ແຄນນາດາຄິດຄົ້ນເຄື່ອງສະຫຼາຍແອລກໍຮໍແບບທັນໃຈ ຊ່ວຍໃຫ້ເຊົາເມົາໄວຂຶ້ນ3ເທົ່າ


ໃນແຕ່ລະປີມີຜູ້ທີ່ເສຍຊີວິດຈາກການດື່ມແອລກໍຮໍເຖິງ 3 ລ້ານຄົນທົ່ວໂລກ ບໍ່ວ່າຈະເປັນການຕິດເຫຼົ້າຈົນລົ້ມປ່ວຍເປັນໂລກຕ່າງໆ ຫຼື ດື່ມໜັກຈົນເຮັດໃຫ້ເກີດອຸບັດຕິເຫດຂຶ້ນນັບບໍ່ຖ້ວນ. ແຕ່ບັນຫານີ້ຈະບໍ່ແມ່ນເລື່ອງທີ່ຕ້ອງກັງວົນອີກຕໍ່ໄປ ເມື່ອມີການຄິດຄົ້ນອຸປະກອນກຳຈັດແອລກໍຮໍອອກຈາກຮ່າງກາຍຂອງຜູ້ດື່ມອອກໄປຢ່າງວ່ອງໄວ ບໍ່ປ່ອຍໃຫ້ເມົາຂ້າມວັນຂ້າມຄືນ.

ທີມນັກວິໄຈດ້ານເຕັກນິກການແພດຂອງມະຫາວິທະຍາໄລໂຕຣອນໂຕໃນປະເທດແຄນນາດາ ເຜີຍຜົນການທົດລອງຫຼ້າສຸດ ໃນວາລະສານ Scientific Report ໂດຍໄດ້ຄິດຄົ້ນເຄື່ອງຊ່ວຍຫາຍໃຈແບບງ່າຍໆ ເຊິ່ງຈະດຶງການເຮັດວຽກຂອງປອດມາເພີ່ມປະສິດທິພາບຂອງຕັບໃນການກຳຈັດສານພິດຕ່າງໆອອກຈາກກະແສເລືອດ ໂດຍສະເພາະຢ່າງຍິ່ງກັບເອທານອລ ເຊິ່ງເປັນແອລກໍຮໍໃນເຄື່ອງດື່ມມຶນເມົາຊະນິດຕ່າງໆ ໃຫ້ອອກໄປຈາກຮ່າງກາຍໄດ້ຢ່າງໄວຂຶ້ນເຖິງ 3 ເທົ່າ.

ອຸປະກອນດັ່ງກ່າວຊື່ວ່າ “ເຄຼຍເມດ” (ClearMate) ເປັນເຄື່ອງຊ່ວຍຫາຍໃຈຊະນິດໜຶ່ງທີ່ຜ່ານການອະນຸມັດຈາກຄະນະກຳມະການອາຫານ ແລະ ຢາ ຂອງອາເມຣິກາ (FDA) ເມື່ອປີ 2019 ໃຫ້ໃຊ້ກຳຈັດສານພິດຄາບອນມໍນັອກໄຊ ກັບຜູ້ປ່ວຍໃນຫ້ອງສຸກເສີນໄດ້.

ອຸປະກອນເຄຼຍເມດຈະໃຊ້ການຫາຍໃຈຜ່ານປອດແບບປົກກະຕິ ເຂົ້າຊ່ວຍການເຮັດວຽກຂອງຕັບທີ່ເຄີຍແບກພາລະໜັກເຖິງ 90% ໃນການກຳຈັດແອລກໍຮໍ ພ້ອມຍັງຄວບຄຸມການເຂົ້າອອກຂອງອັອກຊີເຈນ ແລະ ຄາບອນໄດອັອກໄຊ ໃຫ້ຢູ່ໃນລະດັບທີ່ເໝາະສົມ ບໍ່ເຮັດໃຫ້ຜູ້ໃຊ້ງານເປັນລົມໝົດສະຕິ ໃນຂະນະທີ່ເລັ່ງຂັບເອົາແອລກໍຮໍຜ່ານລົມຫາຍໃຈອອກໄປໃນປະລິມານສູງ.

ດຣ. ໂຈເຊບ ຟີເຊີ ນັກວິສັນຍີແພດ (Anesthesiologist) ປະຈໍາສະຖາບັນວິໄຈຂອງໂຮງໝໍນະຄອນໂຕຣອນໂຕ ເຊິ່ງເປັນຜູ້ນຳການວິໄຈຄັ້ງນີ້ບອກວ່າ “ຫຼັກການກຳຈັດແອລກໍຮໍຜ່ານປອດໄດ້ຮັບການພິສູດຢືນຢັນ ແລະ ເປັນທີ່ຮູ້ກັນດີໃນວົງການການແພດມາແລ້ວຫຼາຍສິບປີ ໜ້າສົງໄສວ່າເປັນຫຍັງຈຶ່ງບໍ່ມີໃຜຄິດຄົ້ນອຸປະກອນແບບນີ້ຂຶ້ນມາແຕ່ດົນ”.

ມີການລອງໃຊ້ອຸປະກອນເຄຼຍເມດໃນເບື້ອງຕົ້ນ ກັບກຸ່ມທົດລອງເປັນຊາຍ 5 ຄົນ ບາງຄົນໄດ້ດື່ມແອລກໍຮໍເຂົ້າໄປກ່ອນການທົດລອງ ເຊິ່ງກໍພົບວ່າ ການໃຊ້ງານເປັນເວລາດົນສູງສຸດເຖິງ 3 ຊົ່ວໂມງ ອັດຕາການສະຫຼາຍ ແລະ ກຳຈັດແອລກໍຮໍອອກຈາກຮ່າງກາຍເພີ່ມຂຶ້ນໄດ້ເຖິງ 3 ເທົ່າໂຕ.

ເຖິງຈະເປັນການທົດລອງໃນກຸ່ມນ້ອຍໆ ເຊິ່ງອາສາສະໝັກໄດ້ຮັບແອລກໍຮໍເຂົ້າໄປໃນປະລິມານບໍ່ຫຼາຍ ແຕ່ທີມນັກວິໄຈເຊື່ອວ່າ ອຸປະກອນນີ້ມີຄວາມສາມາດສູງໃນການນຳໄປພັດທະນາຕໍ່ ເພື່ອແກ້ໄຂບັນຫາໃຫຍ່ດ້ານສຸຂະພາບ ແລະ ໄພຈາກການດື່ມແອລກໍຮໍທົ່ວໂລກ.

ທີ່ມາ: https://www.bbc.com/thai/features-54949842