້າຍກ່ອນຈະຈົບປີນັ້ນກໍຄືເລື່ອງການອະນຸມັດ Bitcoin Spot ETF ທີ່ມີຄວາມເປັນໄປໄດ້ທີ່ SEC ຈະອະນຸມັດກອງທຶນດັ່ງກ່າວໃຫ້ແກ່ BlackRock.

ທີ່ມາ:

siamblockchain

reddit

dailyhodl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/