ນາຍົກຄົນໃໝ່ຂອງໄທ ໂອ້ລົມກັບ Elon Musk  ຫວັງດຶງດູດການລົງທຶນ ແລະ ຮ່ວມມືທັງດ້ານ EV ແລະ ທຸລະກິດອະວະກາດ


ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ຂອງປະເທດໄທ ໄດ້ໂອ້ລົມກັບ Elon Musk  ມະຫາເສດຖີອັນດັບຕົ້ນໆຂອງໂລກ ຜູ້ບໍລິຫານ Tesla ແລະ SpeaceX ຫວັງດຶງດູດການລົງທຶນ ແລະ ຮ່ວມມືທັງດ້ານ EV ຂອງ Tesla ແລະ ທຸລະກິດ ອະວະກາດ ຂອງ SpeaceX.

ໃນຖະແຫຼງການສະບັບໜຶ່ງ ຂອງລັດຖະບານໄທກ່າວວ່າ ທ່ານ ເສດຖາ ກ່າວຕໍ່ທ່ານ Musk ໃນກອງປະຊຸມທາງວິດີໂອວ່າ ອຳນາດການປົກຄອງຂອງລາວ ພ້ອມແລ້ວທີ່ຈະສະໜັບສະໜູນການລົງທຶນພາຍໃຕ້ກອບສິ່ງຈູງໃຈທີ່ມີຢູ່.

ພາຍຫຼັງການປະຊຸມ ທ່ານ ເສດຖາ ໄດ້ໂພສຂໍ້ຄວາມຜ່ານທາງ ແພັດຟອມ X (Twitter) ວ່າ: “ທີມງານໃນຂະນະທີ່ຂ້າພະເຈົ້າເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 78 (UNGA78) ທີ່ນິວຢອກ ແລະ ໄດ້ພົບກັບ Elon Musk ພວກເຮົາໄດ້ມີການສົນທະນາທີ່ດີກ່ຽວກັບ Tesla, spaceX ແລະ ເຕັກໂນໂລຊີ starlink”.

“ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ກັບ​ຄວາມ​ຄືບໜ້າຂອງກຸ່ມທີ່ໄດ້ສ້າງຂຶ້ນມາ ເພື່ອ​​ປະຊາຄົມໂລກ. ພວກເຮົາໄດ້ແບ່ງປັນທັດສະນະຂອງພວກເຮົາກ່ຽວກັບອະນາຄົດສໍາລັບໂລກທີ່ສະອາດ. ພວກເຮົາຍັງຊອກຫາໂອກາດທີ່ຈະສົນທະນາຕື່ມອີກ. ຫວັງວ່າຈະໄດ້ຮັບແຮງບັນດານໃຈຫຼາຍຂຶ້ນກ່ຽວກັບຄວາມສໍາເລັດຂອງ EV ແລະ ເລື່ອງອະວະກາດກ້າວໜ້າ”.

ຫຼັງຈາກນັ້ນ Elon Musk ໄດ້ເຂົ້າມາຕອບ ທ່ານ ເສດຖາວ່າ: “ເປັນກຽດຢ່າງສູງທີ່ໄດ້ພົບທ່ານ ນາຍົກ, ປະເທດໄທມີອະນາຄົດທີ່ໜ້າຕື່ນເຕັ້ນ”

ປັດຈຸບັນຜູ້ຜະລິດລົດໃຫຍ່ທີ່ມີໂຮງງານຢູ່ໃນປະເທດໄທ ໄດ້ແກ່ Toyota ແລະ Honda, ຜະລິດລົດຍົນປະມານ 1,5 ລ້ານຫາ 2 ລ້ານຄັນຕໍ່ປີ ແລະ ມີປະມານເຄິ່ງໜຶ່ງຂອງຈໍານວນດັ່ງກ່າວໄດ້ຖືກສົ່ງອອກ.

ແຕ່ຢ່າງໃດກໍຕາມ ເບິ່ງຄືວ່າ ໃນພາກພື້ນ ອາຊີຕາເວັນສຽງໃຕ້ ຫຼື Asian ເຮົາຈະຍັງບໍ່ແມ່ນຕະຫຼາດໃຫຍ່ສຳລັບ Tesla ໂດຍມີສັດສ່ວນໜ້ອຍກວ່າ 1% ຂອງຍອດຂາຍທັງໝົດທົ່ວໂລກ.

https://www.posttoday.com/international-news/699812

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/