LENOVO ເປີດໂຕ Notebook YOGA ສາຍເຮັດວຽກບາງເບົາ 7 ຮຸ່ນສະເປັກ gen11


ເປີດໂຕມາຫຼາຍອີ່ຫຼີ ສຳຫຼັບ Lenovo ເທື່ອນີ້ທີ່ເປີດໂຕ Notebook ສາຍເຮັດວຽກບາງເບົາ Series YOGA 3 ຮຸ່ນລວດທັງ Yoga (ທຳມະດາ), Yoga Slim ແລະ Yoga Duet ແຖມຮຸ່ນຍ່ອຍແຍກອອກມາອີກຫຼາຍ ເຊິ່ງຈະໃຊ້ສະເປັກທີ່ເປັນ Intel Gen11 ໂຕໃໝ່ຫຼ້າສຸດພ້ອມກັບ Platform ໃໝ່ Intel Evo ທີ່ຈະເປັນມາດຕະຖານໃໝ່ສຳຫຼັບ Notebook ໃນຮຸ່ນຖັດໄປ.

INTEL GEN 11 ມີຫຍັງໃໝ່?

ສຳຫຼັບ Notebook ທີ່ໃຊ້ເປັນ Intel Gen 11 ຕອນນີ້ກໍເລີ່ມວາງຈຳໜ່າຍແລ້ວ, ສິ່ງທີ່ແຕກຕ່າງຈາກ Gen 10 ຫຼັກໆກໍຄື: ເພີ່ມຄວາມສາມາດໃຫ້ AI ແລະ ມາພ້ອມກັບ Card ຈໍ onboard ໂຕໃໝ່ Xe Graphics ທີ່ປະສິດທິພາບແຮງຂຶ້ນກວ່າເກົ່າຫຼາຍເທົ່າ. ເຊິ່ງທາງ Intel ເອງກໍເວົ້າວ່າແຮງກວ່າ NVIDIA MX350 ອີກ ແລະ ຍັງຮອງຮັບກັບການເຊື່ອມຕໍ່ມາດຕະຖານໃໝ່ບໍ່ວ່າຈະເປັນ Thunderbolt 4, PCIe Gen 4 ແລະ Wi-Fi 6 ເປັນຕົ້ນ.

ນອກຈາກ CPU ໃໝ່ Intel ກໍຍັງໄດ້ເປີດໂຕ Platform Evo ທີ່ເປັນມາດຕະຖານໃໝ່ ເຊິ່ງ Intel ໄດ້ເຮັດການ Verify ກັບ Notebook ເຄື່ອງນັ້ນແລ້ວວ່າຈະຕ້ອງມີ Feature ແລະ ຄວາມສາມາດດັ່ງນີ້:

  • ໃຊ້ງານ Battery ໄດ້ດົນຫຼາຍກວ່າ 9 ຊົ່ວໂມງ (ເທິງຈໍຄວາມລະອຽດ Full HD)
  • Instant Wake ເປີດເຄື່ອງຈາກການ Sleep ໃຊ້ເວລາໜ້ອຍກວ່າ 1 ວິນາທີ
  • ມີລະບົບສາກໄວ້ ສາກ 30 ນາທີໃຊ້ງານໄດ້ 4 ຊົ່ວໂມງ
  • ຮອງຮັບ Wi – Fi 6 (Gig+) ແລະ Thunderbolt 4

LENOVO YOGA SERIES ທີ່ເປີດໂຕໃນງານ

Lenovo YOGA Series ຈະເປັນ Notebook ສາຍເຮັດວຽກບາງເບົາທີ່ຈະມີຄວາມນິຍົມກວ່າ Series IdeaPad ປົກກະຕິ, ຫຼັກໆແລ້ວຈະແບ່ງອອກເປັນ 3 ແບບຄື: Ultraslim ຈະເປັນ YOGA Slim, Convertible (2-in-1 ພັບໄດ້ 360 ອົງສາ) ຈະເປັນ YOGA ແລະ Detachable (ຖອດຈໍໄດ້) ຈະເປັນ YOGA Duet ໂດຍພາຍໃນງານໄດ້ເປີດໂຕມາທັງໝົດ 7 ຮຸ່ນດ້ວຍກັນຄື:

YOGA SLIM 7i

Lenovo YOGA Slim 7i ໂດຍຈຸດເດັ່ນຂອງຮຸ່ນນີ້ຄືຈະມາພ້ອມ Design ທີ່ຮຽບງ່າຍວັດສະດຸ body ເປັນໂລຫະ, ງານປະກອບແຂງແຮງທົນທານ, ມີກາດຈໍແຍກ, ຮອງຮັບລະບົບສາກໄວ Rapid Charge ສາກ 15 ນາທີ ໃຊ້ງານໄດ້ 3 ຊົ່ວໂມງ, ໜ້າຈໍ 14 ນິ້ວຄວາມລະອຽດ Full HD ຂອບເຂດສີໜ້າຈໍ 100% sRGB ແລະ ມາພ້ອມກັບ office H&S 2019 ຖາວອນຟຣີໆໃນລາຄາເລີ່ມຕົ້ນພຽງ $1089.

YOGA SLIM 7i PRO

ມາເບິ່ງທາງດ້ານ YOGA Slim 7i Pro ທີ່ອັບເດດສະເປກແຮງຂຶ້ນ. ຈຸດເດັ່ນຂອງຮຸ່ນນີ້ເລີຍຈະມາພ້ອມກັບກາດຈໍແຍກ NVIDIA MX450 ຮຸ່ນໃໝ່ ແລະ ເປັນຮຸ່ນທີ່ຜ່ານມາດຕະຖານ evo ຂອງ Intel Battery ສາມາດໃຊ້ງານໄດ້ດົນສູງສຸດເຖິງ 18 ຊົ່ວໂມງ ພ້ອມມີ Rapid Charge ໜ້າຈໍຄວາມລະອຽດ 2.2k ລະບົບສຽງ Dolby Atmos ເວົ້າໄດ້ວ່າເປັນ Notebook ສາຍເຮັດວຽກທີ່ສະເປັກແຮງ ແລະ ມີ Feature ທີ່ຄົບຖ້ວນອີກຮຸ່ນໜຶ່ງເລີຍ.

YOGA SLIM 7i CARBON

YOGA Slim 7i Carbon ທີ່ເປັນ Notebook ລະດັບດີຂຶ້ນໄປອີກຂັ້ນ ວັດສະດຸເຄື່ອງຈະໃຊ້ເປັນ Carbon – Fiber ເຮັດໃຫ້ມີນ້ຳໜັກເບົງພຽງ 966g ເທົ່ານັ້ນ ແລະ ມີຄວາມເບົາພຽງ 14.25mm ເໝາະກັບຄົນທີ່ເນັ້ນພົກພາໄປໃສມາໃສຕະຫຼອດ ໜ້າຈໍ 2k ມີຄວາມລະອຽດສູງ ຂອບເຂດສີ 100% sRGB ທີ່ສຳຄັນຮຸ່ນນີ້ຈະມາພ້ອມກັບມາດຕະຖານ evo ໃໝ່ຂອງ Intel ໃນລາຄາເລີ່ມຕົ້ນທີ່ $1155.

YOGA Slim 9i

Yoga slim 9i ຖືວ່າເປັນຮຸ່ນ Top ສຸດຂອງ Series Ultra slim ທີ່ວັດສະດຸໂຕເຄື່ອງເຮັດມາຈາກອະລູມິນຽມຂຶ້ນຮູບ CNC ຄຸນນະພາບສູງຝາຫຼັງຫຸ້ມໜັງແທ້ໂດຍຈະມີນ້ຳໜັກຢູ່ທີ່ 1.26 kg ແລະ ບາງພຽງ 14.6 mm. ຈຸດເດັ່ນຂອງຮຸ່ນນີ້ເລີຍຄືຈະມາພ້ອມໜ້າຈໍ 4k HDR ຂອບເຂດສີສູງເຖິງ 90% Adobe RGB ຈໍສະຫວ່າງ 500 NITS ເອົາໄປໃຊ້ງານກາງແຈ້ງສະບາຍໆ ລວມເຖິງລຳໂພງໃຊ້ລະບົບສຽງ Dolby Atmos ສຽງດັງຟັງຊັດມີມິຕິ ແລະ ຮອງຮັບ Dual Channel Rapid Charger ທີ່ໄວກວ່າຮຸ່ນເກົ່າເຖິງ 25%.

YOGA 7i

ລຳດັບຖັດມາເບິ່ງຝັ່ງ Notebook 2-in-1 ໜ້າຈໍສຳຜັດໄດ້ 360 ອົງສາກັບໂຕ YOGA 7i ຈຸດເດັ່ນຂອງຮຸ່ນນີ້ຄືວັດສະດຸເຄື່ອງເຮັດມາຈາກອະລູມີນຽມ Battery ໃຊ້ງານໄດ້ດົນສູງສຸດເຖິງ 16 ຊົ່ວໂມງ ພ້ອມຜ່ານມາດຕະຖານ evo ຂອງ Intel ໜ້າຈໍ 14 ນິ້ວ Full HD ຂອບເຂດສີ 99% sRGB ແລະ ໂຕເຄື່ອງຈະແຖມບິກ Stylus ໄວ້ສຳຫຼັບແຕ້ມຮູບໃຫ້ໂດຍບໍ່ຕ້ອງຊື້ແຍກ ໂດຍໂຕເຄື່ອງຈະມີລາຄາເລີ່ມຕົ້ນທີ່ $1089.

YOGA 9i

Yoga 9i ນັ້ນລັກສະນະໂຕເຄື່ອງ ແລະ ສະເປັກຈະຄ້າຍຄືກັບ Yoga Slim 9i ພຽງແຕ່ຈະອອກແບບໃຫ້ເປັນ Notebook 2-in-1 ພັບໄດ້ ພ້ອມກັບມີບ່ອນມ້ຽນບິກໃນໂຕ Garage Pen ທີ່ມ້ຽນບິກໃນໂຕ. ຈຸດເດັ່ນຂອງຮຸ່ນນີ້ຄືວັດສະດຸງານປະກອບ ຈະເຮັດມາຈາກອະລູມີນຽມ CNC ຂຶ້ນຮູບຄຸນນະພາບສູງ ໜ້າຈໍຄວາມລະອຽດ 4K HDR ລວມເຖິງມີປຸ່ມສະແກນລາຍນິ້ວມື Ultrasonic ທີ່ສາມາດສະແກນໄດ້ໄວອີກ.

YOGA DUET 7i

ປິດທ້າຍດ້ວຍ Lenovo Yoga Duet 7i ທີ່ເປັນ Notebook ກຸ່ມ Detachable ຖອດຈໍອອກຈາກ keyboard  ໄດ້  ຈຸດເດັ່ນຂອງຮຸ່ນນີ້ຄືນ້ຳໜັກເບົງພຽງ 836g (ບໍ່ລວມເຄສ) ບາງພຽງ 9.19 mm ໃຫ້ອາລົມຄືກັບພົກພາ tablet ໂດຍໂຕ keyboard ນີ້ສາມາດເຊື່ອມຕໍ່ໄດ້ທັງແບບຕິດເຄື່ອງ ຫຼື ຈະເຊື່ອມແບບໄຮ້ສາຍຜ່ານ Bluetooth ກໍໄດ້ຄືກັນ. ສ່ວນໜ້າຈໍກໍຮອງຮັບການສຳຜັດ ຂອບເຂດສີ 100% sRGB ອີກທັງໂຕເຄື່ອງຍັງມາພ້ອມກັບບິກ e-color Pen ຮຸ່ນໃໝ່ທີ່ສາມາດເອົາທ້າຍບິກເຮັດການດູດສີມາໃຊ້ໄດ້ອີກ.

ນອກຈາກນີ້ພາຍໃນງານເອງທາງ Lenovo ກໍຍັງໄດ້ເປີດໂຕອຸປະກອນເສີມເພີ່ມອີກ 3 ຢ່າງຄື:

  • ຫູຟັງໄຮ້ສາຍ Yoga Active Noise Cancellation ເຊື່ອມຕໍ່ຜ່ານ Bluetooth 5.0 ສາກໄຟ usb-c ລາຄາ $132
  • ຫົວສາກ PD ຮຸ່ນ Yoga GaN Adaptor ນ້ຳໜັກເບົາ 93g ຈ່າຍໄຟສູງສຸດ 65w ລາຄາ $56
  • ເມົ້າ Yoga ໄຮ້ສາຍພັບໄດ້ ຮອງຮັບທັງແບບ Bluetooth 5.0 ແລະ 2.4GHz ລາຄາ $50

ເວົ້າໄດ້ວ່າພາຍໃນງານເປີດໂຕຄັ້ງນີ້ Lenovo ເຂົາຈັດໜັກຈັດເຕັມແທ້ໆ. ເຊິ່ງຫາກລອງສັງເກດເບິ່ງດີໆຈະເຫັນໄດ້ວ່າ Notebook ທຸກຮຸ່ນທີ່ເປີດໂຕມາຄັ້ງນີ້ຈະແຖມ office Home & Student 2019 ລາຄາ $142 ກັນໝົດທຸກຮຸ່ນເອົາໄປໃຊ້ຖາວອນກັນແບບຟຣີໆບອກໄດ້ເລີຍວ່າຄຸ້ມສຸດໆ ແນະນຳວ່າຖ້າຫາກໃຜທີ່ກຳລັງຫາ Notebook ຢູ່ຕອນນີ້ ແນະນຳວ່າໃຫ້ລໍຖ້າຊື້ໃນຊ່ວງ Commart 26 ພະຈິກ 2020 ນີ້ ເພາະໜ້າຈະມີຈັດສ່ວນລົດແລກແຈກແຖມຫຼາຍຢູ່ຄືກັນ.

ທີ່ມາ: https://droidsans.com/lenovo-yoga-intel-gen-11-4/