ນັກຮຽນຊາວໂຄລົມເບຍເກີດແນວຄິດ ກຳແພງທີ່ເຮັດຈາກຕຸກນ້ຳພລາສຕິກ!


ນັກຮຽນຊາວໂຄລົມເບຍ ເກີດແນວຄິດ ສ້າງກຳແພງທີ່ເຮັດຈາກຕຸກນ້ຳພລາສຕິກ, ສາມາດເກັບນ້ຳຝົນ-ເປັນນ້ຳໃຊ້ ນຳວັດສະດຸກັບມາໃຊ້ໃໝ່ ຊ່ວຍກັກເກັບນ້ຳໃຫ້ພື້ນທີ່ທີ່ຂາດແຄນ.

ທີ່ Bogota ປະເທດໂຄລົມເບຍ ປະຊາຊົນຕ້ອງພົບກັບບັນຫາຕຸກນ້ຳພລາສຕິກຖືກຖິ້ມຊະຊາຍເຕັມໄປໝົດ ແລະ ກັກເກັບນ້ຳໃນພື້ນທີ່ທີ່ຍັງຕ້ອງການການພັດທະນາ Ricardo Enrique Alba Torres ວິສະວະກອນສິ່ງແວດລ້ອມຈຶ່ງຮ່ວມກັບນັກຮຽນໂຮງຮຽນຊ່ວຍກັນຜະລິດນະວັດຈະກຳໃໝ່ທີີ່ນຳເອົາຕຸກນ້ຳພລາສຕິກທີ່ບໍ່ໄດ້ໃຊ້ແລ້ວກັບຊັບພະຍາກອນທຳມະຊາດທີ່ຖືກເບິ່ງຂ້າມແບບນ້ຳຝົນ ກຳຈັດບັນຫາຂີ້ເຫຍື້ອພລາສຕິກ ແລະ ບັນຫາການຂາດແຄນນ້ຳ.

ນະວັດຕະກຳນີ້ມີຊື່ວ່າ Eko-Wall ຫຼື Ekomuro ເປັນໂຄງການນ້ອຍໆທີ່ສາມາດຊ່ວຍຜູ່ຄົນໃນຊຸມຊົນຫຼາຍກວ່າ 600 ຄົນໃຫ້ມີນ້ຳໃຊ້ ຈົນໄດ້ຮັບຮາງວັນຫຼາຍຮາງວັນ ໂດຍແນວຄິດຫຼັກຂອງໂຄງການນີ້ແມ່ນການປ່ຽນນ້ຳຝົນເປັນນ້ຳໃຊ້.

ສິ່ງນີ້ເຮັດໄດ້ບໍ່ຍາກ ຂັ້ນຕອນທຳອິດພວກເຂົາເອົາຕຸກນ້ຳພລາສຕິກຂະໜາດ 1 ລິດ ຈຳນວນ 54 ຕຸກມາຕໍ່ກັນດ້ວຍຢາງຈາກຝາ ພວກເຂົາຕັດຢາງເຊື່ອມປາກທັງສອງຕຸກນ້ຳໄວ້ ເຊິ່ງຢາງຈະຖືກເຮັດໃຫ້ລະລາຍແລ້ວຮັດຕຸກນ້ຳທັງສອງໄວ້ແໜ້ນໆ.

ຂັ້ນຕອນທີສອງ ພວກເຂົາເອົາຕຸກນ້ຳມາວາງຕໍ່ກັນ ແລະ ໃຊ້ອຸປະກອນທີ່ຫາໄດ້ຕາມຮ້ານອຸປະກອນເຄື່ອງມືຊ່າງທົ່ວໄປມາມັດກັບຕຸກນ້ຳໄວ້ໝົດ ແລະ ສ້າງຖານກຳແພງຕຕຸກນ້ຳໃຫ້ໝັ້ນຄົງ ແລະ ນຳໄປວາງໄວ້ຂ້າງບ້ານ ຫຼື ຂ້າງຕຶກ.

ຂັ້ນຕອນທີສາມ ພວກເຂົາຫາຝາມາປິດກຳແພງໄວ້ ເພື່ອປ້ອງກັນລະບົບທາງໃນຈາກແສງແດດ.

ຈາກທັງໝົດນີ້ ພວກເຂົາກໍໄດ້ໃຊ້ກຳແພງ Eko-Wall ແລ້ວ ເຊິ່ງເມື່ອໃດທີ່ຝົນຕົກລົງມາ ນໍ້າກໍຈະສະສົມເຂົ້າໄປທາງໃນຕຸກນ້ຳພລາສຕິກ ເມື່ອຢາກຈະໃຊ້ນ້ຳກໍພຽງແຕ່ເປີດກ໊ອກນ້ຳທີ່ເຊື່ອມຢູ່ກັບກຳແພງ Eko-Wall ນ້ຳໃນຕຸກນ້ຳພລາສຕິກກໍຈະໄຫຼມາສູ່ກ໊ອກອອກມາໃຫ້ເຮົາໃຊ້ທັນທີ.

ນອກຈາກນີ້ ຖ້າຈະຕໍ່ສາຍເດີນລະບົບນ້ຳເຊື່ອມກຳແພງ Eko-Wall ກັບຫ້ອງອື່ນໆກໍໄດ້ ແຕ່ອາດຈະຕ້ອງຕິດລະບົບເຄື່ອງກກອງນ້ຳຄວບຄູ່ໄປນຳ.

ຕອນນີ້ມີຫຼາຍໂຮງຮຽນ ແລະ ຊຸມຊົນໃນໂຄລົມເບຍໄດ້ນຳແນວທາງຂອງ Eko-Wall ນີ້ໄປໃຊ້ ໂດຍອະນາຄົດ Ricardo  ແລະ ຜູ່ກໍ່ຕັ້ງໂຄງການວາງແຜນທີ່ຈະນໍາເອົາ Eko-Wall ໄປເຜີຍແຜ່ໃຫ້ທົ່ວໂລກໄດ້ລອງໃຊ້ ເພາະວ່ານອກຈາກມມັນຈະຊ່ວຍລົດຂີ້ເຫຍື້ອພລາສຕິກ ມັນຍັງເຮັດໃຫ້ຫຼາຍຄົວເຮືອນທີ່ຂາດແຄນໄດ້ມີນ້ຳໃຊ້ອີກດ້ວຍ.

ທີ່ມາ: https://www.facebook.com/environman.th/posts/3204168169711608

https://www.facebook.com/ekogrouph2o/