CEO Disney ຢືນຢັນຈະຫຼຸດການ Woke ລົງ ເພື່ອຟື້ນຟູບໍລິສັດ


Bob Iger ປະທານບໍລິຫານຄົນປັດຈຸບັນຂອງ The Walt Disney Company ໄດ້ອອກມາຕອບຄຳຖາມຂອງນັກລົງທຶນຄົນໜຶ່ງ ທີ່ໄດ້ສະເໜີຂໍ້ແນະນຳໃນທີ່ປະຊຸມວ່າ ບໍລິສັດກຳລັງວາງທ່າທີກັງວົນຕໍ່ບັນຫາສັງຄົມຫຼາຍເກີນໄປ ຈົນສົ່ງຜົນໃຫ້ບໍລິສັດຂາດທຶນ,

ພ້ອມຍັງກ່າວອີກວ່າ ບໍລິສັດຈະຕັດສິນໃຈຫຼຸດບົດບາດຂອງບໍລິສັດໃນການເຮັດສົງຄາມວັດທະນະທຳ ຫຼື ການຂັບເຄື່ອນວັດທະນະທຳດ້ວຍການສອດແຊກການ Woke ລົງໄປ ຫຼື ຈະເປັນການກະຕຸ້ນການຕື່ນຮູ້ໃນຄວາມຫຼາກຫຼາຍ ແລະ ບໍ່ເທົ່າທຽມກັນ.

Bob Iger ໄດ້ອອກມາບອກແຜນທຸລະກິດທີ່ຈະເກີດຂຶ້ນໃນອະນາຄົດໃຫ້ກັບຜູ້ຖືຫຸ້ນວ່າ ບໍລິສັດຈະປັບແຜນນະໂຍບາຍ ດ້ວຍການຫັນໄປເນັ້ນການປັບປຸງຄຸນະພາບຂອງຄອນເທັນໃຫ້ຫຼາຍຂຶ້ນ ເປັນຄວາມເປັນເທີງໃນດ້ານບວກ ແລະ ຈະຫັນມາເນັ້ນການລົງທຶນໃນທຸລະກິດສວນສະໜຸກ ແລະ ຣີສອດ.

ທັງນີ້ທາງ Disney ເອງກໍຕົກເປັນເປົ້າການວິພາກວິຈານມາຕະຫຼອດໃນການພະຍາຍາສອດແຊກ ຫຼື ຍັດຄວາມ Woke ເຂົ້າມາ ທັງປະເດັນເລື່ອງຄວາມຫຼາກຫຼາຍທາງເພດ, ສີຜິວ, ເຊື້ອຊາດ ເອົາໄວ້ໃນຄອນເທັນຕ່າງໆຂອງທາງບໍລິສັດ ເຊິ່ງນັກວິເຄາະໄດ້ເຫັນດີຮ່ວມກັນວ່າ ມັນເປັນຜົນຮ້າຍຫຼາຍກວ່າຜົນດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/