ສາຍແລ້ວ ສາລະຄະດີ I Am Greta ເລີ່ມສາຍທີ່ Hulu


ເກຕາ ທັນເບີກ ໃນສາຍຕາຂອງຄົນທົ່ວໂລກຄືສາວນ້ອຍນັກເຄື່ອນໄຫວບັນຫາສະພາບພູມອາກາດທີ່ປ່ຽນໄປ ນັກປາໄສທີ່ມີຄວາມສາມາດຄົນນີ້ລົນນະລົງເລື່ອງສິ່ງແວດລ້ອມທີ່ລົງມືເຮັດແທ້ເພື່ອເປັນຕົວຢ່າງໃຫ້ສັງຄົມ ແລະ ທີ່ສຳຄັນ ກິດຈະກຳຕ່າງໆຂອງເກຕາ ເຮັດໃຫ້ນາງກາຍເປັນຄົນທີ່ມີຊື່ສຽງໃນໄວອາຍຸພຽງ 17 ປີເທົ່ານັ້ນ.

ແຕ່ພາຍໃຕ້ທ່າທາງທີ່ເຄັ່ງຂຶມ ລວມໄປເຖິງບຸກຄະລິກທີ່ຂ້ອນຂ້າງເກັບຕົວ ແລະ ບໍ່ຄ່ອຍຍິ້ມ, ໂດຍສະເພາະເມື່ອເກຕາປາກົດຕົວຕໍ່ໜ້າສາທາລະນະ ເກຕາກໍເປັນພຽງເດັກໄວໜຸ່ມທຳມະດາຄົນໜຶ່ງເທົ່ານັ້ນ.

ຫຼ້າສຸດ ນາທານ ກຣອດແມນ ໄດ້ຖ່າຍທຳສາລະຄະດີຊີວິດອີກມິຕິໜຶ່ງຂອງເກຕາ I Am Greta ໃຫ້ຜູ້ຄົນທົ່ວໂລກໄດ້ເຫັນເກຕາໃນຖານະເດັກສາວທີ່ມີຊີວິດປົກກະຕິທຳມະດາຄົນໜຶ່ງ. ໂດຍໃນສາລະຄະດີຈະເປັນການຕິດຕາມເກຕາ ຕັ້ງແຕ່ທີ່ເກຕາເລີ່ມການປະທ້ວງ ອອກເດີນທາງ ເຮັດກິດຈະກຳ ແລະ ປາໄສໄປທົ່ວເອີຣົບແລະອາເມຣິກາ ເຊິ່ງແນ່ນອນວ່າເກຕາບໍ່ໃຊ້ຍົນໃນການເດີນທາງ, ແຕ່ໃຊ້ເຮືອທີ່ເປັນມິດກັບທຳມະຊາດຫຼາຍທີ່ສຸດທີ່ຈະເຮັດໄດ້ ລວມໄປເຖິງເບື້ອງຫຼັງກິດຈະກຳເຫຼົ່ານັ້ນວ່າເກຕາໃຊ້ຊີວິດແນວໃດ.

ໃນສາລະຄະດີ ຈະໄດ້ເຫັນພາບເກຕາຂະນະທີ່ໃຊ້ເວລາຢູ່ກັບຄອບຄົວ ຫຼິ້ນກັບນ້ອງຊາຍ, ໝາ, ມ້າ ແລະ ມີການລົມກັນກັບພໍ່ຄືກັບເດັກສາວ 17 ປີທົ່ວໄປ ພ້ອມຍັງມີສຽງເກຕາເລົ່າເລື່ອງໄປພ້ອມ.

ເຊິ່ງສຽງເຫລົ່ານີ້ສະທ້ອນຄວາມຄິດແລະຄວາມຮູ້ສຶກຂອງເກຕາ ເພາະຫຼາຍສ່ວນນັ້ນນຳມາຈາກປຶ້ມບັນທຶກທີ່ເກຕາໄດ້ຂຽນບັນທຶກໄວ້ລະຫວ່າງການເດີນທາງອັນດົນນານ ແລະ ຍາກລຳບາກ. ເກຕາຍັງເຜີຍເຖິງຄວາມກົດດັນຈາກການໂຫມວຽກໜັກ ແລະ ການເປັນຄົນຂອງສັງຄົມທີ່ຄົນທົ່ວໂລກໃຫ້ຄວາມສົນໃຈເປັນຢ່າງຍິ່ງ. ກິດຈະກຳທີ່ໄດ້ເຮັດຕ້ອງແລກກັບຫຍັງຫຼາຍໆຢ່າງ ທັງການຮຽນ, ຄວາມເຫງົາຈາກການຢູ່ໄກບ້ານ ຫຼື ການທີ່ຜູ່ຄົນທີ່ຕັ້ງຄຳຖາມກັບວິທະຍາສາດຫັນມາໂຈມຕີຄອບຄົວຂອງນ້ອງ.

ເມື່ອປີ 2018 ເປັນຄັ້ງທຳອິດທີ່ຜູ້ຄົນເລີ່ມຮູ້ຈັກ ເກຕາ ທັນເບີກ ຈາກການທີ່ສາວນ້ອຍເຊື້ອສາຍສະວີເດັນ ໃນໄວອາຍຸພຽງ 15 ປີ ໄປນັ່ງປະທ້ວງທີ່ໜ້າລັດຖະສະພາຂອງປະເທດສະວີເດັນທຸກມື້ ລວມໄປເຖິງເວລາຮຽນຂອງເກຕາໃນຊ່ວງກ່ອນເລືອກຕັ້ງ ເພື່ອຮຽກຮ້ອງໃຫ້ລັດຖະບານເຮັດຕາມຂໍ້ຕົກລົງປາຣີ (Paris Climate Agreement) ຢ່າງເຄັ່ງຄັດ ໂດຍມີມາດຕະການການຈັດການແບບເດັດຂາດ ແລະ ເຫັນຜົນເປັນຈິງ. ການເຄື່ອນໄຫວຄັ້ງທຳອິດຂອງເກຕາໃນຄັ້ງນັ້ນ ຈຸດປະກາຍໃຫ້ຄົນເອີຣົບແລະອົດສະຕາລີ ໂດຍສະເພາະເດັກຮຸ່ນໃໝ່ກັບມາໃຫ້ຄວາມສຳຄັນກັບບັນຫາການປ່ຽນແປງຂອງອຸນຫະພູມໂລກ, ອອກມາປະທ້ວງກັບລັດຖະບານໃຫ້ມີມາດຕະການທີ່ຈິງຈັງ ລວມໄປເຖິງລົນນະລົງໃຫ້ຄົນທົ່ວໄປເລັງເຫັນຄວາມຮ້າຍແຮງຂອງບັນຫານີ້ ແລະ ຮັບຮູ້ວ່າເປັນໜ້າທີ່ຂອງທຸກຄົນທີ່ຕ້ອງຊ່ວຍກັນ.

ສາລະຄະດີ I Am Greta ເລີ່ມສາຍແລ້ວທາງແອັບພິເຄຊັນ (streaming platform) Hulu ໃນປະເທດສະຫະລັດອາເມຣິກາ ສ່ວນໃນປະເທດລາວຍັງບໍ່ມີການປະກາດຢ່າງເປັນທາງການເທື່ອ.

ທີ່ມາ: https://thestandard.co/i-am-greta-thunberg-documentary/