Google Play’s Best of 2020 ເປີດໃຫ້ໂຫວດ App, Game, ຮູບເງົາ ແລະ ໜັງສື ດີເດັ່ນແຫ່ງປີ ຕັ້ງແຕ່ມື້ນີ້ຈົນຮອດ 23 ພະຈິກ 2020.


ໃນທີ່ສຸດກໍເຂົ້າສູ່ຊ່ວງໂຄ້ງສຸດທ້າຍຂອງປີ 2020 ແລ້ວ ເປັນຊ່ວງເວລາທີ່ຜ່ານໄປໄວອີ່ຫຼີ ແລະ ໂອກາດນີ້ເປັນປະຈຳ ຄືກັບທຸກປີ… ກັບການຄົ້ນຫາສຸດຍອດ App Game, ຮູບເງົາ ແລະ ໜັງສືທີ່ດີທີ່ສຸດຂອງ Play Store ໃນແຄມເປນ Google Play’s Best of 2020. ໂດຍສາມາດຮ່ວມໂຫວດໄດ້ແລ້ວຕັ້ງແຕ່ມື້ນີ້ຈົນເຖິງວັນທີ 23 ພະຈິກ 2020 ນີ້.

Google Play’s Best of 2020 ແບ່ງອອກເປັນ 4 ໝວດໝູ່ໄດ້ແກ່ App Game, ຮູບເງົາ ແລະ ໜັງສື, ແຕ່ບໍ່ຮູ້ຄືກັນວ່າເພາະເຫດໃດໃນປີນີ້ Link ອື່ນໆ ນອກຈາກໝວດໝູ່ເກມຈຶ່ງເຂົ້າບໍ່ໄດ້.

ລາຍຊື່ເກມ Google Play’s Best of 2020

  • Black Desert Mobile

https://play.google.com/store/apps/details?id=com.pearlabyss.blackdesertm.gl

  • BLEACH Brave Souls – 3D Action

https://play.google.com/store/apps/details?id=com.klab.bleach

  • Dragon Raja – SEA

https://play.google.com/store/apps/details?id=com.archosaur.sea.dr.gp

  • Dream League Soccer 2021

https://play.google.com/store/apps/details?id=com.firsttouchgames.dls7

  • Family Island™ – Farm game adventure

https://play.google.com/store/apps/details?id=com.MelsoftGames.FamilyIslandFarm

  • Genshin Impact

https://play.google.com/store/apps/details?id=com.miHoYo.GenshinImpact

  • My Talking Tom Friends

https://play.google.com/store/apps/details?id=com.outfit7.mytalkingtomfriends

  • ONE PUNCH MAN: The Strongest (Authorized)

https://play.google.com/store/apps/details?id=com.onepunchman.ggplay.sea

  • The Seven Deadly Sins: Grand Cross

https://play.google.com/store/apps/details?id=com.netmarble.nanagb

  • Tom and Jerry: Chase

https://play.google.com/store/apps/details?id=com.netease.tjglobal

ວິທີການໂຫວດ Google Play’s Best of 2020

ສຳຫຼັບວິທີການໂຫວດນັ້ນສາມາດເຮັດໄດ້ງ່າຍໆພຽງແຕ່ເຂົ້າໄປທີ່ App Play Store ໃນແທັບເກມ ຈາກນັ້ນເລື່ອນລົງມາລຸ່ມສຸດກໍຈະພົບກັບແບນເນີ້ Users’ Choice Game.

ເມື່ອໂຫວດຮຽບຮ້ອຍແລ້ວ ລະບົບຈະຂຶ້ນຂໍ້ຄວາມແຈ້ງໃຫ້ຮູ້ວ່າເກມທີ່ເຮົາເລືອກໂຫວດໄປນັ້ນຢູ່ທີ່ອັນດັບທີເທົ່າໃດ ໃນປັດຈຸບັນໂດຍເຮົາສາມາດຍົກເລີກໂຫວດ ຫຼື ປ່ຽນຕົວເລືອກໄດ້ຕະຫຼອດເວລາຈົນກວ່າຈະສິ້ນສຸດວັນທີ 23 ພະຈິກ 2020 ນີ້ ເຊິ່ງ Google ຈະປະກາດຜູ້ຊະນະໃນວັນທີ 1 ທັນວາ 2020.

ທີ່ມາ: https://droidsans.com/google-play-best-of-2020/