“ຫຼິ້ນຊ້າໄປ 10 ປີໜຶ່ງ ແຕ່ຂ້ອຍມາແລ້ວ!” ໃນທີ່ສຸດ Rupert Grint ຈາກໜັງດັງຕະຫຼອດການ Harry Potter ກໍເປີດບັນຊີ Instragram ສ່ວນໂຕ


ສຳລັບໃຜທີ່ເປັນແຟນຄັບຕົວຍົງຂອງຮູບເງົາຊື່ດັງຕະຫຼອດການຢ່າງ Harry Potter ເຊື່ອວ່າຫຼາຍຄົນກໍອາດຈະໄດ້ເຂົ້າກົດ follow ໃນບັນຊີອິນສະຕາແກຣມ @rupertgrint ໄອຈີສ່ວນໂຕຂອງນັກສະແດງໜຸ່ມ ຣູເພີດ ກຣິນ ເປັນທີ່ຮຽບຮ້ອຍ ເຊິ່ງປ່ອຍໃຫ້ແຟນໆຫຼາຍຄົນຖ້າມາດົນເຖິງ 10 ປີກວ່າ ຣູເພີດ ກຣິນ ຈຶ່ງຍອມຫຼິ້ນ.

“ສະບາຍດີອິນສະຕາແກຣມ…ຊ້າໄປພຽງ 10 ປີໜຶ່ງ ແຕ່ຂ້ອຍມາແລ້ວ ກຣິນຫຼິ້ນແກຣມ! ແລະ ຂ້ອຍຂໍແນະນຳ ເວນເດ ຈີ.ກຣິນ ຂໍໃຫ້ທຸກຄົນຢູ່ກັນຢ່າງປອດໄພ, ຣູເພີດ”   ນັກສະແດງຊາວອັງກິດ ໄວອາຍຸ 23 ປີຂຽນແຄັບຊັນພ້ອມຮູບພາບທີ່ກຳລັງອຸ້ມລູກສາວອາຍຸ 7 ເດືອນ.

ມາຮອດປັດຈຸບັນ ຂະນະນີ້ (ວັນທີ 18 ພະຈິກ 2020 ເວລາ 15.30) ບັນຊີຂອງຣູເພີດ ມີຍອດຜູ້ຕິດຕາມໄປແລ້ວເຖິງ 3.3 ລ້ານຄົນ ເຊິ່ງໜຶ່ງໃນນັ້ນຄືນັກຮ້ອງສາວ ອະຣີອານາ ກຣານເດ ທີ່ຣູເພີດກໍ follow ກັບເຊັ່ນກັນ ໂດຍກວ່າ 80 ຄົນທີ່ຣູເພີດ follow ກໍຖືວ່າຫຼາກຫຼາຍເລີຍ ຕັ້ງແຕ່ແຟນສາວ ຈໍເຈຍ ກຣູມ, ລຽມ ກັນລາເກີ, ຣູພອລ, ເກຕາ ທັນເບີກ ແລະ ທີ່ແນ່ນອນຄືໝູ່ນັກສະແດງຈາກ Harry Potter ຢ່າງ ເອັມມາ ວັດສັນ ແລະ ທອມ ເຟວຕັນ ເຫຼືອແຕ່ພະເອກຢ່າງ ແດນຽວ ແຣກຄລິບ ທີ່ຍັງບໍ່ຍອມຫຼິ້ນອິນສະຕາແກຣມ.

ສຳລັບໃຜທີ່ຄິດຮອດຄິດເຖິງຜົນງານຂອງຣູເພີດ ກໍສາມາດຕິດຕາມ series ເລື່ອງ Servant ໄດ້ທາງ Apple TV+ ໂດຍຊີຊັນ 2 ກຽມຈະເຂົ້າສາຍຕົ້ນປີໜ້ານີ້.

ທີ່ມາ: https://thestandard.co/rupert-grint-instagram-reveal-daughters-name/